ໃນວັນທີ 23 ມັງກອນ 2023, ບໍລິສັດຫົວເຫວີຍລາວໄດ້ຮັບລາງວັນຜູ້ນໍາທຸລະກິດປີ 2022 ເປັນການຮັບຮູ້ເຖິງການປະກອບສ່ວນຂອງຕົນໃນການຊ່ວຍເຫຼືອສັງຄົມ ແລະ ການພັດທະນາເສດຖະກິດ. ຮ່ວມກັບຮັບລາງວັນດັ່ງກ່າວແມ່ນຍັງມີອົງການຈັດຕັ້ງທຸລະກິດອື່ນໆອີກ 80 ຫົວຫນ່ວຍໃນທົ່ວປະເທດ.
ໂດຍໄດ້ເປັນເຈົ້າພາບຈັດຕັ້ງໂດຍສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສົມທົບກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມອບລາງວັນໂດຍທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາສະມາຊິກສະພາ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້ານັກທຸລະກິດເຂົ້າຮ່ວມ.
61 ຫົວໜ່ວຍທຸລະກິດທີ່ໄດ້ຮັບລາງວັນແມ່ນມາຈາກນະຄອນຫຼວງວຽງຈັນ, ຈາກແຂວງສະຫວັນນະເຂດ 6 ຫົວໜ່ວຍ, ຈາກແຂວງຈຳປາສັກ ແລະ ອັດຕະປື ແຂວງລະ 5 ຫົວໜ່ວຍ, ແຂວງຫຼວງນ້ຳທາ 4 ຫົວໜ່ວຍ ແລະ ແຂວງວຽງຈັນ, ບໍລິຄຳໄຊ ແລະ ສາລະວັນ ແຂວງລະ1 ຫົວຫນ່ວຍ. ລວມມີທຸລະກິດທັງໝົດ 80 ຫົວໜ່ວຍ ມີທຶນຈົດທະບຽນມູນຄ່າ 2.000 ຕື້ກວ່າກີບ ແລະ ໄດ້ມີການຈ້າງງານທັງໝົດ 15.000 ກວ່າຄົນ.
ບັນດາບໍລິສັດທີ່ໄດ້ຮັບລາງວັນໃນປີນີ້ລ້ວນແຕ່ໄດ້ປະກອບສ່ວນສຳຄັນໃນການເສຍພັນທະອາກອນໃຫ້ລັດ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົມ. ບໍລິສັດ Huawei Technologies (Lao) Sole Co Ltd ເອງກໍ່ໄດ້ຮັບການຍອມຮັບໃນວຽກງານດ້ານໂທລະຄົມມະນາຄົມ. ຜູ້ໄດ້ຮັບລາງວັນຍັງໄດ້ສະແດງໃຫ້ເຫັນເຖິງການບໍລິຫານທີ່ມີປະສິດທິພາບ ແລະປະກອບສ່ວນເຂົ້າໃນການເສີມສ້າງຄວາມເຂັ້ມແຂງໃຫ້ສະພາອຸດສາຫະກຳ ແລະການຄ້າ (LNCCI) ແລະກະຊວງອຸດສາຫະກໍາແລະການຄ້າ. ລາງວັນດັ່ງກ່າວຍັງເປັນການຢັ້ງຢືນເຖິງບັນດາການນຳຂອງແຕ່ລະບໍລິສັດທີ່ໄດ້ນຳພາວິສາຫະກິດຜ່ານຜ່າວິກິດການ ແລະ ສະພາບການເສດຖະກິດທີ່ຫຍຸ້ງຍາກໄປໄດ້.
ປີນີ້ ເປັນຄັ້ງທີ 6 ນັບແຕ່ປີ 2016 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດພິທີມອບລາງວັນທຸລະກິດໃຫ້ແກ່ບັນດາວິສາຫະກິດທີ່ເປັນສະມາຊິກສະພາການຄ້າຢູ່ສູນກາງ, ແຂວງ ແລະ ນະຄອນຫຼວງ.
ຈຸດປະສົງຂອງການມອບລາງວັນແມ່ນເພື່ອລະນຶກເຖິງບັນດາຜົນງານ ແລະ ຄວາມກ້າວໜ້າຂອງບັນດາວິສາຫະກິດທີ່ນຳພາວິສາຫະກິດຜ່ານຜ່າວິກິດການຕ່າງໆ. ພ້ອມທັງເປັນຮັບຮູ້ບັນດາວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນດ້ານທຶນຮອນ, ວັດຖຸອຸປະກອນ ແລະ ບັນດາປັດໄຈອື່ນໆໃຫ້ລັດຖະບານ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຢູ່ລາວ.
ໃນງານດັ່ງກ່າວ, ໄດ້ມີການຈັດຕັ້ງບູດໂດຍບັນດາຫົວໜ່ວຍທຸລະກິດຈາກຂະແໜງການຕ່າງໆ ໄດ້ວາງສະແດງສິນຄ້າ ແລະ ວາງສະແດງບັນດາຜົນງານຂອງຕົນ ໂດຍສະເພາະແມ່ນຂົງເຂດກະສິກຳ, ອຸດສາຫະກຳ, ການຄ້າ, ເຕັກໂນໂລຊີ, ໂທລະຄົມມານາຄົມແລະສື່ສານ, ການບໍລິການ ແລະ ການທ່ອງທ່ຽວ.
ຫົວເຫວີຍໄດ້ນຳສະເໜີໃນພາກທຸລະກິດກ່ຽວກັບພະລັງງານດິຈິຕອລ, ໂດຍເນັ້ນໃຫ້ເຫັນທ່າອ່ຽງຂອງການຫັນເປັນດິຈິຕອນ ແລະ ການພັດທະນາແບບຍືນຍົງໂດຍໃຊ້ພະລັງງານສະອາດດ້ວຍ Huawei Digital Power solutions ທີ່ສາມາດຕອບສະໜອງທຸກການນຳໃຊ້ ICT.
ການນຳສະເໜີໃນງານຄັ້ງນີ້ ສະແດງໃຫ້ເຫັນວ່າ ວິທີແກ້ໄຂຂອງ Huawei ຈະມີບົດບາດສຳຄັນໃນນະໂຍບາຍການຫັນເປັນດິຈິຕອນ ແລະ ການສົ່ງເສີມພະລັງງານສະອາດແບບຍືນຍົງ ພາຍໃຕ້ຂອບຂອງລັດຖະບານລາວ.
ມາຮອດວັນທີ 31 ທັນວາ 2021, ບໍລິສັດຫົວເຫວີຍໄດ້ຊ່ວຍລູກຄ້າທົ່ວໂລກສ້າງພະລັງງານສີຂຽວ 482,9 ຕື້ກິໂລວັດໂມງ, ປະຢັດໄຟຟ້າໄດ້ 14,2 ຕື້ກິໂລວັດໂມງ, ແລະ ຫຼຸດຜ່ອນການປ່ອຍອາຍຄາບອນໄດ້ 230 ລ້ານໂຕນ, ເທົ່າກັບ 320 ລ້ານຕົ້ນ.
ຫົວເຫວີຍ ກຳລັງຮ່ວມມືແລະຊ່ວຍເຫຼືອບັນດາອົງການຂອງລັດຖະບານ ໃຫ້ສອດຄ່ອງກັບທ່າອ່ຽງຂອງການນໍາປະເທດລາວເຂົ້າສູ່ຍຸກດິຈິຕອນ, ຍຸກອຸດສາຫະກຳ 4.0 ແລະ ການນຳໃຊ້ພະລັງງານແບບຍືນຍົງ ເພື່ອບັນລຸເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.