ກະຊວງການເງິນ ລົງຊຸກຍູ້-ຕິດຕາມການນຳໃຊ້ລະບົບ ທັນສະໄໝ ຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່

53

ໃນວັນທີ 24 ມັງກອນ 2023 ນີ້, ບັນດາຄະນະກົມ ຂອງກະຊວງການເງິນ ນໍາໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ, ຄະນະຄັງເງິນແຫ່ງຊາດ, ຄະນະກົມເຕັກໂນໂລຊີຂໍ້ມູນ ຂ່າວສານການເງິນ, ຄະນະແນກ, ພະນັກງານວິຊາການຂອງກະຊວງການເງິນ ລົງຊຸກຍູ້, ຕິດຕາມການຈັດເກັບ ລາຍຮັບເຂົ້າງົບປະມານແຫ່ງລັດ ຜ່ານລະບົບທັນສະໄໝ ຂອງຂະແໜງການເງິນຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງ ພາຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ ພ້ອມຄະນະ.

May be an image of 7 people, people standing and indoor
ການລົງຊຸກຍູ້, ຕິດຕາມໃນຄັ້ງນີ້, ແມ່ນໜຶ່ງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ລວມທັງປະຕິບັດຕາມຄໍາສັ່ງ ສະບັບເລກທີ 18/ນຍ, ວ່າດ້ວຍການ ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ, ທັງຮັບປະກັນໃຫ້ຫົວໜ່ວຍງົບ ປະມານຖືກຕ້ອງ, ຄົບຖວນ, ໂປ່ງໃສ ໂດຍສະເພາະໃນຂະແໜງສ່ວຍສາອາກອນ, ການນຳໃຊ້ລະບົບຄຸ້ມຄອງການ ເກັບລາຍຮັບຄ່າທຳນຽມທາງແບບເອເລັກໂຕຣນິກ, ລະບົບຈັດເກັບຄ່າທຳນຽມ ແລະ ຄ່າບໍລິການຜ່ານອຸປະກອນ IPOS ແລະ ຂະແໜງຄັງເງິນນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານຄັງເງິນ (ລະບົບ RTIS) ເຫັນວ່າການຈັດຕັ້ງປະ ຕິບັດແມ່ນມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້.

May be an image of 5 people and people standing
ພ້ອມກັນນີ້, ຍັງໄດ້ມີການແລກປ່ຽນກັນຫລາຍບັນຫາ ໃນການຈັດຕັ້ງປະຕິບັດວຽກງານລະບົບທັນສະໄໝ ຂອງຂະແໜງການເງິນ, ຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ, ຊຶ່ງເຫັນໄດ້ວ່າມີທັງ ຂໍ້ສະດວກຂໍ້ຫຍຸ້ງຍາກ, ໃນການປະຕິບັດວຽກງານ, ການຫັນວຽກງານເປັນທັນສະໄໝເປັນຕົ້ນ ການນໍາໃຊ້ອຸປະ ກອນ iPOS ເພື່ອລວມສູນງົບປະມານຂອງລັດ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ.

May be an image of 10 people, people standing, people sitting and indoor

ນອກນັ້ນ, ຍັງຈະ ໄດ້ຂະຫຍາຍເພີ່ມ 3 ຈຸດ ໃຫ້ບໍລິການຢູ່ເກັບລາຍຮັບຄ່າທຳນຽມ ປະຈຳກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່, ສາຂາເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ, ເພື່ອນຳໃຊ້ລະບົບຄຸ້ມຄອງການຈັດເກັບຄ່າທຳ ນຽມທາງ ຕື່ມອີກ.

May be an image of 6 people, people standing and indoor