ບັງກລາເທດ ຕັ້ງເປົ້າຜະລິດໄຟຟ້າ ຈາກພະລັງງານສະອາດ ກວມເອົາ 40%

36

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ທ່ານ ນາສຣູລ ຮາມິດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຂອງບັງກລາເທດ ເປີດເຜີຍວ່າ ລັດຖະບານບັງກລາເທດ ໄດ້ວາງຍຸດທະສາດພັດທະນາໄຟຟ້າ ໂດຍໄດ້ຕັ້ງເປົ້າຜະລິດໄຟຟ້າສະອາດໃຫ້ກວມເອົາ 40% ແລະ 10% ຈາກແຫຼ່ງພະລັງງານໝູນວຽນ ໃນປີ 2041.

อาจเป็นรูปภาพของ 1 คน และ กลางแจ้ง

ໃນຂະນະທີ່ການນໍາເຂົ້າໄຟຟ້າ ພາຍໃຕ້ຄວາມຮ່ວມມືລະດັບພາກພື້ນຈາກປະເທດໃກ້ຄຽງ ປະມານ 9.000 ເມກາວັດ. ຂໍ້ມູນຈາກກະຊວງພະລັງງານ ແລະ ບໍ່ແຮ່ ຂອງບັງກລາເທດ ລະບຸວ່າ ກຳລັງການຜະລິດໄຟຟ້າຂອງ ບັງກລາເທດ ລວມມີ 25.826 ເມກາວັດ, ນອກຈາກນີ້ຍັງມີການນໍາເຂົ້າພະລັງງານໄຟຟ້າຈາກຕ່າງປະເທດ ໂດຍສ່ວນໃຫຍ່ແມ່ນນຳເຂົ້າຈາກປະເທດໃກ້ຄຽງ ໂດຍສະເພາະການນໍາເຂົ້າໄຟຟ້າພະລັງງານນໍ້າຈາກເນປານ ແລະ ພູຖານ.

อาจเป็นรูปภาพของ กลางแจ้ง

ໃນຂະນະທີ່ກຳລັງການຜະລິດ ຕິດຕັ້ງພະລັງງານໝູນວຽນຂອງ ປະເທດ ໄດ້ເພີ່ມຂຶ້ນເປັນ 950,72 ເມກາວັດ ໂດຍລັດຖະບານບັງກລາເທດ ໄດ້ເນັ້ນໃສ່ ການດຳເນີນແຜນການຜະລິດໄຟຟ້າ 40.000 ເມກາວັດ ໃນປີ 2030 ແລະ 60.000 ເມກາວັດ ໃນປີ 2041.