ແຜນສ້າງທາງດ່ວນພາກເໜືອ 3 ຊ່ວງ ຕ້ອງເດີນໜ້າຕໍ່ໃຫ້ສຳເລັດຕາມແຜນທີ່ວາງໄວ້

139

ການສ້າງເສັ້ນທາງດ່ວນທີ່ຈະອຳນວຍຄວາມສະດວກ ແລະເພີ່ມທາງເລືອກໃຫ້ພໍ່ແມ່ປະຊາຊົນລາວສາມາດເດີນທາງແຕ່ເໜືອເຖິງໃຕ້ດ້ວຍຄວາມໄວ ແລະສະບາຍຍິ່ງຂຶ້ນ ເປັນແຜນການພັດທະນາໂຄງລ່າງພື້ນຖານທີ່ສຳຄັນຂອງ ສປປ ລາວເຮົາ ເຊິ່ງຜ່ານມາແມ່ນໄດ້ສ້າງສຳເລັດເສັ້ນທາງດ່ວນສາຍເໜືອໄລຍະທີ1 ແຕ່ ວຽງຈັນ-ວັງວຽງແລ້ວ ແລະຍັງອີກຫຼາຍເສັ້ນກຳລັງຈະກໍ່ສ້າງຕໍ່ໄປ.

No photo description available.
ສຳລັບໂຄງການລົງທຶນກໍ່ສ້າງທາງດ່ວນ ສາຍພາກເໜືອ 3 ຊ່ວງ (ວັງວຽງ ຫາ ຫລວງພະບາງ, ຫລວງພະບາງ ຫາ ອຸດົມໄຊ ແລະ ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ຕາມການລາຍງານຂອງສຳນັກຂ່າວສານປະເທດລາວໃນວັນທີ 19 ມັງກອນຜ່ານມານີ້ໃຫ້ຮູ້ວ່າ: ການດໍາເນີນການກໍ່ສ້າງທາງດ່ວນ ດັ່ງກ່າວ ໄດ້ສໍາຫລວດ ສຶກສາຂໍ້ມູນໃນໄລຍະຫລາຍປີຜ່ານມາ ແຕ່ໂຄງການທາງດ່ວນບໍ່ມີຄວາມຄືບໜ້າ, ການດຳເນີນໂຄງການ ແລະ ຍັງມີຫລາຍໜ້າວຽກທີ່ຄ້າງຄາ.

No photo description available.
ໃນໄລຍະຜ່ານມາ, ກະຊວງ ແຜນການ ແລະ ການລົງທຶນຂອງ ສປປ ລາວ ໄດ້ກວດກາຄືນການ ຂໍສືບຕໍ່ສຶກສາຄວາມເປັນໄປໄດ້ໃນໂຄງການກໍ່ສ້າງທາງດ່ວນ 3 ຊ່ວງ ຂອງບໍລິສັດ Yunnan construction and Investment Holding Group Co.,Ltd, ຜ່ານມາໄດ້ຕໍ່ອາຍຸ (MOU) 3 ຄັ້ງແລ້ວ ແຕ່ໂຄງການ ບໍ່ມີຄວາມຄືບໜ້າ ແລະ ຍັງມີຫລາຍໜ້າວຽກທີ່ຄ້າງຄາ.

ສະນັ້ນ, ເພື່ອເຮັດໃຫ້ໂຄງການສາມາດຈັດຕັ້ງປະຕິບັດໄດ້ໄວ ຈຶ່ງຄວນເລືອກເອົາບໍລິສັດ ທີ່ມີເງື່ອນໄຂຄວາມພ້ອມໃນດ້ານຕ່າງໆ ເພື່ອສືບຕໍ່ພັດທະນາທາງດ່ວນຊ່ວງທີ 2 ວັງວຽງ ຫາ ຫລວງພະບາງ ແລະ ທາງດ່ວນຊ່ວງທີ 03 ຫລວງພະບາງ ຫາ ອຸດົມໄຊ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

May be an image of sky, nature and road

ດັ່ງນັ້ນ, ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີຈຶ່ງອອກ ແຈ້ງການສະບັບເລກທີ 431/ຫສນຍ,ລົງວັນທີ 30/03/2022 ບໍ່ເຫັນດີໃຫ້ຕໍ່ອາຍຸ ບົດບັນທຶກຄວາມເຂົ້າໃຈ(MOU) ຫລື ຍົກເລີກໂຄງການທາງດ່ວນ ຊ່ວງທີ 2 (ວັງວຽງ ຫາ ຫລວງພະບາງ) ແລະ ຊ່ວງທີ 3 (ຫລວງພະບາງ ຫາ ອຸດົມໄຊ) ຂອງບໍລິສັດ Yunnan construction andInvestment Holding Group Co.,Ltd.

May be an image of road

ສ່ວນທາງດ່ວນ ຊ່ວງທີ 04 ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ແມ່ນມອບໃຫ້ບໍລິສັດ Yunnan construction and Investment Holding Group Co.,Ltd ສືບຕໍ່ໂຄງການທາງດ່ວນ ເນື່ອງຈາກວ່າ ບໍລິສັດ ດັ່ງກ່າວ ໄດ້ດຳເນີນການສຳຫລວດສຶກສາຄວາມເປັນໄດ້ ກ່ຽວກັບສະພາບທາງດ່ວນຜ່ານມາ ແລະ ມີຂໍ້ມູນຈຳນວນ ໜຶ່ງແລ້ວ ແຕ່ຕ້ອງກຳນົດຂອບເຂດເວລາ ການຈັດຕັ້ງປະຕິບັດໂຄງການໃຫ້ຊັດເຈນ.

Cr: Pathedlao