ມັກເບີໃດເຊຍເບີໃດໂຫວດເລີຍ! ເພື່ອຮັບລາງວັນພິເສດ “ ຂວັນໃຈປະຊາຊົນ ” ແລະ ເຂົ້າຮອບ 10 ຄົນ ໂດຍອັດຕະໂນມັດ

105

ການປະກວດເຟັ້ນຫາສາວງາມອີກໜຶ່ງເວທີທີ່ໜ້າຕິດຕາມ ເຊິ່ງໃນຕອນນີ້ແມ່ນໄດ້ເດີນທາງໃກ້ມາເຖິງຮອບສຸດທ້າຍກັນແລ້ວ ໂດຍໄດ້ມີການເປີດໃຫ້ໂຫວດເປັນທີ່ຮຽບຮ້ອຍ! ສໍາລັບ ການປປະກວດ Miss Tourism Laos ນາງສາວທ່ອງທ່ຽວລາວ ມັກເບີໃດເຊຍເບີໃດ ກໍສາມາດເຂົ້າໄປໂຫວດກັນໄດ້ເລີຍ ເຊິ່ງຈະໄດ້ມີການເປີດໃຫ້ທຸກຄົນຮ່ວມ Vote ໃຫ້ກັບນາງສາວທັງ 20 ຄົນ ເພື່ອໃຫ້ເຂົ້າຮອບ Top 10 ແບບອັດຕະໂນມັດເລີຍ.

ສໍາລັບກອງເຊຍທ່ານໃດທີ່ຢາກສົ່ງກໍາລັງໃຈໃຫ້ຜູ້ເຂົ້າປະກວດຮີບໂຫວດດ່ວນໆ! ເພາະການໂຫວດແມ່ນມີກໍານົດຮອດ ວັນທີ 29 ມັງກອນ 2023 ນີ້ເທົ່ານັ້ນ ໂດຍວິທີໂຫວດແມ່ນທຸກທ່ານສາມາດເຂົ້າໄປໄດ້ທີ່: 1. ເຂົ້າໄປທີ່ເວັບໄຊ https://misstourismlaos.onelive.la; 2. ເຂົ້າສູ່ລະບົບໂດຍໃຊ້ບັນຊີເຟສບຸ໊ກຂອງເຈົ້າ; 3. ເລື່ອນຫາຜູ້ເຂົ້າປະກວດແລ້ວກົດປຸ່ມ ໂຫວດ ສີທອງ; 4. ເລືອກຈຳນວນຄະແນນທີ່ຕ້ອງການໂຫວດ ແລ້ວກົດໂຫວດ ເພື່ອຊຳລະຄ່າຄະແນນ; 5. ເມື່ອສຳເລັດແລ້ວຄະແນນຈະຖືກລວມເຂົ້າຄະແນນປັດຈຸບັນຂອງໝາຍເລກນັ້ນທັນທີ. ສ່ວນການຄິດໄລ່ຄະແນນແມ່ນ 1.000 ກີບ/ 1 ຄະແນນ ເພື່ອໃຫ້ໄດ້ຮັບລາງວັນພິເສດ “ ຂວັນໃຈປະຊາຊົນ ” ແລະເຂົ້າຮອບ 10 ຄົນ ໂດຍອັດຕະໂນມັດ ເຊິ່ງສາມາດໂຫວດໄດ້ແລ້ວຕັ້ງແຕ່ມື້ນີ້ຈົນເຖິງວັນທີ 29 ມັງກອນ 2023 ນີ້ ເຊິ່ງເປັນມື້ປະກວດຮອບຕັດສິນອີກດ້ວຍ.

ການປະກວດ Miss Tourism Laos ນາງສາວທ່ອງທ່ຽວລາວ ແມ່ນເປັນໜຶ່ງໃນໂຄງການປະກວດດີໆ ເພື່ອຄົ້ນຫາສາວງາມທີ່ມີຄວາມພ້ອມໄປດ້ວຍ ຄວາມຮູ້, ຄວາມສາມາດ ແລະ ກ້າສະແດງອອກ ຜູ້ທີ່ໄດ້ຄອບຄອງມົງກຸດອັນຊົງຄຸນຄ່າແມ່ນຈະໄດ້ເປັນຕົວແທນຂອງແມ່ຍິງລາວ ໃນການເຜີຍແຜ່ວັດທະນະທໍາອັນດີງາມຂອງລາວ ໂດຍສະເພາະກໍແມ່ນສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະ ອຸດົມສົມບູນຂອງລາວເຮົາ ໃຫ້ແກ່ຊາວໂລກໄດ້ຮັບຮູ້ວ່າລາວກໍມີສະຖານທີ່ທ່ອງທ່ຽວທີ່ເປັນສິ່ງເອກອ້າງ ແລະ ມີເອກະລັກທີ່ບໍ່ຄືໃຜ.

ກອງປະກວດ Miss Tourism Laos ນາງສາວທ່ອງທ່ຽວລາວ ໄດ້ມີການເປີດເຜີຍພາບອອກມາໃຫ້ໄດ້ຊົມກັນແລ້ວສໍາລັບສາວງາມຜູ້ເຂົ້າປະກວດທັງໝົດ ໂດຍໄດ້ເປີດເຜີຍຂໍ້ມູນວ່າ: ມາຮອດມາເຖິງແລ້ວ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຜູ້ເຂົ້າປະກວດນາງສາວທ່ອງທ່ຽວລາວ 2023 ກັບກິດຈະກຳມື້ທຳອິດ ມາຖ່າຍຮູບທີ່ຈຸດເອກະລັກຂອງສາມຫຼ່ຽມຄໍາ ສາມາດຕິດຕາມການ Live ສົດ ປະກວດຮອບຕັດສິນໃນວັນທີ 29 ມັງກອນ 2023 ທີ່ Pgae : Miss Tourism Laos ນາງສາວທ່ອງທ່ຽວລາວ, ເວລາ 15:30 ໂມງ ເປັນຕົ້ນໄປ.
ຜູ້ທີ່ໄດ້ຄອບຄອງມົງກຸດອັນຊົງຄຸນຄ່າ ແລະ ຮອງຈາກເວທີ ນາງສາວທ່ອງທ່ຽວລາວນີ້ ແມ່ນຈະໄດ້ຮັບຫຼາກຫຼາຍລາງວັນເລີຍເຊັ່ນ: ລາງວັນຜູ້ທີ່ໄດ້ຕໍາແໜ່ງອັນດັບທີ 1 ເງິນສົດ 150 ລ້ານ ກີບ, ຕໍາແໜ່ງອັນດັບທີ 2 ເງິນສົດ 100 ລ້ານກີບ, ຕໍາແໜ່ງອັນດັບທີ 3 ເງິນສົດ 50 ລ້ານກີບ ແລະ ຂອງລາງວັນອື່ນໆນໍາອີກ.
ສຸດທ້າຍນີ້ທີມຂ່າວບັນເທີງຝາກອີກໜຶ່ງເວທີໃນການເຜີຍແຜ່ຄວາມເປັນລາວ ແລະ ສະຖານທີ່ທ່ອງທ່ຽວຂອງລາວອີກໜຶ່ງເວທີນີ້ດ້ວຍ.
ມັກເບີໃດເຊຍເບີໃດ ຮີບຟ້າວໄປກົດໂຫວດເລີຍ ກ່ອນຈະໜົດເວລາກ່ອນ ເພື່ອໃຫ້ໝາຍເລກທີ່ທ່ານມັກໄດ້ຄອບຄອງມົງກຸດອັນຊົງຄຸນຄ່າຈາກເວທີນາງສາວທ່ອງທ່ຽວລາວ 2023 ນີ້.