ສປຊ ຊີ້ ເສດຖະກິດໂລກຈະຂະຫຍາຍຕົວຊ້າສຸດໃນຮອບຫຼາຍສິບປີ

40

ນັກເສດຖະສາດຂອງອົງການສະຫະປະຊາຊາດ ( ສປຊ ) ໄດ້ອອກບົດລາຍງານສະພາບລວມຂອງເສດຖະກິດໂລກ ປະຈຳປີ 2023 ( 2023 World Economic Situation and Prospects ) ລະບຸວ່າ: ສະຖານະການຂອງເສດຖະກິດໂລກໃນປີ 2023 ຍັງບໍ່ແນ່ນອນ ແລະ ຄາດວ່າເສດຖະກິດໂລກຈະຂະຫຍາຍຕົວໃນລະດັບ 1,9% ຈາກ 3% ເມື່ອປີ 2022 ເຊິ່ງເປັນລະດັບຕ່ຳສຸດໃນຮອບຫຼາຍສິບປີ.

ບົດລາຍງານຂອງ ສປຊ ລະບຸວ່າ ມີຫຼາຍປັດໄຈທີ່ເຮັດໃຫ້ເສດຖະກິດໂລກຂະຫຍາຍຕົວຊ້າລົງ ເປັນຕົ້ນການແຜ່ລະບາດຂອງພະຍາດໂຄ ວິດ – 19, ຄວາມຂັດແຍ່ງທາງດ້ານການເມືອງ, ອັດຕາເງິນເຟີ້ຍັງຢູ່ລະດັບສູງ ແລະ ການປ່ຽນແປງດິນຟ້າອາກາດ.

อาจเป็นรูปภาพของ 1 คน และ ข้อความ

ປັດໄຈເຫຼົ່ານີ້ ນອກຈາກຈະເຮັດໃຫ້ເສດຖະກິດໂລກຂະຫຍາຍຕົວຊ້າລົງໃນໄລຍະສັ້ນແລ້ວ ຍັງເປັນໄພຄຸກຄາມຕໍ່ການເຕີບໂຕໄລຍະຍາວອີກ ໂດຍສະເພາະໃນກຸ່ມປະເທດທຸກຍາກ, ບົດລາຍງານດັ່ງກ່າວ ຍັງສະເໜີໃຫ້ລັດຖະບານປະເທດຕ່າງໆໃຫ້ຫຼີກລ່ຽງນະໂຍບາຍຮັດສາຍແອວ ເພາະຍິ່ງເປັນການຈຳກັດການເຕີບໂຕດ້ານເສດຖະກິດ ແລະ ຈະສົ່ງຜົນກະທົບຕໍ່ກຸ່ມຄົນທີ່ທຸກຍາກ, ນອກນັ້ນຍັງແນະນຳໃຫ້ທຸ່ມງົບປະມານໃສ່ຫົວໜ່ວຍທຸລະກິດທີ່ມີການຈ້າງງານສູງ ແລະ ສາມາດກະຕຸ້ນເສດຖະກິດໂດຍລວມໄດ້.

ທ່ານ ອິນໂກ້ ພິດເຕີເລ ນັກເສດຖະສາດອາວຸໂສຂອງ ສປຊ ປະເມີນວ່າ ການບໍໂພກຂອງພາກເອກະຊົນ ແລະ ການລົງທຶນຈະຫຼຸດລົງໃນຫຼາຍປະເທດທົ່ວໂລກ ເນື່ອງຈາກອັດຕາດອກເບ້ຍສູງຂຶ້ນ, ໃນຂະນະທີ່ລາຍໄດ້ຫຼຸດລົງ, ຫຼາຍປະເທດຈະປະເຊີນກັບພາວະ “ ເສດຖະກິດທົດຖອຍ ” ກ່ອນຈະກັບມາຂະຫຍາຍຕົວອີກຄັ້ງໃນໄລຍະ 6 ເດືອນທ້າຍປີ 2023 ແລະ ອາດຈະຍາວໄປເຖິງປີ 2024.

อาจเป็นรูปภาพของ 1 คน

ບົດລາຍງານຍັງລະບຸວ່າ: ເສດຖະກິດຂອງສະຫະລັດອາເມຣິກາ, ສະຫະພາບເອີຣົບ ( ອີຢູ ) ແລະ ປະເທດທີ່ພັດທະນາແລ້ວທີ່ຊະລໍຕົວລົງ ມາແຕ່ປີ 2022 ແລະ ຍັງສົ່ງຜົນກະທົບຮຸນແຮງຕໍ່ເສດຖະກິດໂລກໃນປີ 2023 ນີ້, ພ້ອມຄາດການວ່າ ເສດຖະກິດຂອງປະເທດກຳລັງພັດທະນາຈະຂະຫຍາຍຕົວຊ້າລົງ ຍົກເວັ້ນບັນດາປະເທດໃນພາກພື້ນອາຊີຕາເວັນອອກ ເຊິ່ງຄາດວ່າຈະຂະຫຍາຍຕົວ 4,4% ໃນປີນີ້ເພີ່ມຂຶ້ນຈາກ 3,2% ໃນປີ 2022 ແຕ່ຍັງຕ່ຳກວ່າປີ 2021 ທີ່ຂະຫຍາຍຕົວ 7% ບົດລາຍງານຂອງ ສປຊ ລະບຸ.