ລັດຖະບານ ວາງ 8 ຈຸດສຸມ ຍູ້ເສດຖະກິດຂະຫຍາຍຕົວ 4,5% ຂຶ້ນໄປ

171

ໃນໂອກາດກອງປະຊຸມພົບປະນັກທຸລະກິດ ແລະ ງານມອບ – ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວໂອ້ລົມຕໍ່ທີ່ປະຊຸມ ເຊິ່ງທ່ານໄດ້ນໍາສະເໜີ ແຜນພັດທະນາເສດຖະ ກິດ – ສັງຄົມແຫ່ງຊາດ 2023 ລັດຖະບານ ຈະໄດ້ເອົາໃຈໃສ່ສຸມໃສ່ການຈັດຕັ້ງປະຕິບັດສູ້ຊົນໃຫ້ GDP ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປ.

ທ່ານນາຍົກ ໄດ້ກ່າວບາງຕອນວ່າ: ໃນປີ 2023 ນີ້ ສະພາບແວດລ້ອມຂອງພາກພື້ນ – ສາກົນ ຍັງຈະສືບຕໍ່ປ່ຽນແປງຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະແມ່ນການລະບາດຂອງພະຍາດໂຄວິດ – 19, ບັນຫາລາຄາສິນຄ້າ ແລະ ນໍ້າມັນ, ຄວາມຂັດແຍ່ງດ້ານການເມືອງ, ບັນຫາໄພທໍາມະຊາດ, ການປ່ຽນແປງຂອງເຕັກໂນໂລຊີ ແລະ ການແຂ່ງຂັນທາງດ້ານເສດຖະກິດຕ່າງໆ; ບວກໃສ່ ສປປ ລາວ ກໍຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ, ບັນຫາດ້ານການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ອື່ນໆ.


ຕໍ່ກັບບັນຫາຕ່າງໆທີ່ກ່າວມານັ້ນ ລັດຖະບານ ໄດ້ພະຍາຍາມຊອກຫາທຸກວິທີທາງ ເພື່ອແກ້ໄຂ ໂດຍສະເພາະແມ່ນໄດ້ພະຍາຍາມສ້າງສິ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ, ການຄ້າ, ການລົງທຶນຂອງພາຍໃນ ແລະ ຕ່າງປະເທດ ພ້ອມທັງພະຍາຍາມດຶງດູດເອົາການສະໜັບສະໜູນຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັັ້ງສາກົນ ແລະ ນັກລົງທຶນຕ່າງປະເທດໃຫ້ເຂົ້າມາຊ່ວຍເຫຼືອ ແລະ ລົງທຶນຢູ່ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນ ໂດຍອີງໃສ່ທ່າແຮງທີ່ ສປປ ລາວ ເຮົາມີຢູ່.

ທ່ານກ່າວຕື່ມວ່າ: ປີ 2023 ລັດຖະບານ ຈະໄດ້ເອົາໃຈໃສ່ ສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແລະ ເນັ້ນໃສ່ເປົ້າໝາຍຈຸດສຸມຕ່າງໆ ເຊັ່ນ:
(1) ຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທີ່ໜັກແໜ້ນ.
(2) ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ໄປຕາມທິດທີ່ໄດ້ກໍານົດໄວ້.
(3) ຊຸກຍູ້ທ່າແຮງດ້ານເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ.
(4) ເລັງໃສ່ການພັດທະນາຊັບພະຍາກອນມະນຸດຢ່າງຕັັ້ງໜ້າ ໂດຍເນັ້ນເອົາຄຸນນະພາບເປັນກົກ.
(5) ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບວຽກງານ 3 ສ້າງໃຫ້ແຂງແຮງ ແລະ ມີຈຸດສຸມກວ່າເກົ່າ.
(6) ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຕາມທິດຍືນຍົງ ແລະ ຕິດພັນກັບການຟື້ນຟູຜົນກະທົບຈາກໄພພິບັດທໍາມະຊາດຕາມ ຄວາມສາມາດຕົວຈິງ.
(7) ປັບປຸງການຄຸ້ມຄອງບໍລິຫານລັດ, ຄຸ້ມຄອງເສດຖະ ກິດ – ສັງຄົມ ຕາມລະບຽບກົດໝາຍທີ່ເຂັ້ມງວດກວ່າເກົ່າ ແລະ ຮັບປະກັນທາງດ້ານປະສິດທິພາບ ແລະ ປະສິດທິຜົນ.
(8) ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ດ້ວຍການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການເຊື່ອມໂຍງ – ເຊື່ອມຈອດ ຕາມທິດທີ່ກອງປະຊຼຸມໃຫຍ່ ຄັ້ງທີ XI ຂອງພັກກໍານົດໄວ້.

ໃນນີ້, ຈະໄດ້ເນັ້ນໃສ່ເປົ້າໝາຍທີ່ເປັນບຸລິມະສິດ ຕິດພັນກັບການພັດທະນາເສດຖະ ກິດ – ສັງຄົມໃຫ້ກ້າວໄປຢ່າງໜັກແໜ້ນ ເຊັ່ນ: ລັດຖະບານຈະໄດ້ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ( GDP ) ໃນປີ 2023 ນີ້ ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປ, ລາຍຮັບຕໍ່ຫົວຄົນ ( GDP ຕໍ່ຫົວຄົນ ) ບໍ່ຕໍ່າກວ່າ 1.625 ໂດລາສະຫະລັດ ແລະ ລວມຍອດລາຍໄດ້ແຫ່ງຊາດ ( GNI ) ສະເລ່ຍຕໍ່ຫົວຄົນ 1.534 ໂດລາສະຫະລັດ; ສູ້ຊົນຜະລິດກະສິກໍາເປັນສິນຄ້າ ໃຫ້ໄດ້ 7,47 ລ້ານໂຕນ, ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ບັນລຸ 14.029,09 ຕື້ກີບ, ຜະລິດກະແສໄຟຟ້າ ໃຫ້ບັນລຸໄດ້ 51.134 ລ້ານກິໂລວັດໂມງ ເປັນມູນຄ່າ 41.321 ຕື້ກີບ, ຜະລິດແຮ່ທາດ ໃຫ້ໄດ້ 19.795 ຕື້ກີບ.

ສູ້ຊົນສ້າງມູນຄ່າການຈໍລະຈອນສິນຄ້າ ( ຂາຍຍົກ – ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ ) ໃຫ້ບັນລຸໄດ້ 73.541,80 ຕື້ກີບ, ການບໍລິການຂົນສົ່ງສິນຄ້າໃນທຸກເສັ້ນທາງ ( ທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລາງ ) ໃຫ້ໄດ້ 12.754 ພັນໂຕນ, ການຂົນສົ່ງໂດຍສານໃນທຸກເສັ້ນທາງໃຫ້ໄດ້ 95.864 ພັນຄົນ ແລະ ສູ້ຊົນດຶງດູດນັກທ່ອງທ່ຽວມາທ່ອງທ່ຽວ ສປປ ລາວ ໃຫ້ໄດ້ປະມານ 1.400.000 ເທື່ອຄົນ ແລະ ສ້າງລາຍຮັບໝູນ ວຽກຈາກການທ່ອງທ່ຽວປະມານ 340.000.000 ໂດລາສະຫະລັດ.
ກອງປະຊຸມພົບປະນັກທຸລະກິດ ແລະ ງານມອບ – ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ( ສຄອຊ ) ປະຈໍາປີ 2022 ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.