ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມໂຕະມົນ ຄັ້ງທີ 11 ຂອງອົງການການຄ້າໂລກ

80

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໂຕະມົນ ຄັ້ງທີ 11 ຂອງອົງການການຄ້າໂລກ (ອຄລ) ຮ່ວມກັບກອງເລຂາ ອຄລ ເຊິ່ງກອງປະຊຸມໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2023 ທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຫຼີ່ເຊີງກ່າງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ອຄລ, ທ່ານ ນາງ Maika Oshikawa ຫົວໜ້າພະແນກການເຂົ້າເປັນສະມາຊິກ ອຄລ ໃຫ້ກຽດຮ່ວມກ່າວເປີດກອງປະຊຸມ ໂດຍມີບັນດາລັດຖະມົນຕີຊີ້ນຳວຽກຂົງເຂດເສດຖະກິດເຂົ້າຮ່ວມຈາກປະເທດເອທິໂອປີ, ຊູດັງ, ຕິມໍແລັດສະເຕ ແລະ ວານູອາຕູ ພ້ອມທັງ ສະມາຊິກ ອຄລ ແລະ ຜູ້ແທນຈາກປະເທດທີ່ກຳລັງສະໝັກເຂົ້າເປັນສະມາຊິກ ອຄລ ເຂົ້າຮ່ວມທັງໝົດ 50 ທ່ານ.

ກອງປະຊຸມໂຕະມົນ ເປັນເວທີໃນການປຶກສາຫາລືກ່ຽວກັບການເຂົ້າເປັນສະມາຊິກ ອຄລ ທີ່ຈັດຂຶ້ນໂດຍກອງເລຂາ ອຄລ ພາຍໃຕ້ໂຄງການຊ່ວຍເຫຼືອສໍາລັບປະເທດດ້ອຍພັດທະນາຂອງ ສປ ຈີນ ເຊິ່ງຈຸດປະສົງຂອງກອງປະຊຸມ ແມ່ນເພື່ອອໍານວຍຄວາມສະດວກໃນການປຶກສາຫາລືກ່ຽວກັບການເຂົ້າເປັນສະມາຊິກ ອຄລ ແລະ ເພີ່ມທະວີການເຂົ້າຮ່ວມຂອງປະເທດດ້ອຍພັດທະນາ (LDCs) ແລະ ກໍາລັງພັດທະນາ ໂດຍສະເພາະແມ່ນ ລັດຖະບານທີ່ກໍາລັງຢູ່ໃນຂະບວນການເຈລະຈາເຂົ້າເປັນສະມາຊິກ ອຄລ. ປັດຈຸບັນມີ 8 ປະເທດທີ່ກໍາລັງເຈລະຈາເຂົ້າເປັນສະມາຊິກ ອຄລ ປະກອບມີ: ພູຖານ, ໂຄມໍຣົດ, ເອທິໂອປີ, ຊາວໂຕເມ ແລະ ແຟຣງຊິບ, ໂຊມາລີ, ຊູດັງໃຕ້,​ ຊູດັງ ແລະ ຕິມໍແລັດສະເຕ.

ກອງປະຊຸມໂຕະມົນ ຄັ້ງທໍາອິດ ແມ່ນໄດ້ຈັດຂຶ້ນໃນປີ 2012 ທີ່ ສປ ຈີນ; ຄັ້ງທີ 2 ແມ່ນໄດ້ຈັດທີ່ ສປປ ລາວ ໃນປີ 2013 ທີ່ແຂວງຫຼວງພະບາງ. ສຳລັບປີ 2023 ນີ້ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຮ່ວມຈັດກອງປະຊຸມໂຕະມົນ ຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ ຍ້ອນ ອຄລ ເຫັນໄດ້ເຖິງບົດບາດຂອງ ສປປ ລາວ ໃນເວທີການຄ້າສາກົນ ໂດຍສະເພາະແມ່ນການສຳເລັດການຈັດຕັ້ງປະຕິບັດພັນທະພາຍຫຼັງເຂົ້າເປັນສະມາຊິກ ອຄລ 10 ປີ ແລະ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າໃນການເຈລະຈາຂໍ້ລິເລີ່ມໃໝ່ໃນ ອຄລ ເຊັ່ນ: ການອຳນວຍຄວາມສະດວກດ້ານການລົງທຶນເພື່ອການພັດທະນາ ແລະ ການເຂົ້າເປັນສະມາຊິກສັນຍາວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານຂອງ ສປປ ລາວ ໃນທ້າຍປີ 2021 ທີ່ຜ່ານມາຊຶ່ງຈະເປັນບົດຮຽນທີ່ດີໃຫ້ແກ່ບັນດາປະເທດທີ່ກຳລັງເຈລະຈາເຂົ້າເປັນສະມາຊິກ ອຄລ ໄດ້ກະກຽມຄວາມພ້ອມ ແລະ ຖອດຖອນບົດຮຽນນຳ ສປປ ລາວ ຕື່ມ.

ກອງປະຊຸມໂຕະມົນໃນຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການເຂົ້າເປັນສະມາຊິກອົງການການຄ້າໂລກ ແລະ ການເຊື່ອມໂຍງການຄ້າ: ບົດຮຽນຈາກບັນດາປະເທດ ອາຊີ-ປາຊິຟິກ” ໃນວາລະທໍາອິດຂອງກອງປະຊຸມຈະແມ່ນການປຶກສາຫາລືກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງບັນດາຂົງເຂດເສດຖະກິດ ອາຊີ-ປາຊິຟິກ ຕໍ່ກັບລະບົບການຄ້າຫຼາຍຝ່າຍ ໂດຍສຸມໃສ່ຂະບວນການວິວັດຂອງຂົງເຂດເສດຖະກິດ ອາຊີ-ປາຊິຟິກ ໃນເສດຖະກິດໂລກ, ສະພາບລວມຂອງຄວາມພະຍາມເພື່ອການເຊື່ອມໂຍງໃນພາກພື້ນ, ຄົ້ນຄວ້າການເຂົ້າເປັນສະມາຊິກ ອຄລ ແລະ ປະສົບການການເປັນສະມາຊິກ ລວມທັງຜົນກະທົບແລະຜົນໄດ້ຮັບ, ພ້ອມທັງເປີດໂອກາດໃຫ້ມີການແລກປ່ຽນທັດສະນະຕໍ່ກັບທິດທາງໃນອານະຄົດ ແລະ ວາລະທີ່ສອງ ຈະທົບທວນຄືນສະພາບການປັດຈຸບັນຂອງການປຶກສາຫາລືໃນເວທີການຄ້າຫຼາຍຝ່າຍ ແລະ ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອົງການການຄ້າໂລກຄັ້ງຕໍ່ໄປ ໂດຍອີງໃສ່ທັດສະນະອແລະອວຽກງານບູລິມາສິດຂອງກຸ່ມປະເທດດ້ອຍພັດທະນາ.

ໃນວາລະສຸດທ້າຍ ຈະແມ່ນການແລກປ່ຽນບົດຮຽນການປະຕິບັດທີ່ດີໃນໄລຍະການເຈລະຈາເຂົ້າເປັນສະມາຊິກ ແລະ ພາຍຫຼັງໄດ້ເຂົ້າເປັນສະມາຊິກ ຊຶ່ງຈະສຸມໃສ່ການກໍານົດຍຸດທະສາດທີ່ໄດ້ຮັບໝາກຜົນເພື່ອໃຫ້ສາມາດນໍາໃຊ້ປະໂຫຍດຈາກການຊ່ວຍເຫຼືອທາງດ້ານເຕັກນິກແລະການຊ່ວຍເຫຼືອໃນການສ້າງຄວາມອາດສາມາດ ລວມທັງຂະບວນການເຊື່ອມໂຍງໃນພາກພື້ນ, ພ້ອມນີ້ກໍຈະໄດ້ທົບທວນການປະຕິບັດທີ່ດີກ່ຽວກັບການເຂົ້າເປັນສະມາຊິກ ແລະ ພາຍຫຼັງເປັນສະມາຊິກ ອຄລ ໂດຍອີງຕາມບົດຮຽນຂອງກຸ່ມປະເທດດ້ອຍພັດທະນາທີ່ໄດ້ເຂົ້າເປັນສະມາຊິກ ອຄລ ແລ້ວ ເພື່ອການກໍານົດຂໍ້ຄໍາແນະນໍາທີ່ເໝາະສົມໃຫ້ກັບບັນດາປະເທດທີ່ກໍາລັງຢູ່ໃນຂະບວນການເຈລະຈາເຂົ້າເປັນສະມາຊິກ ອຄລ.

ຂ່າວ-ພາບ: ສັນຕິ