ປູກຕົ້ນຊາກຸຣະ ເພີ່ມຕື່ມ 150 ຕົ້ນ ທີ່ ເມືອງວຽງໄຊ ແຂວງຫົວພັນ

78

ພິທີປູກຕົ້ນຊະກຸຣະ ໄດ້ຖືກຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ມັງກອນ 2023 ທີ່ ສວນຊາກຸຣະມິດ ຕະພາບ ລາວ-ຍີ່ປຸ່ນ ເມືອງວຽງໄຊ ແຂວງຫົວພັນ.

ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງແຂວງຫົວພັນ, ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ; ມີແຂກກິດຕິມະສັກຄື ທ່ານ ພັນຄໍາ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຮສ. ປອ. ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງຝ່າຍ ສປປ ລາວ ແລະ ຝ່າຍຍີ່ປຸ່ນ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ທ່ານ ວັນໄຊ ແພງຊຸມມາ, ເຈົ້າແຂວງແຂວງຫົວພັນ ໄດ້ກ່າວເປີດພິທີຢ່າງເປັນທາງການ, ພ້ອມນັ້ນກໍມີການຂຶ້ນມີຄໍາເຫັນຕໍ່ພິທີ, ເຊິ່ງຕາງໜ້າລັດຖະບານ ສປປ ລາວ ໂດຍແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ໂດຍແມ່ນ ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ. ຈາກນັ້ນ, ກໍໄດ້ມີການຮັບຊົມການສາທິດວິທີການປູກຕົ້ນຊາກຸຣະ ຈາກຊ່ຽວຊານຍີ່ປຸ່ນ ແລະ ມີການປູກຕົ້ນຊາກຸຣະ ເພື່ອເປັນທີ່ລະນຶກ ຂອງບັນດາການນໍາ ທີ່ເຂົ້າຮ່ວມພິທີດັ່ງກ່າວ.


ການປູກຕົ້ນຊາກຸຣະ ເພີ່ມຕື່ມ ຈໍານວນ 150 ຕົ້ນ ໃນມື້ນີ້ ແມ່ນນອນຢູ່ໃນແຜນປະຕິບັດງານ ລາວ-ຍີ່ປຸ່ນ ທີ່ສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ປະກາດຮັບຮອງເອົາ ໃນເດືອນເມສາ 2021 ຜ່ານມາ. ໂຄງການປູກຕົ້ນຊາກຸຣະ ຢູ່ ສປປ ລາວ ແມ່ນໂຄງການທີ່ເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມທີີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ, ເຊິ່ງເບື້ອງຕົ້ນໄດ້ມີແຜນປູກເພີ່ມຕື່ມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (05 ມີນາ 1955) ຄົບຮອບ 65 ປີ ໃນປີ 2020 ຜ່ານມາ, ແຕ່ໄດ້ຖືກເລື່ອນອອກໄປ ຍ້ອນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.


ການປູກຕົ້ນຊາກຸຣະ ໃນມື້ນີ້ເກີດຂຶ້ນໄດ້ ຍ້ອນການຮ່ວມແຮງຮ່ວມໃຈ ແລະ ການປະສານງານຢ່າງໃກ້ຊິດ ລະຫວ່າງ ພາກ ສ່ວນກ່ຽວ ຂ້ອງຂອງສອງຝ່າຍ ຍີ່ປຸ່ນ ແລະ ສປປ ລາວ ທັງພາກສ່ວນລັດຖະ ບານ ແລະ ປະຊາຊົນ, ໂດຍສະເພາະ ມູນນິທິກອງທຶນການສຶກສາ ຢາມາດະ ໂອຊາມິດຊຶ (YAMADA Osamitsu) ທີ່ໄດ້ສືບສານເຈຕະນາລົມຂອງສອງລັດຖະບານ ຍີ່ປຸ່ນ ແລະ ສປປ ລາວ ໂດຍການນໍາເອົາຕົ້ນຊາກຸຣະມາປູກເພີ່ມ ຕື່ມ, ລວມທັງການຊ່ວຍສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະ 30 ປີ, ອົງການຄົນພິການອາຊີ ເພື່ອການພັດທະ ນາ (ADDP) ທີ່ໄດ້ທຸ່ມເຫື່ອເທແຮງໃນການບໍາລຸງຮັກສາ ສວນຊາກຸຣະມິດຕະ ພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ແລະ ພາກສ່ວນອື່ນໆ.


ດອກຊາກຸຣະ ແມ່ນດອກໄມ້ປະຈໍາຊາດຂອງຍີ່ປຸ່ນທີ່ມີຄວາມສວຍສົດງົດງາມ ແລະ ເປັນທີ່ຮັກມັກຂອງຊາວຍີ່ປຸ່ນ ແລະ ຊາວລາວ ເໝືອນດັ່ງດອກຈໍາປາຂອງລາວທີ່ເປັນດອກໄມ້ປະຈໍາຊາດ, ດັ່ງນັ້ນການປູກຕົ້ນຊາກຸຣະ ເພີ່ມຕື່ມ ຢູ່ ສວນຊາກູຣະມິດຕະພາບ ລາວ-ຍີ່ປຸ່ນ ໃນຄັ້ງນີ້ ຈະຍິ່ງເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການຍົກສູງຍິ່ງຂຶ້ນ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ກໍຄືຈະເປັນການແລກປ່ຽນດ້ານວັດທະນະທໍາ ລະ ຫວ່າງ ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ, ເຊິ່ງ ຢູ່ ເມືອງວຽງໄຊ ມີຕົ້ນດອກຊາກຸຣະ, ຢູ່ ສວນສັດກຽວໂຕ ມີຊ້າງລາວ. ພ້ອມດຽວກັນນັ້ນ, ສວນຊາກຸຣະມິດ ຕະພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ຈະປະກອບສ່ວນໃນການສົ່ງເສີມການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຫົວພັນ ໃນຕໍ່ໜ້າ.


ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ