ທ່ານ ຫງວຽນ ຊວັນຟຸກ ປະທານປະເທດ ສສ ຫວຽດນາມ ລາອອກຈາກຕຳແໜ່ງ

268

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ວັນທີ 17 ມັງກອນ 2023 ຢູ່ນະຄອນຫລວງ ຮ່າໂນ້ຍ, ຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດ ກອງປະຊຸມ ພິຈາລະນາ ແລະ ປະກອບ ຄຳເຫັນກ່ຽວກັບຄວາມປາດຖະໜາ ຢາກລາອອກ ຈາກບັນດາຕຳແໜ່ງ, ຂໍພັກບຳນານ ຂອງ ທ່ານ ຫງວຽນ ຊວັນຟຸກ, ກຳມະການ ກົມການເມືອງ, ສູນກາງພັກ ຊຸດທີ XIII, ປະທານປະເທດ ສສ ຫວຽດ ນາມ, ປະທານ ສະພາ ປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ ອາຍຸການ 2021 – 2026.

May be an image of 1 person and standing

ໂດຍອີງ ໃສ່ ຂໍ້ກຳນົດ ປັດຈຸບັນ ຂອງພັກ, ລັດ ແລະ ພິຈາລະນາ ທ່ານ ຫງວຽນ ຊວັນ ຟຸກ. ຄະນະ ບໍລິຫານງານ ສູນກາງພັກ ​ໄດ້ຕົກລົງ ອະນຸຍາດໃຫ້ ທ່ານ ຫງວຽນ ຊວັນຟຸກ ລາ​ອອກ ຈາກ​ການດຳລົງ ບັນດາ ຕຳແໜ່ງ ດັ່ງກ່າວ ແລະ ມອບໃຫ້ ກົມການເມືອງ ສູນກາງພັກ ຊີ້ນຳ ບັນດາ ອົງການສຳ ນັກ ງານ ທີ່ກ່ຽວຂ້ອງ ຜັນຂະຫຍາຍ ປະຕິບັດ ລະບຽບການຕ່າງໆ ຕາມກຳນົດ.

May be an image of 1 person, sitting and suit
ທ່ານຫງວຽນຊວັນຟຸກ ເກີດຢູ່ແຂວງກວາງນາມ ພາກກາງຂອງຫວຽດນາມໃນເດືອນກໍລະກົດ 1954, ເປັນກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມຊຸດທີ 11, 12 ແລະ13, ຂຶ້ນຮັບຕຳແໜ່ງເປັນນາຍົກລັດຖະມົນຕີຫວຽດນາມໃນປີ 2016-2021, ແລະສະພາແຫ່ງຊາດຫວຽດນາມເລືອກຕັ້ງເປັນປະທານປະເທດຫວຽດນາມໃນເດືອນເມສາ 2021.

May be an image of 1 person