ຫາລື ຮັບຮອງເອກະສານ ຄຳຮ້ອງສະເໜີ ອຸທິຍານ ແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກຮ່ວມຊາຍແດນ

100

ວັນທີ 20 ມັງກອນ 2023 ນີ້ ທີ່ນະຄອນຫລວງວຽງຈັນຄະນະກຳມະການລະດັບຊາດ ເພື່ອມໍລະດົກໂລກ, ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ ວາລະ “ຮັບຮອງເອົາເອກະສານຄຳຮ້ອງ ສະເໜີອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ ຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດ ຟອງຫຍາແກບາງ ມໍລະດົກໂລກ ຂອງ ສສ ຫວຽດນາມ” ໂດຍການເປັນປະທານຂອງ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນປະທານຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ, ມີບັນດາຜູ້ຕາງໜ້າຈາກກົມ, ພະນັກງານ ແລະ ຜູ້ຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດເຊົ້າຮ່ວມ.

May be an image of 5 people
ທ່ານ ວັນສີ ກົວມົວ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ແມ່ນເພື່ອຮັບຟັງການລາຍງານຜົນສໍາເລັດຂອງຂະບວນການກະກຽມເອກະສານຄຳຮ້ອງສະເໜີ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດ ຂອງ ສປປ ລາວ ແລະ ເປັນມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນ ແບບເຊື່ອມຕໍ່ ກັບອຸທິຍານແຫ່ງຊາດຟອງຫຍາແກບາງ ມໍລະດົກໂລກ ທາງທໍາມະຊາດຂອງ ສສ ຫວຽດນາມ; ຜົນສຳເລັດຂອງການຈັດຕັ້ງຂະບວນການ “ຄວາມມີອິດສະຫລະ, ການຮັບຮູ້ກ່ອນລ່ວງໜ້າ ແລະ ເຫັນດີຢ່າງສະໝັກໃຈ” ຂອງປະຊາຊົນ 10 ບ້ານອ້ອມຮອບອຸທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ຮັບຟັງກ່ຽວກັບການລາຍງານເນື້ອໃນບົດຄັດຫຍໍ້ ຂອງເອກະສານຄຳຮ້ອງ ຈາກຄະນະວິຊາການກະກຽມຮ່າງຄຳຮ້ອງ ໂດຍສະເພາະຕໍ່ກັບເອກະສານຄຳຮ້ອງນີ້ ຜູ້ເຂົ້າກອງປະຊຸມໄດ້ພ້ອມກັນ ປະກອບຄຳເຫັນໃສ່ບັນດາເນື້ອໃນຂອງເອກະສານຄຳຮ້ອງ ທີ່ສະເໜີໂດຍຄະນະວິຊາການກະກຽມຄໍາຮ້ອງ ເພື່ອບັນລຸເປົ້າໝາຍເປັນມໍລະດົກໂລກທາງທຳມະຊາດ ແຫ່ງທຳອິດ ຂອງ ສປປ ລາວ.

May be an image of nature

ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄໍາເຫັນໃສ່ເອກກະສານຄໍາຮ້ອງນຳສະເໜີເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາແກບາງ ມໍລະດົກໂລກທາງທຳມະຊາດ ຂອງ ສສ ຫວຽດນາມ ໃຫ້ມີເນື້ອໃນທີ່ຄົບຖ້ວນສົມບູນຍິ່ງຂຶ້ນ ກ່ອນທີ່ຄະນະຮັບຜິດຊອບໃນການກະກຽມເອກະສານ ຮ່າງຄຳຮ້ອງດັ່ງ ກ່າວ ຈະນຳສົ່ງຄຳຮ້ອງສະບັບສົມບູນ ເຖິງສູນມໍລະດົກໂລກ ກ່ອນວັນທີ 1 ກຸມພາ 2023 ທີ່ຈະມາເຖິງນີ້.

May be an image of 7 people and people standing

ຂ່າວຈາກ: ຂປລ