ນາຍົກເນັ້ນ ໃຫ້ພາກສ່ວນທຸລະກິດ ເອົາໃຈໃສ່ຮັກສາສະພາບຄ່ອງດ້ານການເງິນ

86

ທ່າມກາງເງື່ອນໄຂເສດຖະກິດໂລກ, ສະພາບແວດລ້ອມຂອງພາກພື້ນ – ສາກົນ ຍັງສືບຕໍ່ປ່ຽນແປງຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ, ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ພາກສ່ວນທຸລະກິດ ເອົາໃຈໃສ່ຮັກສາສະພາບຄ່ອງດ້ານການເງິນ ເພື່ອໃຊ້ຈ່າຍໃນການເຄື່ອນໄຫວທຸລະກິດ ບໍ່ສ້າງພາລະໜີ້ສິນເກີນຂອບເຂດ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວໂອ້ລົມໃນກອງປະຊຸມພົບປະນັກທຸລະກິດ ແລະ ງານມອບ – ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2023 ທີ່ຫໍປະຊຸມແຫ່ງຊາດ ເມື່ອວັນທີ 23 ມັງກອນຜ່ານມາ ທ່ານໄດ້ກ່າວວ່າ: ໃນຂົງເຂດເສດຖະກິດ ກ່ອນອື່ນໝົດພວກເຮົາຕ້ອງຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກ ເຊິ່ງມັນສະແດງອອກໃນດ້ານການດຸ່ນດ່ຽງຕ່າງໆ ເປັນຕົ້ນການມີວຽກເຮັດງານທຳ, ການມີລາຍໄດ້ປົກກະຕິ ຈຶ່ງຈະຮັບປະກັນການຈັບຈ່າຍໃຊ້ສອຍຂອງສັງຄົມ, ຈາກນັ້ນວິສາຫະກິດ ຈຶ່ງຈະຮັກສາລະດັບການລົງທຶນ ກໍຄືການສະໜອງສິນຄ້າ. ພາກສ່ວນທຸລະກິດ ຕ້ອງເອົາໃຈໃສ່ໃນການຮັກສາສະພາບຄ່ອງດ້ານການເງິນຂອງຕົນ ເວົ້າງ່າຍໆ ກໍໃຫ້ມີເງິນໝູນວຽນ ເພື່ອໃຊ້ຈ່າຍໃນການເຄື່ອນໄຫວທຸລະກິດ ບໍ່ສ້າງພາລະໜີ້ສິນເກີນຂອບເຂດ, ການເພີ່ມຂຶ້ນຂອງລາຄາສິນຄ້າຕ້ອງສົມເຫດສົມຜົນ ແລະ ຄວບຄຸມໄດ້; ຕ້ອງມີການດຸ່ນດ່ຽງດ້ານຊັບພະຍາກອນທີ່ເປັນປັດໄຈການຜະລິດຕ່າງໆ ເຊັ່ນ: ທຶນຮອນ, ແຮງງານ, ວັດຖຸດິບ, ຕະຫຼາດກັບກຳລັງການຜະລິດ ແລະ ອື່ນໆ. ພ້ອມນັ້ນ, ກໍຕ້ອງມີການເສຍພັນທະດ້ານພາສີ ແລະ ອາກອນຖືກຕ້ອງຕາມກົດໝາຍ. ເມື່ອມີສະຖຽນລະພາບໃນເສດຖະກິດຈຸນລະພາກ ມັນກໍຈະປະກອບສ່ວນໃຫ້ແກ່ສະຖຽນລະພາບ ຂອງເສດຖະກິດມະຫາພາກໄດ້.

ທ່ານກ່າວຕື່ມວ່າ: ສຳລັບການປະກອບສ່ວນຕໍ່ການເຕີບໂຕເສດຖະກິດນີ້ ຮຽກຮ້ອງໃຫ້ພາກສ່ວນການຜະລິດ – ທຸລະກິດ ເອົາໃຈໃສ່ຢ່າງຈິງຈັງການເຕີບໂຕທີ່ຍືນຍົງ ຕາມທິດສີຂຽວ. ຄວາມຍືນຍົງໃນລະດັບມະຫາພາກ ຮຽກຮ້ອງໃຫ້ພວກເຮົາເອົາໃຈໃສ່ພັດທະນາ ຫຼື ຂະຫຍາຍການຜະລິດ – ທຸລະກິດ ໂດຍຄຳນຶງເຖິງດ້ານເສດຖະກິດ, ດ້ານສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ.

ພັກ ແລະ ລັດຖະບານ ຖືເສດຖະກິດເປັນໃຈກາງ, ສະນັ້ນ ພວກເຮົາຕ້ອງພ້ອມກັນເອົາໃຈໃສ່ບັນຫານີ້ຢ່າງຈິງຈັງ. ພວກເຮົາເຂົ້າໃຈຄວາມຫຍຸ້ງຍາກຂອງພາກທຸລະກິດ ແລະ ຄວາມບໍ່ແນ່ນອນຂອງການຜະລິດ – ທຸລະກິດ ເຊິ່ງສ່ວນໜຶ່ງກໍຢູ່ນອກການຄາດຄະເນ ແລະ ຄວບຄຸມໄດ້. ອັນເຫັນໄດ້ຊັດເຈນ ຄືສະພາບເສດຖະກິດໂລກທີ່ຍັງບໍ່ຟື້ນຕົວດີເທົ່າຄວນ. ນອກນັ້ນ, ສະພາບລາຄານ້ຳມັນໃນຕະຫຼາດໂລກເພີ່ມຂຶ້ນ, ວັດຖຸດິບ ແລະ ປັດໄຈການຜະລິດອື່ນໆກໍເພີ່ມຂຶ້ນເຊັ່ນກັນ ເຊິ່ງໄດ້ສົ່ງຜົນກະທົບໃຫ້ລາຄາສິນຄ້າຂາຍຢູ່ພາຍໃນ, ສົ່ງອອກຂອງພວກເຮົາມີຄວາມຫຍຸ້ງຍາກຂຶ້ນ; ພວກເຮົາຕ້ອງໄດ້ພ້ອມກັນສູ້ຊົນໄປຕື່ມອີກໄລຍະໜຶ່ງ, ທ່ານນາຍົກກ່າວ.
ທ່ານຍັງເນັ້ນອີກວ່າ: ເພື່ອສ້າງຄວາມເຂັ້ມແຂງໃຫ້ພາກທຸລະກິດຕາມແນວທາງນະໂຍບາຍຂອງພັກ, ພວກເຮົາຕ້ອງໄດ້ເຂັ້ມງວດໃນການປະຕິບັດກົດໝາຍ ແລະ ລະບຽບການຕ່າງໆຂອງລັດ. ໃນນັ້ນ, ຕ້ອງສົ່ງເສີມຜູ້ເຮັດດີ, ເຮັດແທ້ທຳຈິງ ແລະ ຖືກຕ້ອງຕາມນະໂຍບາຍ ແລະ ກົດໝາຍ. ພ້ອມດຽວກັນ, ກໍຕ້ອງຈຳກັດແກ້ໄຂຜູ້ເຮັດບໍ່ຖືກຕ້ອງ ເພື່ອຮັບປະກັນການແຂ່ງຂັນທີ່ເປັນທຳ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ຜະລິດ, ຜູ້ຄ້າ – ຂາຍ ແລະ ຜູ້ຊົມໃຊ້. ພວກເຮົາຕ້ອງຍ້ອງຍໍ ແລະ ຖືເປັນແບບຢ່າງ ສຳລັບບໍລິສັດໃດເຮັດໄດ້. ກົງກັນຂ້າມ, ບໍລິສັດໃດມີເງື່ອນໄຂແລ້ວ ແຕ່ບໍ່ປະຕິບັດ ຕ້ອງໄດ້ມີມາດຕະການຄືບໍ່ສົ່ງເສີມ ເພາະຈະເປັນແບບຢ່າງບໍ່ດີໃຫ້ຂະບວນລວມ.