ໃນຕອນບ່າຍຂອງວັນທີ 30 ມັງກອນ 2023 ນີ້ ໄດ້ພິທີຊັນສັນຍາສຳປະທານສິດໃນການປ່ອຍປາ ແລະ ຄຸ້ມຄອງການຈັບປາເງິນ ຢູ່ອ່າງເກັບນໍ້າ ເຂື່ອນນໍ້າງື່ມ 1 ແລະ ເຂື່ອນນໍ້າງື່ມ 2 ທີ່ນອນຢູ່ໃນຂອບເຂດ ແຂວງໄຊສົມບູນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ, ມີຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ພະແນກການອ້ອມຂ້າງແຂວງ ແລະ ທ່ານ ນາງ ເຢຫຼົງມາ ອຳນວຍການບໍລິສັດເຄວີ ປູກຝັງ-ລ້ຽງສັດ ອ່າງນໍ້າງື່ມຂາເຂົ້າ-ຂາອອກຈຳກັດ ພ້ອມດ້ວຍພະນັກງານບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ສີອຳພອນ ໄຊສະຫວັດ ຫົວໜ້າຂະແໜງສົງເສີມການລົງທຶນ ພະແພກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໄດ້ໃຫ້ຮູ້ວ່າ: ສັນຍາສະບັບນີ້ແມ່ນໄດ້ຕົກລົງເຫັນດີ ໃຫ້ບໍລິສັດເຄວີ (KV) ປູກຝັງ-ລ້ຽງສັດ ອ່າງນໍ້າງື່ມຂາເຂົ້າ-ຂາອອກຈຳກັດ ພັດທະນາໂຄງການສຳປະທານສິດໃນການປ່ອຍປາ ແລະ ຄຸ້ມຄອງການຈັບປາເງິນ ຢູ່ອ່າງເກັບນໍ້າ ເຂື່ອນນໍ້າງື່ມ 1 ແລະ ເຂື່ອນນໍ້າງື່ມ 2 ທີ່ນອນຢູ່ໃນຂອບເຂດ ແຂວງໄຊສົມບູນ ຊຶ່ງໂຄງການດັ່ງກ່າວມີອາຍຸສັນຍາ 25 ປີ ໃນນັ້ນໄລຍະການປະເມີນໂຄງການ 5 ປີ ແລະ ດຳເນີນກິດຈະການປົກກະຕິ 20 ປີ.
ສຳລັບພັນທະດ້ານການເງິນ ບໍລິສັດໄດ້ວາງເງິນຄໍ້າປະກັນສັນຍາ 30.000 ໂດລາສະຫະລັດ, ປະກອບສ່ວນງົບປະມານໃຫ້ແຂວງ ພາຍຫຼັງສົ່ງອອກ ຫຼື ຈໍາໜ່າຍ 500.000 ກີບ/ໂຕນ ແລະ ປະກອບທຶນຊ່ວຍແຂວງ 30 ລ້ານກີບຕໍ່ປີ, ປະກອບສ່ວນໃນການປ່ອຍປາລົງອ່າງນໍ້າງື່ມ 1 ແລະ ນໍ້າງື່ມ 2 ຈຳນວນ 3 ລ້ານກີບຕໍ່ປີ, ປະກອບທຶນພັດທະນາທ້ອງຖິ່ນ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງຊານເມືອງລະ 10 ລ້ານກີບ/ປີ ( ໄລຍະ 3 ປີ ທຳອິດ ) ຫຼັງຈາກນັ້ນ ໃນປີທີ 4 ຈະເພີ່ມເປັນ 20 ລ້ານກີບ/ປີ.
ເພື່ອເປັນການປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການຊຸກຍູ້ ສົ່ງເສີມການລ້ຽງປາ ເພື່ອເປັນສິນຄ້າຕອບສະໜອງໃຫ້ແກ່ຜູ້ບໍລິໂພກ ຊຶ່ງເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການສ້າງສາພັດທະນາແຂວງ ແລະ ທັງເປັນການສະໜັບສະໜູນການພັດທະນາທ້ອງຖິ່ນ ໃນຂອບເຂດພື້ນທີ່ດັ່ງກ່າວ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.
ຈາກນັ້ນ ທັງສອງຝ່າຍກໍໄດ້ລົງນາມເຊັນສັນຍາຮ່ວມກັນ ຕາງໜ້າແຂວງໄຊສົມບູນໂດຍ ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ, ທ່ານພຸດ ອິນທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ພ້ອມດ້ວຍ ເຈົ້າເມືອງອະນຸວົງ ແລະ ເຈົ້າເມືອງລ້ອງຊານ ຝ່າຍບໍລິສັດ ໂດຍທ່ານ ນາງ ເຢຫຼົງມາ ອຳນວຍການບໍລິສັດເຄວີ ປູກຝັງ-ລ້ຽງສັດ ອ່າງນໍ້າງື່ມຂາເຂົ້າ-ຂາອອກຈຳກັດ ໂດຍຊ່ອງໜ້າການນຳແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົົ້າຮ່ວມ.