ກະຊວງອຸດສາຫະກຳ ແລະ ການຄ້າ ສະຫຼຸບວຽກງານຊັບສິນທາງປັນຍາໃນປີຜ່ານມາ ແລະ ກໍານົດຄາດໝາຍສູ້ຊົນປີ 2023

96

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ວຽກງານຊັບສິນທາງປັນຍາ ທົ່ວປະເທດ ປະຈຳປີ 2022 ແລະ ທິດທາງແຜນພັດທະນາວຽກງານຊັບສິນທາງປັນຍາ ປະຈຳປີ 2023 ຂຶ້ນ ໃນວັນທີ 19 ມັງກອນ 2023 ທີ່ຫ້ອງປະຊຸມຊັ້ນ 1 ກະຊວງ ອຄ ໂດຍການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ.ມີທ່ານ ນາງ ສີດາ ຢູຕຼີຈັນທະຈັກ ຮັກສາການແທນຫົວໜ້າ ກົມຊັບສິນທາງປັນຍາ, ມີບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ, ຫົວໜ້າພະແນກ, ຮອງພະແນກອຸກສາຫະກໍາ ແລະ ການຄ້າ ແຂວງ/ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ກອງປະຊຸມໃນມື້ນີ້ ແມ່ນເພື່ອເປັນການທົບທວນ ກວດກາຄືນການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາໃນຂອບເຂດທົ່ວປະເທດ, ຊຶ່ງພວກເຮົາຈະໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ປະກອບຄໍາຄິດເຫັນ, ປຶກສາຫາລືແກ້ໄຂບັນຫາຄົງຄ້າງ ໂດຍສະເພາະ ກົນໄກການປະສານງານ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ. ພ້ອມດຽວກັນນີ້, ກໍຈະໄດ້ກໍານົດຄາດໝາຍສູ້ຊົນໃນປີ 2023 ແນໃສ່ພັດທະນາວຽກງານຊັບສິນທາງປັນຍາໃຫ້ມີຄວາມກ້າວໜ້າ ແລະ ຂະຫຍາຍການບໍລິການໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ, ຊຸກຍູ້ສົ່ງເສີມການສ້າງມູນຄ່າເພີ່ມ ແລະ ສ້າງຄວາມສາມາດໃນການແຂ່ງຂັນຂອງທຸລະກິດ, ຍາດແຍ່ງເອົາການລົງທຶນພາຍໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂໃນການຍົກລະດັບການໃຫ້ບໍລິການດ້ານຊັບສິນທາງປັນຍາຂອງທ້ອງຖິ່ນໃຫ້ມີຄວາມເຂົ້າໃຈ ແລະ ມີຄວາມເປັນເອກະພາບສູງຕໍ່ວຽກງານການພັດທະນາ ແລະ ການບໍລິການຊັບສິນທາງປັນຍາ ເພື່ອປະກອບສ່ວນເປັນກໍາລັງແຮງຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ.


ທ່ານ ນາງ ສີດາ ຢູຕຼີຈັນທະຈັກ ຮັກສາການແທນຫົວໜ້າກົມຊັບສິນທາງປັນຍາ ໄດ້ຜ່ານບົດລາຍງານ ການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ ປະຈໍາປີ 2022 ແລະ ທິດທາງແຜນພັດທະນາວຽກງານຊັບສິນທາງປັນຍາ ປະຈຳປີ 2023 ວ່າ: ໃນປີ 2022 ຜ່ານມາ, ກົມກໍໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ (SMEs), ນັກທຸລະກິດ, ກຸ່ມຜູ້ຜະລິດ, ຊາວກະສິກອນ ໃຫ້ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ເຂົ້າສູ່ຂະບວນການຜະລິດເປັນສິນຄ້າ. ນອກຈາກນັ້ນ ກໍຍັງໄດ້ກະກຽມເປີດຝຶກອົບຮົມກ່ຽວກັບໂຄງການນຳໃຊ້ຊັບສິນທາງປັນຍາເຂົ້າສູ່ຂະບວນການຜະລິດ ເຂົ້າ ແລະ ຊີ້ນສັດ ໂດຍການສ້າງເຄື່ອງໝາຍການຄ້າ ແລະ ເຄື່ອງໝາຍລວມໝູ່ ເພື່ອເປັນຍີ່ຫໍ້ສິນຄ້າຂອງລາວ, ສ້າງຄວາມເຂັ້ມແຂງວຽກງານຊັບສິນທາງປັນຍາ ເພື່ອຊ່ວຍກຸ່ມຜູ້ຜະລິດ ໃນການສ້າງມູນຄ່າເພີ່ມຜະລິດຕະພັນສິນຄ້າ ODOP, ສົ່ງເສີມການຈົດທະບຽນເຄື່ອງໝາຍການຄ້າໃຫ້ແກ່ສິນຄ້າຫັດຖະກຳລາວໃນຂອບເຂດທົ່ວປະເທດ, ໂຄງການສ້າງຄວາມເຂັ້ມແຂງໃຫ້ຜູ້ຜະລິດ-ຜູ້ປະກອບການເສັ້ນໄໝ ແລະ ຜ້າໄໝ ເພື່ອກະກຽມຈົດທະບຽນຖິ່ນກຳເນີດ, ປົກປ້ອງຖິ່ນກຳເນີດເຂົ້າໄກ່ນ້ອຍທີ່ໄດ້ຮັບການສະໜັບສະໜູນຈາກໂຄງການຕ່າງໆ.


ວຽກງານໃຫ້ບໍລິການຊັບສິນທາງປັນຍາ ໃນໄລຍະຜ່ານມາ ແມ່ນໄດ້ຮັບຄໍາຮ້ອງຂໍຈົດທະບຽນ ຮັບສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ແຈ້ງຂໍ້ມູນ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ຈຳນວນ 4.719 ຄໍາຮ້ອງ; ໄດ້ຄົ້ນຄວ້າການ ຄັດຄ້ານ, ກວດສອບເບື້ອງຕົ້ນ, ກວດສອບເນື້ອໃນ, ປະຕິເສດຈົດທະບຽນ, ຕໍ່ອາຍຸໃບທະບຽນ, ມອບໂອນສິດ, ປ່ຽນ ຊື່ ແລະ ທີ່ຢູ່, ອອກໃບຢັ້ງຢືນການແຈ້ງຂໍ້ມູນລິຂະສິດ, ອອກແຈ້ງການ ແລະ ກວດຄົ້ນຂໍ້ມູນຕ່າງໆກ່ຽວກັບຊັບສິນທາງປັນຍາ ຈໍານວນ 5.365 ສະບັບ; ອອກໃບອະນຸຍາດຕົວແທນການບໍລິການທາງດ້ານຊັບສິນທາງປັນຍາ ຈໍານວນ 4 ບໍລິສັດ. ນອກຈາກນັ້ນ ກໍໄດ້ກະກຽມເປີດການນໍາໃຊ້ລະບົບການຢື່ນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາຜ່ານທາງອອນລາຍ (E-filling) ເພື່ອໃຫ້ບໍລິການແກ່ສັງຄົມ.


ໂອກາດນີ້ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ ກໍໄດ້ມີຄໍາເຫັນວ່າ: ຂໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ທີ່ກົມດັ່ງກ່າວ ຍາດມາໄດ້ໃນໄລຍະ 1 ປີຜ່າມມາ, ແຕ່ຄຽງຄູ່ກັບຜົນສຳເລັດທີ່ກົມຍາດມາໄດ້ນັ້ນ ຍັງເຫັນວ່າມີບາງບັນຫາທີ່ກົມຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂປັບປຸງໃນຕໍ່ໜ້າ ເພື່ອຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າໃນປີ 2023, ໂດຍສະເພາະ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານແບ່ງຂັ້ນຄຸ້ມຄອງ ໂດຍສືບຕໍ່ຖ່າຍທອດຄວາມຮູ້ ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນໃນການຮັບຄຳຮ້ອງທີ່ຍັງເຫຼືອອີກ 11 ແຂວງ;

ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຊັບສິນທາງປັນຍາແກ່ພະນັກງານພາຍໃນກະຊວງ, ພະແນກ ອຄ ແຂວງ, ນະຄອນຫຼວງ ແລະ ຂະແໜງການອື່ນໆ ຕະຫຼອດຮອດພາກທຸລະກິດ ເພີ່ມຕື່ມ; ການຫັນເປັນທັນສະໄໝ ໃນການບໍລິການຊັບສິນທາງປັນຍາ ໂດຍນຳໃຊ້ລະບົບ E-Filing ຕ້ອງໄດ້ສ້າງຄວາມພ້ອມພາຍໃນໃຫ້ເຂັ້ມແຂງ ໂດຍສະເພາະ ແມ່ນລະບົບ ແລະ ບຸກຄະລາກອນທີ່ຈະຮັບຜິດຊອບລະບົບດັ່ງກ່າວ; ຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫຼື SMEs ໃຫ້ນໍາໃຊ້ຊັບສິນທາງປັນຍາເຂົ້າໃນທຸລະກິດຂອງຕົນໃຫ້ຫຼາຍຂຶ້ນ; ພັດທະນາເຄື່ອງມືໃນການຄຸ້ມຄອງຊັບສິນທາງປັນຍາໃຫ້ຄົບຖ້ວນ ເປັນຕົ້ນ ແຜນຍຸດທະສາດ; ການປັບປຸງກົດໝາຍ, ຂໍ້ຕົກລົງ ແລະ ຄູ່ມືຕ່າງໆ; ເປັນຈຸດໃຈກາງໃນການຂຶ້ນແຜນງົບປະມານ, ປະສານສົມທົບ, ສະໜອງການຝຶກອົບຮົມ ແລະ ອຸປະກອນຮັບໃຊ້ໃນການເຮັດວຽກຕ່າງໆໃຫ້ຂະແໜງການທີ່ກ່ຽວຂ້ອງ.


ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ ຊຶ່ງໄດ້ເຊີນເອົາຫຼາຍພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທອງຖິ່ນ ເຂົ້າຮ່ວມເພື່ອປຶກສາຫາລື ພ້ອມທັງປະກອບຄຳຄິດ-ຄຳເຫັນທາງດ້ານວິຊາການຕໍ່ກັບບົດ ລາຍງານປະຈໍາປີ 2022 ແລະ ແຜນພັດທະນາຊັບສິນທາງປັນຍາ ປີ 2023 ໃຫ້ມີຄວາມຄົບຖ້ວນ ແລະ ສົມບູນຍິ້ງຂຶ້ນ.