ຈີນ ຕັ້ງເປົ້າ ຈີດີພີ ຈະຂະຫຍາຍຕົວຫຼາຍກວ່າ 4,5% ໃນປີນີ້

29

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ຈີນ ໄດ້ຕັ້ງເປົ້າໄວ້ວ່າ ລວມຍອດຜະລິດຕະພັນພາຍໃນປະເທດ ( ຈີດີພີ ) ໃຫ້ຂະຫຍາຍຕົວຫຼາຍກວ່າ 4,5% ໃນປີ 2023.

May be an image of 8 people, people standing and outdoors

ລາຍງານລະບຸວ່າ: ລັດຖະບານຈີນ ໄດ້ຕັ້ງເປົ້າໝາຍສຳລັບຕົວຊີ້ວັດທາງເສດຖະກິດທີ່ສຳຄັນອື່ນໆ ເຊັ່ນ: ການຮັກສາອັດຕາການວ່າງງານ ທີ່ສຳຫຼວດໃນເຂດຕົວເມືອງ ບໍ່ເກີນ 5%, ໃນຂະນະທີ່ດັດສະນີລາຄາຜູ້ບໍລິໂພກ ( CPI ) ເພີ່ມຂຶ້ນບໍ່ເກີນ 3%, ພ້ອມທັງຄາດການວ່າ ຈີນ ຈະບັນລຸການເຕີບໂຕ ທາງເສດຖະກິດເຊີງບວກ ແລະ ຮັກສາການເຕີບໂຕຢ່າງຕໍ່ເນື່ອງ.

May be an image of 2 people and street

ສຳລັບປີ 2022 ດັດສະນີ ລາຄາຜູ້ບໍລິໂພກ ເພີ່ມຂຶ້ນ 1,8% ແລະ ອັດຕາການວ່າງງານທີ່ສຳຫຼວດໃນເຂດຕົວເມືອງຢູ່ທີ່ 5%  ເຊິ່ງລັດຖະບານຈີນ ຈະໃຫ້ຄວາມສຳຄັນໃນການຟື້ນຟູ ແລະ ຂະຫຍາຍການບໍລິໂພກ ໃນປີ 2023 ໂດຍຈະສົ່ງເສີມການວາງແຜນ ແລະ ການກໍ່ສ້າງຖານໂລຈິສ ຕິກ ແລະ ອື່ນໆ.