2022 ມີນັກທ່ອງທ່ຽວເຂົ້າມາລາວ 6 ແສນເທື່ອຄົນ

142

ວຽກງານການທ່ອງທ່ຽວ ເປັນຂະແໜງເສດຖະກິດໜຶ່ງທີ່ສຳຄັນ ແລະ ເປັນກໍາລັງແຮງຍູ້ດັນ, ຂັບເຄື່່ອນການຂະຫຍາຍຕົວເສດຖະກິດຂອງປະເທດ, ໃນນີ້ພັກ-ລັດຖະບານ ໄດ້ມີແນວທາງນະໂຍບາຍຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວ ໃຫ້ກາຍເປັນຂະແໜງສຳຄັນທາງເສດຖະກິດ ໃຫ້ສາມາດປະກອບສ່ວນອັນສຳຄັນເຂົ້າໃນການສ້າງລາຍຮັບເຂົ້າງົບປະມານແຫ່ງຊາດ ທັງກະຈາຍລາຍຮັບໃຫ້ຊຸມຊົນທ້ອງຖິ່ນໃຫ້ຫຼາຍທີ່ສຸດ  ແລະ ໃນປີ 2022 ຜ່ານມາມີນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວ6ແສນກວ່າຄົນ.May be an image of 14 people, people standing and sky

ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານຕໍ່ກອງປະຊຸມ ສະຫຼຸບວຽກງານ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທົ່ວປະເທດປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ວ່າ: ເພື່ອເປັນການຜັນຂະຫຍາຍແນວທາງລວມຂອງພັກ-ລັດຖະບານ ຕໍ່ກັບການຟື້ນຟູການທ່ອງທ່ຽວພາຍຫຼັງທີ່່ໄດ້ເປີດປະເທດ ເຫັນໄດ້ວ່າວຽກງານການທ່ອງທ່ຽວກໍໄດ້ສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອໂຄສະນາດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕິດພັນກັບແຜນສົ່ງເສີມ “ລາວທ່ຽວລາວ” ແລະ ແຜນຕ້ອນຮັບນັກທ່ອງທ່ຽວ ໃນເຂດທ່ອງທ່ຽວສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວ.

No photo description available.

ສະເພາະວຽກງານທ່ອງທ່ຽວ ໃນປີ 2022 ຢູ່ໃນ ສປປ ລາວ ໄດ້ມີສະຖານທີ່ພັກແຮມທັງໝົດ 3.095 ແຫ່ງ, ມີ 67.370 ຫ້ອງ, ໃນນັ້ນ ໂຮງແຮມມີ ຈໍານວນ 759 ແຫ່ງ, ມີ 27.941 ຫ້ອງ; ຣີສອດ ແລະ ເຮືອນພັກ ມີ 2.331 ແຫ່ງ, ມີ 39.357 ຫ້ອງ; ພັດຕາຄານ 27 ແຫ່ງ, ສວນອາຫານ 33 ແຫ່ງ, ຮ້ານອາຫານ 2.944 ແຫ່ງ, ສະຖານທີ່ບັນເທີງ 140 ແຫ່ງ, ຮ້ານຄາຣາໂອເກະ 191 ແຫ່ງ.

No photo description available.
ທ່ານກ່າວຕື່ມວ່າ: ໃນປີ 2022 ຍັງໄດ້ສໍາເລັດການຈັດຕັ້ງປະຕິບັດຄາດໝາຍຕົ້ນຕໍຂອງວຽກງານ ທ່ອງທ່ຽວ ມີຄື:

1) ໄດ້ຈັດຕັ້ງປະຕິບັດແຜນແນວທາງຟື້ນຟູການທ່ອງທ່ຽວຂອງ ສປປ ລາວ ພາຍຫຼັງທີ່ການແຜ່ລະບາດຂອງພະຍາດ ໂຄວິດ-19 ຫຼຸດໜ້ອຍຖອຍລົງ; ແຜນພັດທະນາການທ່ອງທ່ຽວສໍາລັບປີ 2021-2025; ນອກນີ້ຍັງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດແຜນຮອງຮັບນັກທ່ອງທ່ຽວ ຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ;

No photo description available.

2) ໂດຍພາຍໃຕ້ນະໂຍບາຍການສົ່ງເສີມການທ່ອງທ່ຽວພາຍໃນກໍຄື “ລາວທ່ຽວລາວ”ມາຮອດປີ 2022 ນີ້ມີນັກທ່ອງທ່ຽວທັງໝົດ ຈໍານວນ 1.681.806 ເທື່ອຄົນ; ທຽບໃສ່ແຜນປີ 2022 (1.966.000 ເທື່ອຄົນ) ປະຕິບັດໄດ້ 85,54% ໃນນີ້ມີນັກທ່ອງທ່ຽວພາຍໃນ ຈໍານວນ 1.037.050 ເທື່ອຄົນ (1.066.000 ເທື່ອຄົນ) ປະຕິບັດໄດ້ 97,28% ແລະ ນັກທ່ອງທ່ຽວສາກົນມີຈຳນວນ 644.756 ເທື່ອຄົນ (900.000 ເທື່ອຄົນ) ປະຕິບັດໄດ້ 71,63% ແລະ ຄາດຄະເນສ້າງລາຍຮັບປະມານ 219.107.254 ໂດລາສະຫະລັດ ໂດຍສະເລ່ຍໄລຍະພັກເຊົາຂອງນັກທ່ອງທ່ຽວສາກົນ 05 ມື້/ຄົນ ແລະ ນັກທ່ອງທ່ຽວພາຍໃນ 2,5 ມື້/ຄົນ;

No photo description available.

3) ໄດ້ສຸມໃສ່ການໂຄສະນາການທ່ອງທ່ຽວດ້ວຍຫຼາຍຮູບການພາຍຫຼັງທີ່ໄດ້ເປີດປະເທດ ເພື່ອເປັນການການດຶງດູດນັກທ່ອງທ່ຽວສາກົນ ແລະ ພາກພື້ນ.