ເປັນປີທີ່ດີ! 80 ຫົວໜ່ວຍໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນປະຈໍາປີ 2022

172

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ) ໄດ້ຈັດພິທີມອບລາງວັນໃຫ້ ນັກທຸລະກິດຊັ້ນນໍາດີເດັ່ນ 80 ຫົວໜ່ວຍ ທີ່ມີຜົນງານໂດດເດັ່ນຕະຫຼອດປີ 2022 ເຊິ່ງຜູ້ປະກອບການທີ່ໄດ້ຮັບລາງວັນຄັ້ງນີ້ມີ ມູນຄ່າການລົງທຶນ 2 ພັນຕື້ກີບ ແລະ ມີການຈ້າງງານຫຼາຍກວ່າ 15 ພັນຕໍາແໜ່ງງານ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 23 ມັງກອນ 2023 ທີ່ ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າອົງການຈັດຕັ້ງຂອງພາກລັດ ແລະ ຜູ້ປະກອບການນັກທຸລະກິດເຂົ້າຮ່ວມ.

May be an image of 14 people and people standing

ໂອກາດດັ່ງກ່າວ ທ່ານ ອຸເດດ ສຸວັນນະວົງ ໄດ້ກ່າວວ່າ: ໃນປີ 2022 ເສດຖະກິດຂອງ ສປປ ລາວ ຍັງຢູ່ໃນໄລຍະການຟື້ນຟູຈາກຜົນກະທົບຂອງການແພ່ລະບາດຂອງພະຍາດ COVID – 19 ແລະ ຜົນກະທົບຂອງສະພາບການສະໜອງວັດຖຸປັດໄຈການຜະລິດທີ່ເນື່ອງມາຈາກ ຄວາມບໍ່ສະຫງົບຂອງສາກົນ, ສະພາບການຂາດເຂີນເງິນຕາ, ເງິນສະກຸນເງິນກີບອ່ອນຄ່າ, ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ແລະ ເຄື່ອງບໍລິໂພກ-ອຸປະໂພກ ຈຳນວນໜຶ່ງ.

ເພື່ອແກ້ໄຂສະພາບການດັ່ງກ່າວ ລັດຖະບານກໍໄດ້ປະກາດວາລະແຫ່ງຊາດ ດ້ານເສດຖະກິດການເງິນ ແລະ ວາລະແຫ່ງຊາດດ້ານການປາບປາມຢາເສບຕິດ. ແວດລ້ອມໃນການດໍາເນີນທຸລະກິດແມ່ນ ຍັງມີສີ່ງກີດຂວາງຫຼາຍອັນ ເພື່ອການສ້າງ ແລະ ດໍາ
ເນີນທຸລະກິດ ຍ້ອນຜົນກະທົບຂອງສະພາບການດັ່ງກ່າວ.

May be an image of 2 people, people standing and indoor

ເຖິງຢ່າງໃດກໍຕາມມີທຸລະກິດຈໍານວນໜຶ່ງໃນເກືອບທຸກໆຂະແໜງການ ໂດຍສະເພາະໃນຂະແໜງການກະສິກຳ, ອຸດສາຫະກຳປຸງແຕ່ງ, ການທ່ອງທ່ຽວ, ການຂົນສົ່ງໂລຈິດຕິກ ແລະ ການບໍລິການອື່ນໆ ແມ່ນໄດ້ບຸກບືນພັດທະນາສ້າງທຸລະກິດຂອງຕົນເອງໃຫ້ເຂັ້ມແຂງ, ຈຳນວນໜຶ່ງແມ່ນໄດ້ຫັນຈາກການຜະລິດທຸລະກິດແບບເດີມ ມາເຂົ້າສູ່ການຜະລິດແບບໃໝ່, ຕາມຕະຫຼາດໃໝ່ ເພື່ອໄດ້ປະຄອງຕົວ ແລະ ສືບຕໍ່ດໍາເນີນທຸລະກິດປະກອບເຂົ້າໃນໂຄງປະກອບການຜະລິດແຫ່ງຊາດ, ສືບຕໍ່ສ້າງລາຍຮັບດ້ານງົບປະມານພາສີ-ອາກອນໃຫ້ແກ່ລັດຖະບານ.

ດັ່ງນັ້ນ, ເພື່ອລະນຶກຜົນງານ ແລະ ການບຸກບືນຂອງຜູ້ປະກອບການທຸລະກິດ ສຄອຊ ກໍໄດ້ມີການມອບລາງວັນທຸລະກິດຊັ້ນນໍາດີເດັ່ນໃຫ້ແກ່ທຸລະກິດທີ່ເປັນສະມາຊິກໃນວົງລ້ອມລະດັບສູນກາງ, ແຂວງ ແລະ ນະຄອນຫຼວງ ໃນທົ່ວປະເທດຢ່າງເປັນປະຈໍາ ມາປີນີ້ເປັນຄັ້ງທີ 6 ນັບແຕ່ປີ 2016 ເປັນຕົ້ນມາ.

May be an image of 1 person

ເພື່ອໃຫ້ການຄັດເລືອກມີຄວາມໂປ່ງໃສ ສຄອຊ ໄດ້ຮ່ວມມືກັບອົງການສື່ມວນຊົນກໍຄືໜັງສືພິມ Vientiane Times ເພື່ອທໍາການຄັດເລືອກຕາມມາດຕະຖານຫຼັກ 5 ຂໍ້ດັ່ງຕໍ່ໄປນີ້:
1. ເປັນສະມາຊິກຂອງ ສຄອຊ, ສຄອ ແຂວງ – ນະຄອນຫຼວງ, ສະມາຄົມ,ກຸ່ມທຸລະກິດ ແລະ ສຄອ ຕ່າງປະເທດປະຈຳ ສປປ ລາວ ທີ່ຢູ່ໃຕ້ການຄຸ້ມຄອງຂອງ ສຄອຊ.
2. ເປັນທຸລະກິດທີ່ໄດ້ດຳເນີນທຸລະກິດຕາມລະບຽບກົດໝາຍ ແລະເສຍພັນທະເຂົ້າລັດຖະບານ

May be an image of 8 people and people standing

3. ໃນໄລຍະວິກິດການໄດ້ບຸກບືນສ້າງທຸລະກິດຂອງຕົນເອງໃຫ້ເຂັ້ມແຂງ, ສາມາດປະຄັບປະຄອງທຸລະກິດ ຫຼື ມີການປ່ຽນແປງຂະຫຍາຍຕົວ, ສ້າງວຽກເຮັດງານທຳ, ປະກອບໃນການຟື້ນຟູເສດຖະກິດຂອງຊາດ.
4. ເປັນທຸລະກິດທີ່ມີການປະກອບສ່ວນໃຫ້ການຊ່ວຍເຫຼືອສັງຄົມ ເພື່ອຜ່ານຜ່າວິກິດຕ່າງໆ, ມີການເຄື່ອນໄຫວເຂົ້າຮ່ວມກິດຈະກຳ, ວຽກງານຂອງ ສຄອຊ ຕາມແຜນງານ 06 ເສົາຄໍ້າ ປະກອບສ່ວນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ສຄອຊ, ສຄອ ແຂວງ-ນະຄອນຫຼວງ, ສຄອເມືອງ, ສະມາຄົມ, ກຸ່ມທຸລະກິດ ແລະ ອື່ນໆ.

No description available.

ທ່ານກ່າວວ່າ: ຈາກການຄັດເລືອກແບບຟອມສະໝັກຄະນະກໍາມະການຮັບຜິດຊອບຫົວໜ່ວຍທຸລະກິດຈຳນວນ 80 ຫົວໜ່ວຍ ທີ່ມາຈາກ ນະຄອນຫຼວງວຽງຈັນ 61 ຫົວໜ່ວຍ, ແຂວງຫຼວງນໍ້າທາ 4 ຫົວໜ່ວຍ, ແຂວງວຽງຈັນ 1 ຫົວໜ່ວຍ, ແຂວງບໍລິຄຳໄຊ 1 ຫົວໜ່ວຍ, ແຂວງສະຫວັນນະເຂດ 6 ຫົວໜ່ວຍ, ແຂວງສາລະວັນ 1 ຫົວໜ່ວຍ, ແຂວງຈຳປາສັກ 5 ຫົວໜ່ວຍ ແລະ ແຂວງອັດຕະປື 5 ຫົວໜ່ວຍ. ລວມມູນຄ່າຕົວເລກທຸລະກິດຂອງ 80 ຫົວໜ່ວຍມີຢູ່ 2.000 ຕື້ກີບ ແລະ ມີການຈ້າງງານຫຼາຍກວ່າ 15.000 ຄົນ.