ໃນເງື່ອນໄຂການເປີດປະເທດຢ່າງສົມບູນ ປະກອບກັບທິດທາງຂອງແຂວງເນັ້ນໃສ່ການພັດທະນາອຸດສາຫະກຳທ່ອງທ່ຽວຢ່າງມີຈຸດສຸມ ແລະ ໃຫ້ໄດ້ມາດຕະຖານ, ເປັນຂະແໜງການໜຶ່ງ ປະກອບສ່ວນແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ແຂວງວຽງຈັນປີ 2023 ນີ້ໄດ້ວາງຄາດໝາຍສູ້ຊົນສ້າງລາຍຮັບໃຫ້ໄດ້ຢ່າງໜ້ອຍ 100 ຕື້ກີບ.
ໂດຍໃນປີ 2023 ນີ້ ທາງພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງວຽງຈັນໄດ້ວາງຄາດໝາຍດຶງດູດນັກທ່ອງທ່ຽວ 4 ແສນຄົນຂຶ້ນໄປ ພ້ອມດຽວກັນນັ້ນ, ກໍມີແຜນອະນຸມັດສົ່ງເສີມຜູ້ປະກອບການຂະຫາຍກິດຈະການດ້ານສະຖານທີ່ພັກເຊົາ, ສະຖານທີ່ທ່ອງທ່ຽວ ແລະ ໜ່ວຍງານບໍລິການເພີ່ມຂຶ້ນອີກ.
ຕາມການເປີດເຜີຍ ຂອງທ່ານ ແສງອາລຸນ ວິໄລເຮືອງ ຮອງຫົວໜ້າຂະແໜງທ່ອງທ່ຽວ ແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ປີ 2022 ຜ່ານມາ ຕົວເລກນັກທ່ອງທ່ຽວເຂົ້າແຂວງວຽງຈັນທັງໝົດ 318.808 ເທື່ອຄົນ (ແຜນການ 438.619 ເທື່ອຄົນ) ສ້າງລາຍຮັບໄດ້ປະມານ 95,4 ຕື້ກີບ. ໃນນັ້ນ, ມີນັກທ່ອງທ່ຽວພາຍໃນ 230.865 ເທື່ອຄົນ.
ດັ່ງນັ້ນ, ໃນປີ 2023 ນີ້ ອີງໃສ່ສະພາບເງື່ອນໄຂຕົວຈີງຂອງປະເທດເຮົາ ແລະສາກົນທີ່ໄດ້ເລີ່ມກັບມາສູ່ປົກກະຕິແລ້ວເກືອບທຸກຢ່າງ ແຂວງວຽງຈັນຈຶ່ງວາງແຜນດຶງດູດນັກທ່ອງທ່ຽວໃຫ້ໄດ້ 460.016 ເທື່ອຄົນ; ສ້າງລາຍຮັບທົ່ວສັງຄົມປະມານ 101,8 ຕື້ກວ່າກີບ. ໃນນັ້ນ, ຄາດຈະມີນັກທ່ອງທ່ຽວພາຍໃນ 432.558 ເທື່ອຄົນ.
ປັດຈຸບັນ ທົ່ວແຂວງມີສະຖານທີ່ພັກແຮມ 430 ແຫ່ງ ຄາດວ່າຈະເພີ່ມຂຶ້ນເປັນ 436 ແຫ່ງ ໃນນັ້ນ, ມີໂຮງແຮມ 47 ແຫ່ງ ຈະເພີ່ມຂຶ້ນເປັນ 56 ແຫ່ງ; ເຮືອນພັກ 323 ແຫ່ງ ຈະເພີ່ມຂຶ້ນເປັນ 340 ແຫ່ງ; ຣີສອດ 37 ແຫ່ງ ຈະເພີ່ມຂຶ້ນເປັນ 40 ແຫ່ງ…ຈໍານວນຫ້ອງນອນຈາກ 8.051 ຫ້ອງ ຈະເພີ່ມເປັນ 8.212 ຫ້ອງ; ຮ້ານອາຫານ-ກິນດື່ມ-ບັນເທີງ ຈາກ 403 ແຫ່ງໃນປັດຈຸບັນ ຈະເພີ່ມຂຶ້ນ ເປັນ 498 ແຫ່ງ; ໜ່ວຍບໍລິການຕ່າງໆ ຈາກ 65 ໜ່ວຍ ຈະເພີ່ມຂຶ້ນເປັນ 79 ໜ່ວຍ ໃນນັ້ນ, ມີໜ່ວຍບໍລິການເຮືອນນໍາທ່ຽວ, ບໍລິການເຮືອກາຍັກ, ບໍລິການກົງເບັງ, ບານລຸນຊົມວີວ, ບໍລິການສະລິ່ງ ແລະ ໜ່ວຍບໍລິການນໍາທ່ຽວທໍາມະຊາດ.
ນອກຈາກນັ້ນ, ທາງແຂວງວຽງຈັນ ຄາດວ່າຈະເພີ່ມສະຖານບໍລິການແຫຼ່ງທ່ອງທ່ຽວ ຈາກທີ່ເປີດບໍລິການທັງໝົດ 238 ແຫ່ງ ເພີ່ມຂຶ້ນເປັນ 250 ແຫ່ງ ພາຍໃນປີ 2023.
ທັງໝົດນັ້ນ, ກໍເພື່ອປະຕິບັດຕາມທິດທາງຂອງແຂວງ ເລັ່ງພັດທະນາຂະແໜງການທ່ອງທ່ຽວໃຫ້ເປັນທີ່ໂດດເດັ່ນ ແລະ ໄດ້ມາດຕະຖານ ຕາມທິດສີຂຽວ ແລະ ຍືນຍົງປະຊາຊົນມີສ່ວນຮ່ວມ ປະກອບສ່ວນແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມໃຫ້ນັບມື້ເພີ່ມຂຶ້ນ.