ເລີ່ມສ້າງສູນການຄ້າຕະຫຼາດນິຍົມລາວຈະເລີນຊັບ ທີ່ບໍລິຄຳໄຊ

64

ບໍລິສັດນິຍົມລາວຈະເລີນຊັບກໍ່ສ້າງອະສັງຫາລິມະຊັບ ຈໍາກັດ ພາຍຫຼັງໄດ້ດຳເນີນການສຶກສາຄວາມເປັນໄປໄດ້ມາໄລຍະໜຶ່ງ ຮອດມື້ນີ້ໄດ້ເລິກງາມຍາມດີໃນການລົງມືກໍ່ສ້າງສູນການຄ້າຕະຫຼາດນິຍົມລາວຈະເລີບຊັບແລ້ວ ແລະຄາດວ່າຈະໃຊ້ເວລາ 2 ປີປາຍໃຫ້ສຳເລັດພ້ອມເປີດນຳໃຊ້.

May be an image of 12 people, people standing and outdoors

ວັນທີ 22 ມັງກອນຜ່ານມານີ້, ຢູ່ເດີ່ນຕະຫຼາດເກົ່າບ້ານຫຼັກ 20 ໄດ້ມີພິທີຕັ້ງເສົາເອກມຸງຄຸນ ສູນການຄ້າຕະຫຼາດນິຍົມລາວຈະເລີນຊັບ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບົວພອນ ຄໍາທະວີ ປະທານບໍລິສັດນິຍົມລາວຈະເລີນຊັບກໍ່ສ້າງອະສັງຫາລິມະຊັບ ຈໍາກັດ, ມີຮອງເຈົ້າເມືອງຄໍາເກີດ, ພ້ອມດ້ວຍການນຳຂອງເມືອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 5 people, people standing and outdoors
ທ່ານ ບົວພອນ ຄໍາທະວີ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງສູນການຄ້າຕະຫຼາດນິຍົມລາວຈະເລີນຊັບແມ່ນນອນຢູ່ໃນບູລິມະສິດຂອງເມືອງຄໍາເກີດ ແລະ ເປັນທ່າແຮງອັນໜຶ່ງທີ່ປະກອບສ່ວນເຂົ້າໃນການທໍາມາຄ້າຂາຍ ເປັນຈຸດລວມຂອງການແລກປ່ຽນຊື້-ຂາຍສິນຄ້າຂອງພໍ່ແມ່ປະ ຊາຊົນບັນດາເຜົ່າພາຍໃນ ແລະ ພາຍນອກ ເວົ້າລວມ, ເວົ້າສະເພາະ ກໍແມ່ນບ່ອນຊື້-ຂາຍສິນຄ້າຂອງພໍ່ແມ່ປະຊາຊົນຢູ່ໃນເມືອງຄໍາເກີດເປັນສ່ວນໃຫຍ່.

No photo description available.

ໂຄງການກໍ່ສ້າງສູນການຄ້າຕະຫຼາດນິຍົມລາວ ປະກອບດ້ວຍອາຄານທີ່ທັນສະໄໝ ແລະ ມີຂະໜາດກວ້າງ 49X60 ແມັດ, ສູງ 9 ແມັດ, ມີຫ້ອງຂາຍ 158 ຫ້ອງ, ມີບ່ອນຈອດລົດໃຫຍ່ 200 ຄັນ ແລະ ມູນຄ່າການລົງທຶນປະມານ 46 ຕື້ກີບ ແລະ ຄາດຄະເນຈະໄດ້ທຶນຄືນໃນ 39 ປີ ແລະ ການກໍ່ສ້າງເລີ່ມລົງມແຕ່ເດືອນມັງກອນ 2023-ເດືອນກໍລະກົດ 2025 ລວມໄລຍະເວລາການກໍ່ສ້າງແມ່ນ 30 ເດືອນໃຫ້ສໍາເລັດ 100%.

May be an image of 3 people and outdoors
ຂ່າວຈາກ: ໜັງສືພິມແຂວງບໍລິຄຳໄຊ