ປະຊາກອນຈີນ ຫຼຸດລົງໃນຮອບ 60 ປີ ກັງວົນກະທົບຕໍ່ເສດຖະກິດ

148

ສຳນັກຂ່າວ AFP ລາຍງານວ່າ: ອົງການສະຖິຕິແຫ່ງຊາດຈີນ ລາຍງານວ່າ ມາຮອດທ້າຍປີ 2022 ປະຊາກອນຈີນ ມີຈຳນວນ 1.411 ລ້ານກວ່າຄົນ ຫຼຸດລົງ 0,85 ລ້ານຄົນ ຈາກປີ 2021 ເຊິ່ງເປັນການຫຼຸດລົງຄັ້ງທຳອິດໃນຮອບ 60 ປີ.

May be an image of one or more people, people standing and outdoors

ລາຍງານລະບຸວ່າ: ໃນປີ 2022 ອັດຕາການເກີດໃນຈີນ ຫຼຸດລົງຕ່ຳສຸດເປັນປະຫວັດການ, ໃນຂະນະທີ່ກຸ່ມປະຊາກອນໃນໄວເຮັດວຽກກໍຫຼຸດລົງຢ່າງໜ້າຕົກໃຈ, ບັນດານັກວິເຄາະເຕືອນວ່າ ບັນຫາດັ່ງກ່າວນັ້ນອາດຈະເປັນອຸປະສັກທີ່ຂັດຂວາງຕໍ່ການຂະຫຍາຍຕົວຂອງເສດຖະກິດຈີນ.

May be an image of one or more people and people standing

ທັງນີ້, ລັດຖະບານຈີນ ໄດ້ຍົກເລີກນະໂຍບາຍຜົວ – ເມຍມີລູກໄດ້ 1 ຄົນ ມາແຕ່ປີ 2016 ແລະ ໃນປີ 2021 ໄດ້ອະນຸຍາດໃຫ້ມີລູກໄດ້ 3 ຄົນ ແຕ່ກໍບໍ່ສາມາດເຮັດໃຫ້ອັດຕາການເກີດເພີ່ມຂຶ້ນໄດ້.