ໂຄງການກໍ່ສ້າງສະໜາມບິນສາກົນລະດັບ 4F ຂອງກຳປູເຈຍ ຄືບໜ້າກວ່າ 50%

18

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ທ່ານ ສິນ ຈັນເສຣີ ວຸທາ ໂຄສົກ ແລະ ຫົວໜ້າສຳນັກງານເລຂາທິການ ການບິນພົນລະເຮືອນຂອງກຳປູເຈຍ ເປີດເຜີຍວ່າ ໂຄງການກໍ່ສ້າງສະໜາມບິນສາກົນພະນົມເປັນ ແຫ່ງໃໝ່ ເຊິ່ງເປັນສະໜາມບິນລະດັບ 4 ເອັຟ ( 4F ) ໄລຍະທີ 1 ຄາດວ່າຈະໃຫ້ສຳເລັດໃນກາງປີ 2024 ນີ້.

May be an image of outdoors

ໂຄງການດັ່ງກ່າວ ມີມູນຄ່າ 1,5 ຕື້ໂດລາສະຫະລັດ ແລະ  ຄາດວ່າຈະສ້າງສຳລັດໃນປີ 2024 ໂດຍແມ່ນ ບໍລິສັດ ໄຊນ່າ ຄອນສະຕັກຊັນ ເທີດ ເອນຈິເນຍຣິງ ບູໂຣກຣຸບ ຈໍາກັດ ( China Construction Third Engineering Bureau Group ) ໃນເນື້ອທີ່ ປະມານ 2.560 ເຮັກຕາ ໃນແຂວງກັນ ດາລ ແລະ ຕາແກ້ວ ທາງພາກໃຕ້ຂອງກຳປູເຈຍ.

May be an image of outdoors

ໂຄງການກໍ່ສ້າງສະໜາມບິນດັ່ງກ່າວນີ້ ໄດ້ເລີ່ມຕົ້ນແຕ່ປີ 2019. ສະໜາມບິນແຫ່ງນີ້ຈະກາຍເປັນສະໜາມບິນ ຊັ້ນ 4 ເອັຟ ( 4F ) ເຊິ່ງສູງສຸດໃນການ ຈັດລະດັບສະໜາມບິນຂອງໂລກ ແລະ ມີບົດບາດສຳຄັນໃນການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ການທ່ອງທ່ຽວຂອງກຳປູເຈຍ, ຄາດວ່າໂຄງການກໍ່ສ້າງໄລຍະທຳອິດ ຈະສຳເລັດໃນກາງປີ 2024, ປັດຈຸບັນການກໍ່ສ້າງມີຄວາມຄືບໜ້າຫຼາຍກວ່າ 50% ແລ້ວ.