ປະຊາຊົນຈີນ ຫຼຸດພົ້ນອອກຈາກຄວາມທຸກຍາກຫຼາຍກວ່າ 14%

24

ສຳນັກຂ່າວ ຊິນຫົວ ລາຍງານວ່າສຳນັກງານບໍລິການຟື້ນຟູຊົນນະບົດແຫ່ງຊາດຈີນ ລາຍງານວ່າ: ລາຍໄດ້ຂອງປະຊາຊົນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ໃນປີ 2022 ເພີ່ມຂຶ້ນ 14,3% ເມື່ອທຽບໃສ່ປີຕໍ່ປີ.

อาจเป็นรูปภาพของ 6 คน และ ผู้คนกำลังยืน

ອັດຕາການເຕີບໂຕຂອງລາຍໄດ້ຕົວຈິງ ສະເລ່ຍຕໍ່ຫົວຄົນໃນເຂດຊົນນະບົດ ສູງເຖິງ 8 ຈຸດ ເຮັດໃຫ້ລາຍຮັບສຸດທິຕໍ່ຫົວຄົນ ຂອງຜູ້ຫຼຸດພົ້ນອອກຈາກຄວາມທຸກຍາກ ບັນລຸ 14.342 ຢວນ ໃນປີ 2022.

ຂະນະທີ່ລັດຖະບານຈີນ ໄດ້ສ້າງວຽກເຮັດງານທຳເພີ່ມຕື່ມອີກ ໃຫ້ແກ່ປະຊາຊົນຜູ້ທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ຄຽງຄູ່ກັບການພັດທະນາອຸດສາຫະກຳທີ່ເປັນເອກະລັກຂອງທ້ອງຖິ່ນ ເພື່ອເພີ່ມລາຍຮັບໃຫ້ແກ່ປະຊາຊົນໃນກຸ່ມຄົນດັ່ງກ່າວນີ້ ແລະ ຍັງເພີ່ມໂອກາດໃນການເຮັດວຽກໃຫ້ກັບຜູ້ຫຼຸດພົ້ນອອກຈາກຄວາມທຸກຍາກ ດ້ວຍການສະໜັບສະໜູນນະໂຍບາຍການລົງທຶນທີ່ມີປະສິດທິພາບ ແລະ ກະຕຸ້ນ ຄວາມຕ້ອງການພາຍໃນປະເທດ.

อาจเป็นรูปภาพของ 8 คน, ผู้คนกำลังนั่ง, ผู้คนกำลังยืน และ กลางแจ้ง

ນອກນີ້, ບັນດາອົງການທີ່ກ່ຽວຂ້ອງ ຈະປະຕິບັດມາດຕະການຕ່າງໆ ເພື່ອຍົກລະດັບການພັດທະນາເສດຖະກິດລວມຢູ່ເຂດຊົນນະບົດ ເຊັ່ນ: ການນຳໃຊ້ທີ່ດິນສ່ວນລວມໃຫ້ເກີດປະໂຫຍດ ແລະ ສະໜັບສະໜູນການເຕີບໂຕຂອງສະຫະກອນເຂດຊົນນະບົດ.