ຟີລິບປິນ ຫຼຸດອັດຕາພາສີນໍາເຂົ້າ ລົດໄຟຟ້າ

47

ສຳນັກຂ່າວ ຊິນຫົວລາຍງານວ່າ ສຳນັກງານປະຊາສຳພັນ ທຳນຽບປະທານາທິບໍດີ ຟີລິບປິນ ເປີດເຜີຍວ່າ: ຟີລິບປິນຈະຫຼຸດອັດຕາພາສີນໍາເຂົ້າ ຍານພາຫະນະໄຟຟ້າ ແລະ ຊິ້ນສ່ວນລົດໄຟຟ້າ ເພື່ອກະຕຸ້ນຕະຫຼາດຍານພາຫະນະໄຟຟ້າພາຍໃນປະເທດ.

อาจเป็นรูปภาพของ รถยนต์

ທ່ານ ເຟີດິນານ ມາກອສ ຈູເນຍ ປະທານາທິບໍດີຂອງຟີລິບປິນ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານຕາມການເຫັນດີຂອງລັດຖະບານ ເມື່ອເດືອນພະຈິກປີ 2022 ຜ່ານມາ.

ອົງການເສດຖະກິດ ແລະ ການພັດທະນາແຫ່ງຟີລິບປິນ ( NEDA ) ສະເໜີໃຫ້ຫຼຸດອັດຕາພາສີລົງຊົ່ວຄາວ 0% ເປັນເວລາ 5 ປີ ສຳລັບຍານພາຫະນະໄຟຟ້າທີ່ຜະລິດຢູ່ຕ່າງປະເທດ, ຍົກເວັ້ນຍານພາຫະນະປະເພດໄຮບຣິດ.

อาจเป็นรูปภาพของ 3 คน และ ผู้คนกำลังยืน

ໃນຂະນະທີ່ອັດຕາພາສີ ສຳລັບຊິ້ນສ່ວນ ແລະ ສ່ວນປະກອບບາງຢ່າງຂອງຍານພາຫະນະໄຟຟ້າ ໄດ້ຖືກປັບຈາກ 5% ມາເປັນ 1% ໃນໄລຍະ 5 ປີ.

ການຫຼຸດອັດຕາພາສີເບື້ອງຕົ້ນ ຈະສະໜັບສະໜູນການປ່ຽນຜ່ານເຂົ້າສູ່ສາລະພັດເຕັກໂນໂລຊີເກີດໃໝ່ ແລະ ກະຕຸ້ນໃຫ້ຜູ້ບໍລິໂພກພິຈາລະນາຍານພາຫະນະໄຟຟ້າ ເປັນທາງເລືອກໃນການຄົມມະນາຄົມທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນ.