ປີ 2022 ຣັດເຊຍ ມີລາຍໄດ້ຈາກນ້ຳມັນ – ແກ໊ສ ເພີ່ມຂຶ້ນ 28%

99

ສຳນັກຂ່າວຊິນຫົວ ລາຍງານວ່າ: ທ່ານ ອາເລັກຊາເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍ ເປີດເຜີຍໃນວັນທີ 16 ມັງກອນ 2023 ວ່າ ໃນປີ 2022 ຣັດເຊຍ ມີລາຍໄດ້ຈາກອຸດສາຫະກຳນ້ຳມັນ ແລະ ແກ໊ສທຳມະຊາດ 2,5 ລ້ານລ້ານຣຸບ ເພີ່ມຂຶ້ນ 28% ເມື່ອທຽບໃສ່ປີ 2021.

May be an image of 1 person and outdoors

ຮອງນາຍົກລັດຖະມົນຕີ ຣັດເຊຍ ກ່າວວ່າ: ໃນປີ 2022 ຜົນຜະລິດນ້ຳມັນຂອງ ຣັດເຊຍ ບັນລຸ 535 ລ້ານໂຕນ ເພີ່ມຂຶ້ນ 10 ລ້ານໂຕນ ເມື່ອທຽບໃສ່ປີ 2021, ສ່ວນການສົ່ງອອກນ້ຳມັນ ເພີ່ມຂຶ້ນ 7% ເຖິງວ່າປະເທດຕາເວັນຕົກອອກມາດຕະການຂວ້ຳບາດຕໍ່ຣັດເຊຍກໍຕາມ, ໃນຂະນະທີ່ການສົ່ງອອກແກ໊ສທຳມະຊາດແຫຼວ ເພີ່ມຂຶ້ນ 8% ຢູ່ທີ່ 46 ພັນລ້ານແມັດກ້ອນ, ແຕ່ການສົ່ງອອກຜ່ານທໍ່ແກ໊ສຫຼຸດລົງ ເນື່ອງຈາກມາດຕະການຂວ້ຳບາດ ແລະ ການກໍ່ວິນາດສະກຳທໍ່ສົ່ງແກ໊ສ Nord stream.

May be an image of outdoors