ຮອງນາຍົກ ເນັ້ນ 3 ຈຸດສຸມ ເພື່ອປັບປຸງວຽກງານ ຖວທ

109

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ ຖວທ ເອົາໃຈໃສ່ຫຼາຍບັນຫາສໍາຄັນ ເພື່ອປະກອບສ່ວນໃນການໂຄສະນາ – ສົ່ງເສີມການທ່ອງທ່ຽວ.

ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ທົ່ວປະເທດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ທີ່ຈັດຂຶ້ນໃນວັນທີ 23 ແລະ ສຳເລັດໃນວັນທີ 24 ມັງກອນ 2023 ທີ່ຫໍວັດທະນະທຳແຫ່ງຊາດ ເຂົ້າຮ່ວມໂອ້ລົມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ພ້ອມມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ບັນດາຫົວໜ້າພະແນກ ຖວທ ທົ່ວປະເທດເຂົ້າຮ່ວມທັງເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ.

ໃນກອງປະຊຸມ ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຂຶ້ນລາຍງານໝາກຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານແຕ່ລະຂົງເຂດວຽກງານທີ່ປິ່ນອ້ອມຂະແໜງ ຖວທ 1 ປີຜ່ານມາ ແລະ ຜົນການຈັດຕັ້ງປະຕິບັດກອງປະຊຸມໄລຍະ 2 ມື້ຜ່ານມາ ຕໍ່ກອງປະຊຸມ.

ພາຍຫຼັງຮັບຟັງການລາຍງານຂອງ ທ່ານລັດຖະມົນຕີ ກະຊວງ ຖທວ ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ກະຊວງ ຖວທ ໄດ້ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ພັກ ແລະ ລັດຖະບານ ໄດ້ເປັນຢ່າງດີ ແລະ ມີຜົນງານອັນພົ້ນເດັ່ນຫຼາຍດ້ານ. ກອງປະຊຸມຄັ້ງນີ້, ແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນຫຼາຍ ເຊິ່ງເປັນກອງປະຊຸມສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາວຽກງານໃນໄລຍະ 1 ປີຜ່ານມາ ແລະ ໄດ້ຮັບຮອງເອົາທິດທາງແຜນການໃນ 1 ປີຕໍ່ໜ້າ. ຄຽງຄູ່ກັບຜົນງານໃນ 1 ປີທີ່ຂະແໜງ ຖວທ ຍາດມາໄດ້ ຍັງເຫັນວ່າມີຈຸດອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ເພື່ອແລກປ່ຽນກັບບັນດາສະຫາຍເພື່ອເປັນທິດໃນຕໍ່ໜ້າ.


+ ວຽກງານວິຊາສະເພາະ:
1). ເອົາໃຈໃສ່ປັບປຸງຍົກລະດັບວຽກງານສື່ມວນຊົນໃຫ້ທັນສະໄໝໄປສູ່ລະບົບດີຈີຕອນ, ການຂະຫຍາຍຕານ່າງໂທລະໂຄ່ງໄປສູ່ຊຸມຊົນທ້ອງຖິ່ນເຂດຫ່າງໄກສອກຫຼີກໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ນໍາໃຊ້ສື່ແບບໃໝ່ໃຫ້ຫຼາຍຂຶ້ນ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ຕອບຕ້ານການໂຄສະນາສິ່ງທີ່ບິດເບືອນຂໍ້ມູນຕົວຈິງຕໍ່ແນວທາງນະໂຍບາຍຂອງພັກ – ລັດ, ປັບປຸງເນື້ອຫາສາລະຂອງບົດຂ່າວ, ບົດຄວາມ, ບົດສາລະຄະດີ ແລະ ລາຍການບັນເທີງຕ່າງໆ ຕ້ອງໃຫ້ມີເນື້ອໃນໂນມນ້າວ, ດຶງດູດ, ຈູງໃຈຜູ້ອ່ານ, ຜູ້ຊົມ ແລະ ຜູ້ຟັງ; ຄົ້ນຄວ້າປະຕິບັດນະໂຍບາຍຍ້ອງຍໍສັນລະເສີນບຸກຄົນ, ສັງຄົມ ແລະ ໜ່ວຍງານທີ່ມີຜົນງານດີເດັ່ນ ຕາມ ຄວາມເປັນຈິງ; ບໍາລຸງສ້າງພະນັກງານໃນຖັນແຖວສື່ມວນຊົນ ທາງດ້ານເຕັກນິກວິຊາການ ແລະ ຈັນຍາບັນຂອງສື່ ໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ ພ້ອມທັງຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ.

2). ເອົາໃຈໃສ່ຊຸກຍູ້ສົ່ງເສີມ ຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ຕ້ອງມີຄຸນນະພາບຢ່າງແທ້ຈິງ, ເສີມຂະຫຍາຍຄຸນຄ່າວັດທະນະທໍາ ທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລດ້ານຈິດໃຈຂອງສັງຄົມ ບົນພື້ນຖານການອະນຸລັກຟື້ນຟູວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງເຜົ່າ ໄປພ້ອມກັບການແກ້ໄຂ – ຕີຖອຍສິ່ງຫຼ້າຫຼັງງົມງວາຍ; ສົ່ງເສີມເອກະລັກດ້ານສິລະປະວັນນະຄະດີ, ພູມປັນຍາເຂົ້າໃນການສ້າງຜະລິດຕະພັນວັດທະນະທໍາ ໃຫ້ມີຫຼາກຫຼາຍສີສັນ – ຫຼາຍຮູບແບບ; ເສີມຂະຫຍາຍ, ປົກປັກຮັກສາ, ຄຸ້ມຄອງມໍລະດົກວັດທະນະທໍາຂອງຊາດ ໂດຍສະເພາະແມ່ນສຸມໃສ່ການນໍາສະເໜີເອົາພູຫີນໜາມໜໍ່, ຟ້ອນລໍາວົງລາວ ແລະ ສິ້ນລາຍນາກລາວ ເຂົ້າເປັນມໍລະດົກໂລກ; ນອກຈາກນີ້ຕ້ອງໄດ້ກໍ່ສ້າງພະນັກງານຜູ້ທີ່ມີພອນສະຫວັນທາງດ້ານວັດທະນະທໍາ ໃຫ້ມີການພັດທະນາດີຂຶ້ນ, ໄປຄຽງຄູ່ກັບການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານຢ່າງສົມເຫດສົມຜົນ ແລະ ຖືກຕ້ອງຕາມຄວາມເປັນຈິງ.

3). ເອົາໃຈໃສ່ໂຄສະນາ, ພັດທະນາ, ຄຸ້ມຄອງແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ, ທ່ອງທ່ຽວກະສິກໍາ ແລະ ການທ່ອງທ່ຽວແບບຍືນຍົງ ປະຊາຊົນມີສ່ວນຮ່ວມ; ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ບັນດາຫົວໜ່ວຍທຸລະກິດ ຈັດຕັ້ງປະຕິບັດແຜນຟື້ນຟູການທ່ອງທ່ຽວ ພາຍຫຼັງທີ່ໄດ້ເປີດປະເທດ, ຊຸກຍູ້ແນະນໍາບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການສະຖານທີ່ພັກແຮມ, ຮ້ານອາຫານ ໃຫ້ມີຄຸນນະພາບ, ສ້າງກິດຈະກຳ ແລະ ຜະລິດຕະພັນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ຕິດພັນກັບການທ່ອງທ່ຽວວັດທະນະທຳຂອງບັນດາເຜົ່າ ແລະ ກະສິກຳ ເພື່ອສົ່ງເສີມການທ່ອງທ່ຽວ “ ລາວທ່ຽວລາວ ຊົມໃຊ້ຜະລິດຕະພັນລາວ ” ແລະ ຄຸ້ມຄອງບັນດາຫົວໜ່ວຍທຸລະກິດຕ່າງໆໃຫ້ເຂົ້າສູ່ລະບຽບການ.