ລັດຖະບານຈິງຈັງແກ້ບັນຫາເງິນຮົ່ວໄຫຼ ຕ້ອງຫັນເປັນທັນສະໄໝໃຫ້ໝົດ

94

ການເອົາລະບົບການເງິນກໍ່ຄືການເກັບລາຍຮັບ ຄຸ້ມຄອງລາຍຈ່າຍ ໃຫ້ເຂົ້າສູ່ລະບົບທັນສະໄໝທີ່ຮັບປະກັນຄວາມໂປ່ງໃສ ສາມາດກວດສອບໄດ້ ເປັນໜຶ່ງບັນຫາທີ່ລັດຖະບານໄດ້ພະຍາຍາມແກ້ໄຂໃນຫຼາຍປີມານີ້ ແລະຫຼ້າສຸດ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2022 ກໍ່ໄດ້ເອົາວຽກງານດັ່ງກ່າວເປັນໜຶ່ງວາລະສຳຄັນ ເພື່ອໃຫ້ບັນດາສະມາຊິກລັດຖະບານ ແລະແຂວງຕ່າງໆຮ່ວມພິຈາລະນາ.

May be an image of 3 people and indoor

ຕາມການຖະແຫຼງຂອງ ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໃຫ້ຮູ້ວ່າ: ໃນຫົວຂໍ້ສຳຄັນນີ້ ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດລາຍງານສະພາບການ ຈັດຕັ້ງປະຕິບັດ ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ເປັນທັນສະໄໝ ໃນປີ 2022 ແລະ ສະເໜີແຜນວຽກຕົວຈິງ ແລະ ແຜນແບ່ງຄວາມຮັບຜິດຊອບ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນປີ 2023 ແຕ່ໃຫ້ພາກສ່ວນກ່ຽວຂ້ອງປັບປຸງຕື່ມບາງຈຸດ ຕາມການປະກອບຄຳເຫັນຂອງກອງປະຊຸມ ໂດຍສະເພາະ ໃນປີ 2023 ຕ້ອງສູ້ຊົນຫັນການເກັບລາຍຮັບ ຢູ່ບັນດາດ່ານສາກົນ ເປັນທັນສະໄໝ ໃຫ້ໄດ້ 100% ແລະ ຫັນການເກັບລາຍຮັບຈາກຄ່າທຳນຽມ ແລະ ຄ່າບໍລິການ ຕາມແຜນທີ່ໄດ້ກຳນົດໄວ້.

May be an image of 7 people and people standing

ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນນຕີ ເປັນເຈົ້າການສົມທົບກັບກະຊວງການເງິນ ຫັນເອົາບັນດາໜ້າວຽກຕົວຈິງ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນປີ 2023 ບັນຈຸເຂົ້າໃນເນື້ອໃນຂອງດໍາລັດ ວ່າດ້ວຍການກຳນົດໜ້າວຽກຕົວຈິງ ແລະ ການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ແຜນການແກ້ໄຂຜົນການກວດສອບ ເພື່ອເປັນບ່ອນອີງໃຫ້ຂະແໜງການກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ແລະ ຊຸກຍູ້ຕິດຕາມ.

May be an image of 2 people and indoor