ໄຊຊະນະ ນັກກີລາປິ່ງປ່ອງເຍົາວະຊົນລາວ ສ້າງປະຫວັດສາດຄວ້າແຊັມລະດັບນາໆຊາດ ທີ່ກາຕ້າ

121

ໄຊຊະນະ ໄຊສະຫວາດ ນັກກີລາປິ່ງປ່ອງເຍົາວະຊົນລາວອາຍຸພຽງ 10 ປີທີ່ລົງແຂ່ງຂັນໃນຮຸ່ນອາຍຸບໍ່ເກີນ 11 ປີສ້າງປະຫວັດສາດເປັນເປັນນັກກິລາປິ່ງປ່ອງເຍົາວະຊົນລາວຄົນທຳອິດ ທີ່ຄວ້າແຊ້ມປິ່ງປ່ອງເຍົາວະຊົນ-ໄວໜຸ່ມຊິງແຊັມລະດັບນາໆຊາດ ລາຍການ WTT Youth Contender Doha 2023 ທີ່ນະຄອນຫຼວງໂດຮາ ປະເທດກາຕ້າ ໃນລະຫວ່າງວັນທີ 27-30 ມັງກອນ 2023.

ໄຊຊະນະ ລົງແຂ່ງຂັນໃນຮຸ່ນອາຍຸບໍ່ເກີນ 11 ປີ ສ້າງຜົນງານຢ່າງໂດດເດັ່ນປາບຄູ່ແຂ່ງທັງໝົດຈາກ 5 ນັດລວດແບບບໍ່ເສຍເກມ, ຮອບແບ່ງກຸ່ມ ຊະນະ Youssef ABOUAHMED ຈາກເອຢິບ 3-0 ເກມ: 11-8, 11-4, 11-5, ຊະນະ Hamad AL-ABDULLA ຈາກເຈົ້າພາບກາຕ້າ 3-0 ເກມ: 11-2, 11-4, 11-1 ແລະ ຊະນະ Hamad AL SULAITI ອີກໜຶ່ງນັກກິລາຈາກເຈົ້າພາບ 3-0 ເກມ: 11-9, 11-5, 13-11.

ກ່ອນຜ່ານເຂົ້າຮອບ 4 ຄົນສຸດທ້າຍ ຊະນະ Rabeah AL-KUWARI ອີກໜຶ່ງນັກກິລາຈາກເຈົ້າພາບ 3-0 ເກມ 11-2, 11-6, 11-8 ແລະ ຮອບຊີງຊະນະເລີດກໍຍັງໂດດເດັ່ນສາມາດເອົາຊະນະ Abinav PRASANNA ຈາກສະຫະລັດອາເມຣິກາ 3-0 ເກມ: 11-8, 11-6, 11-2 ຄວ້າແຊັມໄປຄອງຢ່າງຍິ່ງໃຫຍ່.

ສ່ວນນັກກີລາລາວອີກຄົນໜຶ່ງກໍຄື: ທ້າວ ອານັນ ວົງສາ ຫລື ນ້ອງ ກອບປີ້ ອາຍຸ 16 ປີ ຈາກສະໂມສອນ SV ລົງແຂ່ງໃນຮຸ່ນອາຍຸບໍ່ເກີນ 17 ປີ ຜົນງານກໍດີສົມຄວນ ເຂົ້າເຖິງຮອບ 16 ຄົນສຸດທ້າຍ ກ່ອນຈະຕົກຮອບໄປ ຖືເປັນຜົນສໍາເລັດອັນຍິ່ງໃຫຍ່ຂອງປິ່ງປ່ອງລາວ ໃນປີ 2023 ສົ່ງນັກກີລາເຂົ້າຮ່ວມພຽງ 2 ຄົນແຕ່ຜົນງານໂດດເດັ່ນ ໂດຍສະເພາະ ໄຊຊະນະ ເປັນນັກກີລາປິ່ງປ່ອງລາວ ຄົນທໍາອິດທີ່ສາມາດຄວ້າແຊັມລະດັບນາໆຊາດຄັ້ງທໍາອິດ.
ຂ່າວ: Larh Creators; ຮູບຈາກ: ສະຫະພັນປິ່ງປ່ອງແຫ່ງຊາດລາວ