WHO ເຕືອນ ໄຂມັນທຣານ ເຮັດໃຫ້ປະຊາກອນໂລກ 5 ພັນລ້ານຄົນ ມີຄວາມສ່ຽງ

29

ອົງການອະນາໄມໂລກ ( WHO ) ອອກມາເຕືອນວ່າ ປະຊາກອນໂລກຫຼາຍເຖິງ 5 ພັນລ້ານຄົນ ສ່ຽງຕໍ່ການເປັນພະຍາດຫົວໃຈ ຜ່ານການຮັບປະທານໄຂມັນທຣານ ( TRANS FAT ) ພ້ອມທັງຮຽກຮ້ອງໃຫ້ປະເທດຕ່າງໆຮີບດຳເນີນການ ເພື່ອຫຼຸດຜ່ອນຜົນກະທົບທີ່ເກີດຂຶ້ນ.

อาจเป็นรูปภาพของ ข้อความพูดว่า "World Health Organization"

ທ່ານ ດຣ. ທີໂດຣສ ອັກຮານອມ ກຣິບຣີເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ກ່າວວ່າ: ໄຂມັນທຣານ ເປັນສານເຄມີທີ່ເປັນພິດ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບຂອງຄົນເຮົາ ແລະ ບໍ່ຄວນຢູ່ໃນອາຫານ ແລະ ເຖິງເວລາແລ້ວທີ່ພວກເຮົາຈະຮ່ວມກັນກຳຈັດມັນອອກໄປ.

ທັງນີ້, ອົງການອະນາໄມໂລກໄດ້ຮຽກຮ້ອງໃຫ້ກຳຈັດໄຂມັນໃນອາຫານ ພາຍໃນປີ 2023 ນີ້ ເພາະມີຫຼັກຖານທີ່ເຊື່ອຖືໄດ້ວ່າ ເຮັດໃຫ້ຜູ້ຄົນທົ່ວໂລກປະມານ 5 ແສນຄົນເສຍຊີວິດກ່ອນໄວອັນຄວນໃນທຸກໆປີ ໂດຍນ້ຳມັນທີ່ແຂງຕົວເຫຼົ່ານີ້ອັດຕັນເສັ້ນເລືອດແດງອ້ອມຮອບຫົວໃຈ ໂດຍມັກພົບເຫັນໃນອາຫານສຳເລັດຮູບ, ເຂົ້າໜົມອົບ, ນ້ຳມັນປຸງແຕ່ງອາຫານ ແລະ ອື່ນໆ.

อาจเป็นรูปภาพของ ของหวาน และ ข้อความ

ປັດຈຸບັນ 43 ປະເທດ ເຊິ່ງມີປະຊາກອນລວມກັນປະມານ 2,8 ພັນລ້ານຄົນ ໄດ້ມີແນວທາງປະຕິບັດທີ່ດີໃນການຮັບມືກັບບັນຫາດັ່ງກ່າວແລ້ວ ແຕ່ຍັງມີອີກຫຼາຍປະເທດ ເຊິ່ງມີປະຊາກອນລວມກັນຫຼາຍກວ່າ 5 ພັນລ້ານຄົນ ຍັງບໍ່ມີມາດຕະການປ້ອງກັນຢ່າງພຽງພໍ ໂດຍຜູ້ອຳນວຍການໃຫຍ່ WHO ຊີ້ວ່າ ໄຂມັນທຣານມີຄວາມສ່ຽງຕໍ່ສຸຂະພາບສູງ ແລະ ກໍ່ໃຫ້ເກີດຄ່າໃຊ້ຈ່າຍຢ່າງມະຫາສານ ສຳລັບລະບົບສາທາລະນະສຸກ. ປັດຈຸບັນ 9 ໃນ 16 ປະເທດທີ່ມີອັດຕາການເສຍຊີວິດຈາກພະຍາດຫຼອດເລືອດຫົວໃຈສູງສຸດ ຍ້ອນການບໍລິໂພກໄຂມັນທຣານ ເພາະບໍ່ໄດ້ມີມາດຕະການກຳຈັດທີ່ດີ.