ຫວຽດນາມ ໄດ້ປຽບຄູ່ແຂ່ງໃນການດຶງດູດການລົງທຶນ

37

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຫວຽດນາມ ມີໂອກາດສູງທີ່ຈະດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ( FDI ) ທີ່ຄຸນນະພາບເພີ່ມຂຶ້ນ ໃນປີ 2023.

ສຳລັບປີ 2022 ຍອດທຶນຈົດທະບຽນໃໝ່ ລວມທັງການເຂົ້າຊື້ຫຸ້ນຂອງນັກລົງທຶນຕ່າງປະເທດຢູ່ ຫວຽດນາມ ບັນລຸເກືອບ 27,7 ຕື້ໂດລາສະຫະລັດ. ສິ່ງທີ່ໜ້າສົນໃຈແມ່ນຈຳນວນເງິນທຶນທີ່ໄຫຼເຂົ້າຫວຽດນາມ ປະມານ 22,4 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 13,5% ເມື່ອທຽບໃສ່ປີ 2021.

อาจเป็นรูปภาพของ 3 คน และ สถานที่ในร่ม

ຂະນະທີ່ທະນາຄານພັດທະນາອາຊີ ( ADB ) ແລະ ທະນາຄານໂລກ ( WB ) ໄດ້ລາຍງານຄັ້ງຫຼ້າສຸດ ກ່ຽວກັບເສດຖະກິດມະຫາພາກຂອງຫວຽດນາມໃນເດືອນທັນວາ 2022 ແລະ ຄາດຄະເນປີ 2023, ພ້ອມທັງລະບຸວ່າ ຫວຽດນາມ ໄດ້ປຽບຄູ່ແຂ່ງຂ້ອນຂ້າງສູງໃນການດຶງດູດການລົງທຶນຈາກຕ່າງປະເທດ ເນື່ອງຈາກຄ່າແຮງງານຖືກ, ທີ່ຕັ້ງພູມສາດສະດວກ, ການເມືອງມີສະຖຽນລະພາບ ແລະ ໄດ້ບຸລິມະສິດຈາກສັນຍາການຄ້າເສລີ ( FTA ) ຫຼາຍສະບັບ.

อาจเป็นรูปภาพของ 4 คน, ผู้คนกำลังยืน และ สถานที่ในร่ม

ທັງນີ້, ນັກວິເຄາະຄາດການວ່າ: ໃນປີ 2023 ລັດຖະບານຫວຽດນາມ ຈະລົງທຶນຢ່າງມະຫາສານເຂົ້າໃນການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ, ປັບປຸງບັນດາກົນໄກ, ນະໂຍບາຍຕ່າງໆ ເພື່ອສ້າງປະຖົມປັດໄຈໃຫ້ແກ່ການດຶງດູດການລົງທຶນທັງໄລຍະສັ້ນ ແລະ ໄລຍະຍາວ.