ນ້ຳດື່ມແສງແກ້ວ ໂຮງງານອຸດສາຫະກຳຕົວແບບແຫ່ງທຳອິດຂອງ ແຂວງບໍລິຄຳໄຊ

42

ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ເມື່ອເຮັດດີມີຜົນງານຕ້ອງຍ້ອງຍໍຊົມເຊີຍ ຍົກໃຫ້ເປັນແບບຢ່າງແກ່ສັງຄົມ ກົງກັນຂ້າມເມື່ອຜິດພາດກໍ່ຕ້ອງຍອມຮັບປັບປຸງ ແລະສ້າງສາເອົາກັນ.

​ ໃນ​ຕອນ​ບ່າຍຂອງວັນ​ທີ 19 ມັງ​ກອນ 2023  ພະແນກອຸດສາຫະກຳ ແລະການຄ້າ ແຂວງບໍລິຄຳໄຊ ໄດ້​ຈັດ​ພິ​ທີ​ມອບ​ໃບ​ຢັ້ງ​ຢືນ ໂຮງ​ງານ​ນ້ຳ​ດື່ມ​ບໍ​ລິ​ສຸດ ແສງ​ແກ້ວ SK ເປັນ​ໂຮງ​ງານອຸດ​ສາ​ຫະ​ກຳ​ຕົວ​ແບບ​ແຫ່ງ​ທຳ​ອິດ​ຂອງ​ແຂວງ​ບໍ​ລິ​ຄຳ​ໄຊຂື້ນ , ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ບູນ​ເສັງ ປະ​ທຳ​ມະ​ວົງ ຮອງ​ເຈົ້າ​ແຂວງ​ບໍ​ລິ​ຄຳ​ໄຊ ຜູ້​ຊີ້​ນຳ​ວຽກ​ງານ​ເສດ​ຖະ​ກິດ.

May be an image of 11 people and people standing

ໂຮງ​ງານ​ ນ້ຳ​ດື່ມ​ແສງ​ແກ້ວ SK (ນໍ​້າ​ດື່ມ​ວັນ) ຕັ້ງ​ຢູ່​ບ້ານ ທົ່ງ​ນ້ອຍ ເມືອງ​ປາກ​ຊັນ ແຂວງ ບໍ​ລິ​ຄຳ​ໄຊ​ ໃນ​ພິ​ທີ​ ທ່ານ ໄກ​ສອນ ຈັນ​ສີ​ນາ ຫົວ​ໜ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ ໄດ້​ຂື້ນ​ລາຍ​ງານ ແລະ ຜ່ານ​ຂໍ້​ຕົກ​ລົງ​ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາໂຮ​ງ​ງານ​ນ້ຳ​ດື່ມ ແສງ​ແກ້ວ SK (ນ້ຳ​ດື່ມ​ວັນ ) ເປັນ​ໂຮງ​ງານ​​ອຸດ​ສາ​ຫະ​ກຳຕົວ​ແບບແຫ່ງ​ທຳ​ອິ​ດ​ຂອງ​ແຂວງ​. ໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງ ແລະ ຮັບໂດຍທ່ານ ນາງ ວັນນາລີ ເຮືອນນະວົງສາ ປະທານບໍລິສັດວັນນະແສງການຄ້າ ຈຳກັດ, ມີຕາງໜ້າສະພາປະຊາຊົນແຂວງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 11 people and people standing
ທ່ານ ນາງ ວຽງນະສອນ ອຸນາລົມ ອຳນວຍການບໍລິສັດວັນນະແສງ ການຄ້າຈຳກັດ ໄດ້ໃຫ້ຮູ້ວ່າ: ໂຮງງານນໍ້າດື່ມບໍລິສຸດແສງແກ້ວ ກໍຄືນ້ຳດື່ມວັນ ແມ່ນໜຶ່ງໃນກິດຈະການທຸລະກິດ ຂອງບໍລິສັດວັນນະແສງການຄ້າ ຈຳກັດ ຊຶ່ງໂຮງງານຕັ້ງຢູ່ ແຄມທາງເລກທີ 4B ບ້ານ ທົ່ງນ້ອຍ ເມືອງປາກຊັນ ສ້າງຕັ້ງຂຶ້ນໃນປີ 2017, ໄດ້ຮັບການຢັ້ງຢືນ ອາຫານ ແລະ ຢາ ແລະ ຜະລິດຈໍາໜ່າຍ ປີ 2018, ຜະລິດນໍ້າດື່ມບັນຈຸຕຸກປລາສຕິກໃນ 4 ຂະໜາດ ຄື: 230 ມລ, 350 ມລ, 600 ມລ ແລະ 1.500 ມລ. ຂະບວນການຜະລິດນໍ້າດື່ມ ແມ່ນນໍາໃຊ້ເຄື່ອງຈັກທັນສະໄໝ ໄດ້ມາດຖານສາກົນ ມີກໍາລັງການຜະລິດໄດ້ 12.000 ລິດ/ວັນ.

May be an image of 4 people and people standing

ປະຈຸບັນສາມາດຂະຫຍາຍ ຕະຫຼາດຈຳໜ່າຍຢູ່ 3 ແຂວງຄື: ແຂວງບໍລິຄຳໄຊ, ໄຊສົມບູນ ແລະ ແຂວງຊຽງຊວາງ ແລະ ບາງສໍານັກງານອົງການ ຢູ່ນະຄອນຫຼວງວຽງຈັນ ນອກນັ້ນທາງໂຮງງານຍັງໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້າ ໃຫ້ຜະລິດນໍ້າດື່ມພາຍໃຕ້ສະຫຼາກທີ່ເປັນອັນສະເພາະຂອງລູກຄ້າ ເປັນຕົ້ນແມ່ນໂຮງແຮມດອກຈຳປາ, ໂຮງຮຽນແຕ່ງທອງ, ບັນດາຮ້ານອາຫານ ແລະ ບໍລິສັດເອກະຊົນ ທັງພາຍໃນແຂວງ ແລະ ຕ່າງແຂວງ.

No photo description available.

ຜ່ານການຈັດຕັ້ງປະຕິບັດແຕ່ເລີ່ມຕົ້ນມາເຖິງປະຈຸບັນ ຜະລິດຕະພັນຂອງໂຮງງານໄດ້ພົບກັບບາງສິ່ງທ້າທາຍ ເປັນຕົ້ນ ຄູ່ແຂ່ງທາງດ້ານລາຄາ, ຄ່ານິຍົມຂອງຜູ້ບໍລິໂພກ, ການສົ່ງເສີມການຂາຍຂອງຜະລິດຕະພັນອື່ນໆທີ່ມີມາກ່ອນ, ຊ່ອງທາງການຈັດຈຳໜ່າຍ, ການຜະລິດ ແລະ ຍອດຂາຍເພີ່ມຂຶ້ນ 12%ຕໍ່ປີ, ສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນ ໂດຍສະເພາະ ພາຍໃນແຂວງ ອັນທີ່ພົ້ນເດັ່ນທີ່ສຸດແມ່ນ ເຮັດໃຫ້ການຜະລິດດັ່ງກ່າວຍາດໄດ້ກາໝາຍ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດອບ ແຫ່ງຊາດໃນ ປີ 2019 ແລະ ໄດ້ກາໝາຍ Made in Laos ໃນປີ 2022, ຊຶ່ງເປັນຜະລິດຕະພັນອຸດສາຫະກໍາທໍາອິດຂອງແຂວງ ແລະ ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ຈາກສະພາການຄ້າ ອຸດສາຫະກຳແຫ່ງຊາດ ປີ 2021.

May be an image of 7 people

ນອກຈາກນັ້ນ, ໂຮງງານຍັງແມ່ນໂຮງງານນ້ຳດື່ມແຫ່ງທຳອິດ ແລະ ແຫ່ງດຽວ ໃນແຂວງ ທີ່ໄດ້ຮັບການຢັ້ງຢືນມາດຕະຖານ GHP ສາກົນ (ມາດຕະຖານຄວາມປອດໄພ ດ້ານອາຫານ ແລະ ການຜະລິດທີ່ດີ) ເຊິ່ງການຢັ້ງຢືນມາດຕະຖານດັ່ງກ່າວ ແມ່ນຮັບຮູ້ໃນທົ່ວໂລກ ເຊິ່ງສາມາດສົ່ງອອກໄປຕະຫຼາດໃນພາກພື້ນ ແລະ ສາກົນໄດ້.

No photo description available.