ຈີນ ເປີດເຜີຍ ຈີດີພີ ບັນລຸ 121 ພັນຕື້ຢວນ

72

ສຳນັກຂ່າວຊິນຫົວລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດຂອງຈີນ ລາຍງານວ່າ ໃນປີ 2022 ເສດຖະກິດ ຫຼື ລວມຍອດຜະລິດຕະພັນພາຍໃນຂອງຈີນ ເພີ່ມຂຶ້ນເປັນ  121 ພັນຕື້ຢວນ ຫຼື ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີຕໍ່ປີ.

อาจเป็นรูปภาพของ 4 คน และ ผู้คนกำลังยืน

ໂດຍສະເພາະລວມຍອດຜະລິດຕະພັນພາຍໃນ ( ຈີດີພີ ) ໃນໄຕມາດ 4 ກວມເອົາ 2,9% ເມື່ອທຽບໃສ່ປີຕໍ່ປີ. ເຖິງແມ່ນວ່າຈະປະເຊີນກັບແຮງກົດດັນຕ່າງໆ ລວມເຖິງການແຜ່ລະບາດຂອງພະຍາດໂຄວິດ – 19 ຮອບໃໝ່ ແລະ ສະພາບແວດລ້ອມພາຍນອກກໍຕາມ.

อาจเป็นรูปภาพของ 3 คน และ กลางแจ้ง

ທ່ານ ຄັງອີ ຫົວໜ້າສຳນັກງານສະຖິຕິແຫ່ງຊາດ ລະບຸວ່າ: ເສດຖະກິດຈີນ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຜົນຜະລິດທາງເສດຖະກິດເພີ່ມສູງຂຶ້ນ, ການຈ້າງງານ ແລະ ລາຄາໂດຍທົ່ວໄປມີສະຖຽນລະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍດີຂຶ້ນ.