ທ່ານທອງລຸນ ສີສຸລິດ ເດີນທາງເຮັດວຽກຢູ່ອຸດົມໄຊ

78
ໃນລະຫວ່າງວັນທີ 21-22 ມັງກອນ 2023 ນີ້ ທ່ານ ທອງ ລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງອຸດົມໄຊ ໂດຍໃຫ້ການຕ້ອນຮັບຈາກທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງ, ສອງກໍາລັງປະກອບອາວຸດ, ບັນດາອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ.
May be an image of 16 people and people standing
ໂອກາດເຄື່ອນໄຫວຢູ່ແຂວງອຸດົມໄຊທ່ານ ທອງ ລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ໄດ້ເຂົ້າພົບປະກັບບັນດາສະຫາຍຄະນະປະຈຳພັກແຂວງອຸດົມໄຊ, ພ້ອມທັງຮັບຟັງລາຍງານສະພາບການພັດທະນາຂອງແຂວງຈາກ ທ່ານ ບຸນຄົງ ຫລ້າຈຽມພອນ. ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ໄດ້ໂອ້ລົມ ແລະ ລົງເລິກບາງບັນຫາ ຕໍ່ຄະນະປະຈໍາພັກແຂວງ ແລະ ການນຳຫລັກແຫລ່ງ ເພື່ອເປັນທິດທາງໃຫ້ແກ່ຄະນະພັກໄດ້ສຸມໃສ່ ເປັນຕົ້ນ ໃຫ້ມີຄວາມສາມັກຄີ ແລະ ຄຳນຶງເຖິງຜົນປະໂຫຍດລວມຂອງແຂວງ ແລະ ຂອງປະເທດຊາດ ຕາມຫລັກການຂອງພັກ, ຕ້ອງມີລັກສະນະຕໍ່ສູ້, ມີການຕຳໜິສົ່ງຂ່າວ, ກໍ່ສ້າງເຊິ່ງກັນ ແລະ ກັນ ເພື່ອໃຫ້ມີການປ່ຽນແປງ.
May be an image of 11 people and people standing
ໃນຄະນະປະຈຳ ຕ້ອງເປັນໃຈກາງໃນຄວາມເປັນແບບຢ່າງ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ຕ້ອງມີ ການຮຽນຮູ້, ຟັງຄຳຄິດຄຳເຫັນ ຂອງພະນັກງານ ແລະ ປະ ຊາຊົນ ເພື່ອນໍາມາປັບປຸງແບບແຜນ ວິທີການນຳພາໃຫ້ດີຂຶ້ນ, ມີການຮຽນຮູ້, ຄົ້ນຄວ້າຕະຫລອດເວລາ, ພ້ອມກັນປຶກສາຫາລື ແລະ ວາງອອກເປັນແນວທາງນະໂຍບາຍ ພ້ອມທັງແບ່ງວຽກກັນລົງຊີ້ນຳ ຈັດຕັ້ງປະຕິບັດ, ເອົາໃຈໃສ່ສືບຕໍ່ຫັນລົງຮາກຖານ ໂດຍສະເພາະແມ່ນຊີ້ນຳບັນດາເມືອງ ໃນການກະກຽມດຳເນີນກອງປະຊຸມໃຫຍ່ ໄລຍະກາງສະໄໝ, ການປະສານງານກັບສູນກາງຕ້ອງໃຫ້ໄວ ແລະ ໂລ່ງລ່ຽນ, ມີການຕິດຕາມ ແລະ ຊຸກຍູ້ຢ່າງຕໍ່ເນື່ອງ.
May be an image of 15 people, people sitting and people standing
ຈາກນັ້ນ,ທ່ານປະທານປະເທດ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມໂຄງການພັດທະນາແຄມນ້ຳກໍ ຈຸດສວນສາທາ ລະນະເຂດສະໜາມກິລາ ເທດສະບານເມືອງໄຊ ເຊິ່ງມາຮອດປັດຈຸບັນ ສັນຍາທີ 1 ການກໍ່ສ້າງໃກ້ຈະສຳເລັດແລ້ວ. ໂຄງການກໍ່ສ້າງ ພັດທະນາແຄມນໍ້າກໍ ສັນຍາ 1 ຢູ່ ເທດສະບານເມືອງໄຊ ປະກອບມີການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ 1,32 ກິໂລແມັດ, ສວນສາທາລະນະ 1,18 ຮຕ, ຝາຍນໍ້າລົ້ນ 1 ແຫ່ງ ແລະ ປະຕູລະບາຍນໍ້າ 1 ຈຸດ, ໂດຍບໍລິສັດ ກວາງຕຸ້ງບໍລິຫານຈັດການນ້ຳ; ມາຮອດປັດຈຸບັນສໍາເລັດໄດ້ 99,41%, ຄາດວ່າຈະໃຫ້ສໍາເລັດ 100% ໃນທ້າຍເດືອນມັງກອນ 2023.
ພ້ອມດຽວກັນຄະນະ ຍັງໄດ້ໄປຢ້ຽມຢາມພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ໃນປີ 2022 ຜ່ານມາ ໂດຍສະເພາະແມ່ນພື້ນທີ່ນາ ຂອງປະຊາຊົນ ຢູ່ເຂດເມືອງຫລາ; ປັດຈຸບັນເຂດດັ່ງກ່າວ ພວມໄດ້ຮັບການຟື້ນຟູຄືນ ເພື່ອຈະໃຫ້ທ່ວງທັນກັບລະດູການຜະລິດທີ່ຈະມາເຖິງ. ໂອກາດດຽວກັນ,ທ່ານປະທານປະເທດ ຍັງໄດ້ໄປຢ້ຽມເບິ່ງສາງເຢັນເກັບຜົນຜະລິດກະສິກຳ ຂອງບໍລິສັດຊິງຕ້າ ທີ່ໄດ້ສົ່ງເສີມປະຊາຊົນເມືອງຫລາ ປູກໝາກຖົ່ວ ສ້າງອາຊີບໃຫ້ປະຊາຊົນ ເພື່ອແກ້ ໄຂຊີວິດການເປັນຢູ່ ພາຍຫລັງໄພນໍ້າຖ້ວມໃຫ້ນັບມື້ດີຂຶ້ນ;
May be an image of 16 people and people standing
ພ້ອມນັ້ນ ກໍໄດ້ໄປເບິ່ງເຂດການຜະລິດ ຂອງປະຊາຊົນ ເມືອງຫລາ ພາຍຫລັງໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຜ່ານມາ ແລະ ຢ້ຽມຢາມເບິ່ງສາງຄ່ຽນຖ່າຍສິນຄ້າຂອງບໍລິສັດທາງລົດໄຟ ລາວ-ຈີນ ຢູ່ສະຖານີລົດໄຟເມືອງໄຊ ເຊິ່ງເປັນຈຸດ ໄດ້ຮອງຮັບການຂົນສົ່ງສິນຄ້າພາຍໃນແຂວງອຸດົມໄຊ ກໍຄືບັນດາແຂວງໃກ້ຄຽງດ້ວຍລົດໄຟອອກໄປສູ່ຕ່າງປະເທດ ແລະ ຢ້ຽມຊົມການບໍລິການຜູ້ໂດຍສານພາຍໃນສະຖານີລົດໄຟຕື່ມອີກ.
May be an image of tree and outdoors
ຂ່າວ-ພາບ: ໄມພອນ