ຍີ່ປຸ່ນ ກຽມເພີ່ມງົບປະມານ 2 ເທົ່າ ກະຕຸ້ນອັດຕາການເກີດ

69

ສຳນັກຂ່າວຣອຍເຕີ ລາຍງານວ່າ: ທ່ານ ຟູມີໂອະ ຄີຊີດະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ກ່າວຕໍ່ກອງປະຊຸມລັດຖະສະພາຍີ່ປຸ່ນວ່າ ລັດຖະບານຈະດຳເນີນການຢ່າງເລັ່ງດ່ວນ ເພື່ອເພີ່ມອັດຕາການເກີດໃນຍີ່ປຸ່ນ, ຫຼັງຈາກອັດຕາການເກີດຫຼຸດລົງຕ່ຳສຸດເມື່ອປີຜ່ານມາ ເຮັດໃຫ້ຍີ່ປຸ່ນກາຍເປັນສັງຄົມຜູ້ອາຍຸສູງ ກວມເອົາສັດສ່ວນສູງເປັນອັນດັບ 2 ຂອງໂລກ.

ໃນຊຸມປີຜ່ານມາ ລັດຖະບານຍີ່ປຸ່ນ ໄດ້ໃຊ້ຄວາມພະຍາຍາມກະຕຸ້ນໃຫ້ແຕ່ລະຄອບຄົວມີລູກເພີ່ມຂຶ້ນ ໂດຍສັນຍາວ່າຈະໃຫ້ເງິນ ແລະ ສະຫວັດດີການດີຂຶ້ນ ແຕ່ຍີ່ປຸ່ນກໍກາຍເປັນປະເທດທີ່ມີລາຍຈ່າຍໃນການລ້ຽງລູກສູງສຸດເປັນອັນດັບຕົ້ນໆຂອງໂລກ.

อาจเป็นรูปภาพของ 5 คน, ผู้คนกำลังยืน และ ผู้คนกำลังเดิน

ຕາມການປະເມີນຂອງພາກລັດ ອັດຕາການເກີດຂອງຍີ່ປຸ່ນຫຼຸດລົງສູ່ລະດັບຕ່ຳສຸດເປັນປະຫວັດການເມື່ອປີຜ່ານມາ ໂດຍຈຳນວນເດັກເກີດໃໝ່ຕ່ຳກວ່າ 800.000 ຄົນ ເປັນປີທຳອິດ ແລະ ເກີດຂຶ້ນໄວກວ່າທີ່ລັດຖະບານຄາດການໄວ້ກ່ອນ 8 ປີ. ຈາກບັນຫາດັ່ງກ່າວ ຈຶ່ງເປັນສັນຍານວ່າ ປະຊາກອນຂອງຍີ່ປຸ່ນຫຼຸດລົງອີກ ແລະ ມີທ່າອ່ຽງວ່າ ຈະເຮັດໃຫ້ຄ່າກາງ ຫຼື ຄ່າສະເລ່ຍອາຍຸຂອງປະຊາກອນເພີ່ມຂຶ້ນອີກ.

ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວວ່າ: ໃນເດືອນມິຖຸນາຈະເຖິງນີ້ ລັດຖະບານຈະສ້າງແຜນເພີ່ມງົບປະມານຂຶ້ນເປັນ 2 ເທົ່າ ສຳລັບນະໂຍບາຍກ່ຽວກັບເດັກ, ນອກຈາກນີ້ ຍັງຈະຕັ້ງໜ່ວຍງານໜຶ່ງຂຶ້ນມາ ເພື່ອຄຸ້ມຄອງເບິ່ງແຍງເດັກ ແລະ ຄອບຄົວໂດຍສະເພາະ.

อาจเป็นรูปภาพของ 8 คน, ผู้คนกำลังยืน และ ถนน

ຕາມຂໍ້ມູນຈາກ YuWa Population Research ລະບຸວ່າ: ຍີ່ປຸ່ນ ເປັນປະເທດທີ່ມີຄ່າໃຊ້ຈ່າຍໃນການລ້ຽງລູກສູງເປັນອັນດັບ 3 ຂອງໂລກ ຮອງຈາກຈີນ ແລະ ສາທາລະນະລັດເກົາຫຼີ ເຊິ່ງເປັນປະເທດທີ່ມີຈຳນວນປະຊາກອນຫຼຸດລົງ, ອັດຕາການເກີດໜ້ອຍ ສັດສ່ວນຜູ້ອາຍຸສູງເພີ່ມຂຶ້ນ ກາຍເປັນສັນຍານທີ່ກັງວົນຕໍ່ການຂະຫຍາຍຕົວຂອງເສດຖະກິດ.