ເມືອງຫ້ວຍຊາຍ ຄວ້າແຊັມການແຂ່ງຂັນຊ່ວງເຮືອ ເທດສະການດອນງິ້ວບານ ດອນຊາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

93

ພິທີແຂ່ງຂັນຊ່ວງເຮືອ 4 ປະເທດໃນງານເທດສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ຈັດຂຶ້ນວັນທີ 26 ມັງກອນ 2023 ທີ່ດອນຊາວ (ເຂດເສດຖະພິເສດສາມຫຼຽມຄຳ) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີ ທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າເມືອງຕົ້ນເຜິ້ງ, ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະພິເສດສາມຫຼຽມຄຳ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມ.

ການຈັດງານຄັ້ງນີ້ເພື່ອອະນຸຮັກວັດທະນະທໍາ ຮີດຄອງປະເພນີລາວອັນດີງາມທັງ 3 ປະເທດ ທັງເພື່ອສົ່ງເສີມການທ່ອງທ່ຽວຂອງເມືອງຕົ້ນເຜິ້ງໃນເທດສະການດອກງິ້ວບານໃຫ້ມີຂະບວນການມ່ວນຊື່ນຫຼາຍຂຶ້ນ.

ການແຂ່ງຂັນຄັ້ງນີ້ມີເຮືອຊ່ວງຊາຍປະເພດ 35 ສີພາຍ ຈຳນວນ 8 ທີມ ຈາກ3 ປະເທດ ເຂົ້າຮ່ວມຄື: ທີມເມືອງຕົ້ນເຜິ້ງ 1, ທີມ ເມືອງຕົ້ນເຜິ້ງ 2, ທີມ ເມືອງປາກທາ 1, ທີມເມືອງປາກທາ 2, ທີມເມືອງຫ້ວຍຊາຍ, ທີມອຳເພີຊຽງແສນ ປະເທດໄທ, ທີມຕົວແທນ ສປ ຈີນ ແລະ ທີມທະນາຄານພັດທະນາລາວ ໄລຍະການແຂ່ງຂັນ 800 ແມັດ.

ສຳລັບລາງວັນ ທີມທີ່ໄດ້ ອັນດັບ 1 ໄດ້ຮັບເງິນສົດ 150ລ້ານກີບ ພ້ອມຂັນ, ລາງວັນທີ 2 ເງິນສົດ 100ລ້ານກີບ ພ້ອມຂັນ, ລາງວັນທີ 3 ເງິນສົດ 50ລ້ານກີບ ພ້ອມຂັນ. ສ່ວນທີມທີ່ຕົກຮອບຈະໄດ້ລາງວັນຊົມເຊີຍທີມລະ15ລ້ານກີບ.

ຜ່ານການແຂ່ງທີມເມືອງຫ້ວຍຊາຍສາມາດຍາດໄດ້ລາງວັນທີ 1 ໄດ້ຮັບເງິນສົດ 150 ລ້ານກີບ ພ້ອມຂັນລາງວັນ; ອັນດັບ 2 ທີມເມືອງປາກທາ2ໄດ້ຮັບເງິນສົດ 100 ລ້ານກີບ ພ້ອມຂັນລາງວັນ ແລະ ອັບດັບ3 ທີມເມືອງຕົ້ນເຜິ້ງ1 ໄດ້ເງິນສົດ 50 ລ້ານກີບ ພ້ອມຂັນລາງວັນ.
ສ່ວນທີມທີ່ຕົກຮອບຈະໄດ້ຮັບລາງວັນຊົມເຊີຍທີມລະ15 ລ້ານກີບ.