ກອງປະຊຸມໂຕະມົນປະຈຳປີ 2022 ສຸມໃສ່ຫາລື 5 ຫົວຂໍ້ສຳຄັນ ໃນການພັດທະນາ ສປປ ລາວ

68

ເປີດກອງປະຊຸມໂຕະມົນ ປະຈຳປີ 2022 ພາຍໃຕ້ຫົວຂໍ້: “ເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ປະຈຳປີ 2022 ແລະ ແຜນປີ 2023 ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ” ໂດຍກອງປະຊຸມໄດ້ມີການນຳສະເໜີ ແລະ ປຶກສາຫາ 5 ບັນຫາສຳຄັນ.

May be an image of 2 people, people sitting and people standing
ກອງປະຊຸມໂຕະມົນປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2023 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ປະທານຮ່ວມຂອງ ທ່ານ ນາງ ຊາລາ ເຊັກເກເນສ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ມີບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເລຂາທິການ ແລະ ຮອງປະທານກຳມະທິການສະພາແຫ່ງຊາດ, ເອກອັກຄະລັດຖະທູດ, ທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນເອກະຊົນເຂົ້າຮ່ວມ. ກອງປະຊຸມໂຕະມົນປະຈຳປີ 2022 ໄດ້ຮັບການສະໜັບສະໜູນງົບປະມານຈາກ USAID ແລະ ການສະໜັບສະໜູນດ້ານວິຊາການຈາກອົງການ UNDP.

May be an image of indoor
ກອງປະຊຸມ ໄດ້ຮັບຟັງການນຳສະເໜີ ແລະ ປຶກສາຫາ 5 ຫົວຂໍ້ທີ່ສໍາຄັນ ຄື: (1) ຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2022 ແລະ ແຜນປີ 2023, (2) ຍຸດທະສາດການເງິນ (2023-2025) ເພື່ອສະໜັບສະໜູນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); (3) ຂອບການຟື້ນຟູເສດຖະກິດ ຂອງ ສປປ ລາວ; (4) ຄວາມຄືບໜ້າຂອງການຮ່າງແຜນຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບການດ້ອຍພັດທະນາຢ່າງໂລ່ງລ່ຽນ ຂອງ ສປປລາວ ແລະ (5) ທິດທາງໃນຕໍ່ໜ້າການຮ່ວມມືເພື່ອການພັດທະນາທີ່ມີປະສິດທິຜົນ ພາຍໃຕ້ແຜນດຳເນີນງານຖະແຫຼງການວຽງຈັນ ແລະ ການທົບທວນໜ່ວຍງານຂະແໜງການ.

May be an image of 5 people and text
ໃນກອງປະຊຸມ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ການຈັດກອງປະຊຸມໂຕະມົນ ແຕ່ລະຄັ້ງແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ຕໍ່ ສປປ ລາວ, ເປັນໂອກາດດີ ໃຫ້ແກ່ພວກເຮົາໄດ້ ປຶກສາຫາລື ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ແຜນປີ 2023, ຍຸດທະສາດການເງິນ, ຂອບການຟື້ນຟູເສດຖະກິດ, ການອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກົນໄກການຮ່ວມມືເພື່ອການພັດທະນາ.

May be an image of one or more people and people standing
ທ່ານຍັງໄດ້ຢໍ້າຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານ ການຮ່ວມມືເພື່ອການພັດທະນາຕາມກົນໄກຂອງຂະບວນການໂຕະມົນທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ ລວມທັງ ໜ່ວຍງານຂະແໜງການ ກໍຄື ແຜນດຳເນີນງານຂອງຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ສອງວາລະແຫ່ງຊາດຂອງລັດຖະບານ, ວາລະການພັດທະນາ 2030 ແລະ ພັນທະສາກົນຕ່າງໆທີ່ ສປປ ລາວ ເປັນພາຄີໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້. ເຖິງແມ່ນວ່າ ສປປ ລາວ ຈະປະເຊີນກັບຄວາມຫຍຸ້ງຍາກປານໃດກໍ່ຕາມ ແຕ່ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາຍັງຮັກສາຄໍາໝັ້ນສັນຍາທີ່ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ລັດຖະບານ ສປປ ລາວ ເພື່ອປະກອບສ່ວນເຂົ້ານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະ ໂດຍລວມແມ່ນມີທ່າອ່ຽງທີ່ດີຂຶ້ນ.

May be an image of 1 person, indoor and text that says 'nts of2022'
ທ່ານ ນາງ ຊາລາ ເຊັກເກເນສ ຜູ້ປະສານງານ ອົງການສະຫະປະຊາຊາດ ກ່າວວ່າ: ເນື່ອງຈາກຄວາມທ້າທາຍຫລາຍຢ່າງທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ຫຼາຍກວ່າທີ່ເຄີຍມີມາ, ບັນດາຄູ່ຮ່ວມມືພັດທະນາຂອງ ສປປ ລາວ ຕ້ອງຊອກຫາວິທີການ ການເຮັດວຽກຮ່ວມກັນຢ່າງມີປະສິດທິຜົນກວ່າເກົ່າ ເພື່ອສະໜັບສະໜູນເສັ້ນທາງການພັດທະນາແບບຍືນຍົງ ແລະ ຮອບດ້ານ.

May be an image of 1 person

ຂະບວນການໂຕະມົນນີ້ ຖືເປັນເວທີອັນລ້ຳຄ່າ ເພື່ອຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍດັ່ງກ່າວ ແລະ ດ້ວຍການປຶກສາຫາລືທີ່ມີແກ່ນສານບົນພື້ນຖານການປຶກສາຫາລືບັນດາເນື້ອໃນດ້ານການເງິນເພື່ອການພັດທະນາ, ການຟື້ນຟູ ແລະ ຄວາມຢືດຢຸ່ນ ແລະ ການກະກຽມໃຫ້ແກ່ການຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາໄດ້ສະແດງໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມໃນຄັ້ງນີ້ ທີ່ເປັນເວທີໃຫ້ແກ່ການປຶກສາຫາລື ແລະ ການແລກປ່ຽນເຊິ່ງກັນ ແລະກັນ.