ສຳນັກຂ່າວຊິນຫົວລາຍງານວ່າ: ສີລັງກາ ມີລາຍໄດ້ຈາກການສົ່ງອອກຢາງ ປະມານ 900 ລ້ານໂດລາສະຫະລັດ ໃນປີ 2022 ຫຼຸດລົງເມື່ອທຽບໃສ່ປີ 2021 ທີ່ຢູ່ລະດັບ 1 ພັນລ້ານໂດລາສະຫະລັດ, ແຕ່ລັດຖະບານສີລັງກາ ໄດ້ຕັ້ງເປົ້າໄວ້ວ່າ ປີ 2025 ຈະມີລາຍໄດ້ຈາກການສົ່ງອອກຢາງ ເປັນ 3 ພັນລ້ານໂດລາສະຫະລັດ.
ລາຍງານລະບຸວ່າ: ຕະຫຼາດຫຼັກທີ່ສີລັງກາ ສົ່ງອອກຜະລິດຕະພັນຢາງ ໄດ້ແກ່ ສະຫະລັດອາເມຣິກາ, ເຢຍລະມັນ ແລະ ຍີ່ປຸ່ນ, ທັງນີ້ ສີລັງກາ ເປັນໜຶ່ງໃນຜູ້ສົ່ງອອກຢາງລາຍໃຫຍ່ຂອງໂລກ ໂດຍລາຍໄດ້ຈາກການສົ່ງອອກຢາງໃນປີ 2021 ມາຈາກການສົ່ງອອກຢາງລົດໃຫຍ່ 70%.