ທະນາຄານກາງຫຼາຍປະເທດໃນອາຊຽນກຽມຂຶ້ນດອກເບ້ຍ ຄາດແຕະຈຸດສູງສຸດ

72

ຕາມຂ່າວຕ່າງປະເທດລາຍງານວ່າ ທະນາຄານກາງຫຼາຍປະເທດໃນອາຊຽນແມ່ນໃກ້ເຖິງຈຸດສິ້ນສຸດຂອງການຕໍ່ສູ້ກັບບັນຫາເງິນເຟີ້ ໂດຍນັກເສດຖະສາດຫຼາຍທ່ານມອງວ່າ ຮອບຂອງການໃຊ້ນະໂຍບາຍການເງິນແບບຫົດໂຕຈະສິ້ນສຸດຫາກຂຶ້ນອັດຕາດອກເບ້ຍອີກຈັກປະມານ 25-50 ຈຸດໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້.

ຈາກຜົນສຳຫຼວດຂອງ Bloomberg ຊຶ່ງເປັນບໍລິສັດໃຫ້ບໍລິການທາງການເງິນ ສື່ມວນຊົນ ແລະຊັອບແວຄອມພີວເຕີ ຄາດວ່າ ຜູ້ກຳນົດນະໂຍບາຍທັ້ງໃນອິນໂດເນເຊຍ, ຟີລິບປິນ ແລະໄທ ແມ່ນຈະປັບເພີ່ມທຶນການກູ້ຢືມລວມ 50 ຈຸດໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້ ກ່ອນທີ່ຈະແຕະລະດັບສູງສຸດ.

May be an image of 1 person and money

ຢ່າງໃດກໍ່ຕາມຈາກເງິນເຟີ້ທີ່ອ່ອນຕົວລົງໃນສະຫະລັດ ເຮັດໃຫ້ທະນາຄານກາງຂອງເມກາ ຫຼື (Fed) ອາດຈະຮັກສາການປັບອັດຕາດອກເບ້ຍລົງ 25 ຈຸດ.

ສຳລັບໃນອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນຕາມການວິເຄາະ ເຫັນວ່າຈະມີການປັບຂຶ້ນອັດຕາດອກເບ້ຍພາຍໃນໄຕມາດ1 ຂອງປີນີ້ ໂດຍປະກອບມີທະນາຄານກາງ 4 ແຫ່ງດັ່ງນີ້:

May be an image of 1 person and money
ທະນາຄານກາງແຫ່ງປະເທດໄທ ມີແນວໂນ້ມທີ່ຈະປັບອັດຕາດອກເບ້ຍ ຢ່າງຄ່ອຍເປັນຄ່ອຍໄປ ເພື່ອຫຼີກລຽງການຢຸດສະງັກລະຫວ່າງການຟື້ນຟູຈາກພາກການທ່ອງທ່ຽວທີ່ກຳລັງກັບມາ ໂດຍທ່ານຮອງຜູ້ວ່າການທະນາຄານກາງແຫ່ງປະເທດໄທສົ່ງສັນຍານມາວ່າ ອາດຈະຢຸດນະໂຍບາຍເພີ່ມດອກເບ້ຍໄດ້ໃນຊ່ວງຫຼັງຂອງປີ 2023 ນີ້ ຖ້າຫາກວ່າເສດຖະກິດ ແລະອັດຕາເງິນເຟີ້ກັບຄືນສູ່ຈຸດສົມດູນ.

May be an image of bridge

ສ່ວນທະນາຄານກາງອິນໂດເນເຊຍ ມີແນວໂນ້ມທີ່ຈະເພີ່ມອັດຕາດອກເບ້ຍອີກເລັກນ້ອຍ ຊຶຶ່ງອາດຄົງອັດຕາດອກເບ້ຍໄວ້ທີ່ 6%ກ່ອນ ເວັ້ນເສຍແຕ່ເສດຖະກິດມີຄວາມສ່ຽງແມ່ນຈະກະຕຸ້ນການຜ່ອນຄາຍນະໂຍບາຍຕື່ມ.
ຂະນະທີ່ທະນາຄານກາງຂອງມາເລເຊຍ ຖືເປັນປະເທດທຳອິດທີ່ຂຶ້ນອັດຕາດອກເບ້ຍ ອ້າງອີງເດືອນພຶດສະພາ 2022ໄດ້ປັບຂຶ້ນອັດຕາດອກເບ້ຍນະໂຍບາຍສະສົມລວມທັງໝົດ 100 ຈຸດ ເພື່ອຄວບຄຸມອັດຕາເງິນເຟີ້.

May be an image of moneyສຳລັບທະນາຄານກາງຂອງຟີລິບປິນ ລະບຸວ່າ ມີແນວໂນ້ມທີ່ຈະໃກ້ຈຸດສູງສຸດຂອງການປັບຂຶ້ນອັດຕາດອກເບ້ຍນະໂຍບາຍແລ້ວ ແລະຄາດວ່າຈະມີການປັບລົງ ເນື່ອງຈາກອັດຕາເງິນໃກ້ຫຼຸດຈຸດທີ່ເຄັ່ງຮ້ອນແລ້ວ.
ການປັບອັດຕາດອກເບ້ຍນະໂຍບາຍແມ່ນກຳນົດໂດຍທະນາຄານກາງຂອງແຕ່ລະປະເທດ ເປັນອັດຕາດອກເບ້ຍທີ່ສຳຄັນທີ່ສົ່ງຜົນຕໍ່ອັດຕາດອກເບ້ຍອື່ນໆໃນລະບົບເສດຖະກິດ, ການປັບຂຶ້ນອັດຕາດອກເບ້ຍນະໂຍບາຍຈະເຮັດໃຫ້ອັດຕາດອກເບ້ຍເງິນຝາກ ແລະເງິນກູ້ຂອງທະນາຄານທຸລະກິດປັບຂຶ້ນໄປຕາມ ແລະເມື່ອປັບຫຼຸດກໍ່ຈະຫຼຸດລົງມາຕາມ.

May be an image of outdoors, monument and text that says '一'
ຖ້າຫາກວ່າອັດຕາດອກເບ້ຍປັບຫຼຸດລົງ ຄົນຈະໃຊ້ຈ່າຍຫຼາຍຂຶ້ນ ໃນທາງກັບກັນຖ້າອັດຕາດອກເບ້ຍເພີ່ມຂຶ້ນຄົນຈະໃຊ້ຈ່າຍໜ້ອຍລົງ ສົ່ງຜົນຕໍ່ລາຄາສິນຄ້າ ແລະບໍລິການ ສະທ້ອນໄປຍັງຕົວເລກເງິນເຟີ້ໄດ້.
ເມື່ອປະເທດທີ່ພັດທະນາແລ້ວມີການປັບຂຶ້ນອັດຕາດອກເບ້ຍ ເນື່ອງຈາກວິກິດເງິນເຟີ້ເງິນທຶນສ່ວນໜຶ່ງທີ່ໄຫຼເຂົ້າມາແມ່ນຈະໄຫຼກັບໄປຍັງປະເທດຕົ້ນທາງຢ່າງຫຼີກລຽງບໍ່ໄດ້.

Source: ACE Connect