ບໍ​ລິ​ສັດ ຊື​ເຟິງ ລ້ານ​ຊ້າງ ມິ​ເນ​ໂຣນ ໄດ້​ຮັບ​ລາງວັນ​ທຸ​ລະ​ກິດ​ຊັ້ນ​ນຳ​ດີ​ເດັ່ນ ປະ​ຈຳ​ປີ 2022

64

ຈາກຜົນງານການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງລາຍຮັບສູ່ປະເທດຊາດ ແລະພັດທະນາເສດຖະກິດສັງຄົມ ມາຢ່າງຕໍ່ເນື່ອງຂອງບໍ​ລິ​ສັດ ຊື​ເຟິງ ລ້ານ​ຊ້າງ ມິ​ເນ​ໂຣນ​ ລິ​ມິ​ເຕັດ ບໍ່​ຄຳ-ທອງ ເຊ​ໂປນ ເຮັດໃຫ້ປີ 2022 ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ລາວ (ສ​ຄອ​ຊ) ໄດ້ມອບໂລ້-ລາງວັນ​ທຸ​ລະ​ກິດ​ຊັ້ນ​ນຳ​ດີ​ເດັ່ນ ໃຫ້​ແກ່ບໍ​ລິ​ສັດ ຊື​ເຟິງ ລ້ານ​ຊ້າງ ມິ​ເນ​ໂຣນ​ ລິ​ມິ​ເຕັດ (ລ​ຊມ​ລ) ເພື່ອ​ຮັບ​ຮູ້ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ​ບໍ່​ຄຳ-ທອງ ເຊ​ໂປນ ຕໍ່ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ໃນ​​ປີ 2022 ທີ່​ຜ່ານ​ມາ.

May be an image of 2 people and people standing
ທ່ານ ສະ​ໝານ ອະ​ເນ​ກາ ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ໄດ້​ກ່າວ​ວ່າ: “ຕົນເອງ​ຮູ້​ສຶກ​ເປັນ​ກຽດ ແລະ ພູມ​ໃຈ​ຢ່າງ​ຍິ່ງ​ທີ່​ໄດ້​ຂຶ້​ນ​ມາ​ຮັບ​ລາງວັນຄັ້ງ​ນີ້​ ຕາງ​ໜ້າ​ໃຫ້​​ພະ​​ນັກ​ງານທຸກໆ​ຄົນ ຂອງ​ບໍ​ລິ​ສັດຊືເຟິງ ລ​ຊມ​ລ. ລາງວັນ​ທີ່​ໄດ້​ຮັບ​ຄັ້ງ​ນີ້ ຈະ​ເປັນ​ກຳລັງ​ໃຈ​ໃຫ້​​ບໍ​ລິ​ສັດ​ໄດ້​ຕັ້ງ​ໜ້າສືບ​ຕໍ່​ເປັນ​ນັກ​ລົງ​ທຶນ​ທີ່​ມີ​ຄວາ​ມ​ຮັບ​ຜິດ​ຊອບ ​ເພື່ອ​ຂະ​ຫຍາຍ​ທຸ​ລະ​ກິດ ແລະ ສ້າງ​ຜົນ​ປະ​ໂຫຍດທີ່​ດີ ​ໃຫ້​ແກ່ທຸກພາກ​ສ່ວນກ່ຽວ​ຂ້ອງ.”

May be an image of 1 person
ໃນ​ໄລ​ຍະຜ່ານ​ມາ ລ​ຊມ​ລ ໄດ້​ຮັບ “ລາງວັນ​ທຸ​ລະ​ກິດ​ດີ​ເດັ່ນ​ຈາ​ລຶກວັນ​ຄົບ​ຮອບ 40 ປີ” ຂອງ ສ​ປ​ປ ລາວ ສຳ​ລັບ​ການ​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ລາງວັນ​ບໍ​ລິ​ສັດ​ຂຸດ​ຄົ້ນ​ບໍ່​ແຮ່​ດິ​ເດັ່ນ​ຂອງ​ອາ​ຊຽນ​ ແລະ ລາງວັນ​ບໍ​ລິ​ສັດ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ ແລະ ການ​ພັດ​ທະ​ນາ​ຊຸມ​ຊົນ​ຂອງ​ອາຊຽນ.

May be an image of sky, mountain and twilight
ນັບແຕ່​ປີ 2016 ເປັນ​ຕົ້ນ​ມາ, ລ​ຊມ​ລ ໄດ້ເປັນ​ບໍ​ລິ​ສັດ​ບໍ່​ແຮ່​ໜຶ່ງ​ດຽວ​​ຢູ່​ໃນ ສ​ປ​ປ ລາວ ທີ່​ໄດ້​ຮັບ​ລາງວັນ​ທີ່​ມີ​ກຽດໃນ​ຂັ້ນ A+ ທີ່​ເປັນ​ລະ​ດັບສູງ​ສຸດຈາກ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ໂດຍ​ການ​ເປັນ​ແບບ​ຢ່າງ​ທີ່​ນຳ​ໜ້າ​ໃຫ້​ແກ່​ໂຄງ​ການອື່ນໆ.

May be an image of 1 person and indoor
ນັບຕັ້ງ​ແຕ່​ດຳ​ເນີນ​ການ​ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງ​ໃນ​ປີ 2003, ບໍ່​ຄຳ-ທອງ ເຊ​ໂປນ ໄດ້​ຜະ​ລິດ​ຄຳຫຼາຍກວ່າ 1,5 ລ້ານ​ ອອນ​ສ ແລະ ຜະ​ລິດ​ແຜ່ນ​ທອງຫຼາຍກວ່າ 1,1 ລ້ານໂຕນ ອັນ​ໄດ້​ປະ​ກອບສ່ວນ​ລາຍ​ຮັບ​ໂດຍ​ກົງຫຼາຍກວ່າ 1,6 ຕື້ໂດ​ລາ ໃຫ້​ແກ່ ສ​ປ​ປ ລາວ ໂດຍ​ຜ່ານ​ການ​ຈ່າຍ​ພາ​ສີ-ອາ​ກອນ, ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ. ນອກ​ຈາກ​ນັ້ນ ຍັງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທາງ​ອ້ອມຫຼາຍ​ຮ້ອ​ຍ​ລ້ານ​ໂດ​ລາ ​ດ້ວຍ​ການ​ສ້າງວຽກ​ເຮັດ​ງານ​ທຳ, ຜ່ານ​ການ​ຝຶກ​ອົບ​ຮົມ​ຕ່າງໆ, ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ການ​ຈ່າຍ​ເງິນ​ໃຫ້​ແກ່ ຄູ່​ຮ່ວມ​ທຸ​ລະ​ກິດ ແລະ ຜູ້​ສະ​ໜອງ​ທ້ອງ​ຖິ່ນ. ລ​ຊມ​ລ ໄດ້​ລົງ​ທຶນ​ປະ​ມານ 50 ລ້ານ​ໂດ​ລາ ​ໃສ່​ກາ​ນ​ພັດ​ທະ​ນາ​ໂຄງ​ລ່າງ​ພື້ນ​ຖານ​ແຫ່ງ​ຊາດ ແລະ ທ້ອງ​ຖິ່ນ, ປະ​ກອບ​ສ່ວນ 56 ລ້ານ​ໂດ​ລາ ໃສ່​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ແລະ ຫຼາຍ​ລ້ານ​ໂດ​ລາ ເຂົ້າ​ໃນ​ການ​ອະ​ນຸ​ລັກ ມໍ​​ລະ​ດົກ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ແຜນ​ງານ​ອື່ນໆ.

May be an image of tree, road and sky
ນອກ​ຈາກ​ນີ້ ຍັງ​ມີປະຊາຊົນເມືອງວິລະບູລີ ແຂວງ​ສະ​ຫວັນ​ນະ​ເຂດ ຫຼາຍກວ່າ 40.000 ຄົນ ໄດ້ຮັບຜົນປະໂຫຍດຈາກ ໂຄງການພັດທະນາຊຸມຊົນຂອງ ໂຄງການຄຳ-ທອງ ເຊໂປນ ລວມມູນຄ່າ 20 ລ້ານ​ໂດ​ລາ. ມາ​ຮອດ​ປັດ​ຈຸ​ບັນ, ລາຍໄດ້ຂອງຊຸມຊົນທ້ອງຖິ່ນຜ່ານກຸ່ມທຸລະກິດທ້ອງຖິ່ນໄດ້​ເພີ່ມ​ຂຶ້ນເປັນ 50 ລ້ານ​ໂດ​ລາ ຕະຫຼອດ​ອາ​ຍຸ​ການ​​​ສຳ​ປະ​ທານບໍ່​ແຮ່​ຄຳ-ທອງ ເຊ​ໂປນ.
ທ່ານ ສະ​ໝານ ອະ​ເນ​ກາ ກ່າວ​ຕື່ມ​ວ່າ​: “ພວກ​ເຮົາ​ຈະ​ສືບ​ຕໍ່​ປະ​ກອ​ບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ໃນ​ຖາ​ນະ​ຄູ່​ຮ່ວມ​ພັດ​ທະ​ນາ ຢູ່ ໃນ ສ​ປ​ປ ລາວ.”

ຂ່າວ: ບໍ່​ຄຳ-ທອງ ເຊ​ໂປນ