ທ່ານຮອງນາຍົກພົບ​ປະ​ໂອ້​ລົມ ນາຍ ແລະ ພົນທະຫານ ກອງພັນ​ໃຫຍ່ 641

45

ອີກສອງມື້ກໍ່ຈະເປັນວັນສ້າງຕັ້ງກອງທັບປະຊາຊົນລາວແລ້ວ ຕະຫຼອດອາທິດນີ້ບັນດາການນຳຂັ້ນສູງແມ່ນໄດ້ລົງພົບປະໂອ້ລົມ ແລະໃຫ້ກຳລັງໃຈກອງກຳລັງປະກອບອາວຸດ ຢູ່ຕາມຈຸດຕ່າງໆໃນທົ່ວປະເທດ ເຊັ່ນດຽວກັນກັບວັນ​ທີ 17 ມັງກອນຜ່ານມາ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍ​ຄະນະ​ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ, ພົບ​ປະ​ໂອ້​ລົມນາຍ ແລະ ພົນທະຫານ ກອງພັນ​ໃຫຍ່ 641 ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ.

May be an image of 5 people, people standing and military uniform

ໂດຍ​ມີ​ ສະຫາຍ ພັນ​ເອກ ນວນ​ຕາ ທັນ​ມະ​ຈັກ ຫົວໜ້າ​ການ ​ທະຫານ​ກອງພັນ​ໃຫຍ່ 641, ມີ​ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ ​ຮອດ​ພະນັກງານ​ຫຼັກ​ແຫຼ່ງ​ໃຫ້ ການຕ້ອນຮັບ. ສະຫາຍ ພັນ​ເອກ ສອນ​ແກ້ວ ຜາ​ລີ​ທອງ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 641, ໄດ້​ລາຍ​ງານ​ໂດຍ​ຫຍໍ້​ສະພາບ​ຈຸດ​ພິເສດ ແລະ ໜ້າທີ່​ການເມືອງ​ຂອງ​ກົມ​ກອງ, ລວມ​ທັງ​ຜົນງານ​ທີ່​ຍາດ​ມາ​ໄດ້​ຕະຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່ ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ກາຍເປັນ​ກົມ​ກອງ​ທີ່​ມີ​ລະ​ບຽບ​ວິໄນ​ເຂັ້ມ​ງວດ, ມີ​ແບບແຜນ​ທັນ​ສະໄໝ ແລະ ສ້າງ​ໃຫ້​ກົມກອງ​ ກາຍເປັນ​ກົມ​ກອງ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໃຫ້​ສົມ​ກັບ​ເປັນ​ກົມ​ກອງ​ແບບຢ່າງ​ທາງ​ດ້ານ​ລະບຽບ​ວິໄນ, ເຂັ້ມແຂງ​ທາງ​ດ້ານ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ.

May be an image of 1 person and standing

ໄດ້​ສຸມ​ໃສ່​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ​ນຳພາ​ແນວ​ຄິດ​ເປັນ​ກົກ, ຈັດ​ຕັ້ງເ​ຝິກແອບ​ຮ່ຳ ຮຽນ​ວິຊາ​ສະເພາະ, ສິລະ​ປະຍຸດ-ຍຸດທະວິທີ ໃຫ້​ມີ​ຄວາມ​ຊຳນານ​ຄ່ອງ​ແຄ້ວ, ຍົກ​ສູງ​ດ້ານ​ລະບຽບ​ແບບແຜນ, ວຽກງານ​ເຮັດ​ໃຫ້ສະ ພາບ​ມີ​ຄວາມ​ສະຫງົບ, ໄດ້​ເອົາໃຈໃສ່​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ ​ການເມືອງ​ໃນ​ຂອບ​ເຂດ​ກົມ​ກອງ​ຕັ້ງ​ທັບ, ປະສານ​ສົມທົບ​ກັບ​ອຳ ນາດ​ການ​ປົກຄອງ​ບ້ານຊຸກຍູ້​ຊ່ວຍເຫຼືອ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ຂອບ​ເຂດ​ດັ່ງກ່າວ​ໃນ​ຍາມ​ພົບ​ຄວາມ​ຫຍຸ້ງ​ຫຍາກ.

May be an image of 7 people, people standing, military uniform and outdoors

ນອກຈາກ​ນີ້, ກົມ​ກອງ​ຍັງ​ໄດ້​ເອົາໃຈໃສ່​ວຽກ​ງານ​ຄຸ້ມ​ຄອງ​ລ້ຽງ​ດູ​ທັບ ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ, ສາມາດ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ໄດ້​ໂດຍ​ພື້ນຖານ. ຈາກ​ນັ້ນ, ສະຫາຍ ລັດຖະມົນ ຕີ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ຮຽກຮ້ອງໃຫ້​ ບັນດາສະຫາຍ​ໃນ​ຄະນະ​ພັກ-ຄະ ນະ​ບັນຊາ​ແຕ່​ລະ​ຂັ້ນ, ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ທົ່ວ ກອງພັນ​ໃຫຍ່ 641 ສືບຕໍ່​ຮັບປະ ກັນ​ສະຖຽນ​ລະພາບທາງ​ດ້ານ​ການເມືອງ, ເປັນ​ຫຼັກແຫຼ່ງໃນການ ຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ, ເດັດດ່ຽວ​ສະກັດ​ກັ້ນ​ທຸກ​ກົນອຸບາຍຫັນປ່ຽນ​ໂດຍ​ສັນຕິ​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ, ທັບ​ມ້າງ​ໃຫ້​ໄດ້​ໜໍ່​ແໜງ​ທີ່​ກໍ່ໃຫ້ເກີດ​ຄວາມ​ບໍ່​ສະຫງົບ​ເພື່ອ​ເຮັດ​ໃຫ້​ສະພາບ​ພາຍໃນ​ຂອບ​ເຂດ​ທົ່ວ​ປະເທດ​ມີ​ຄວາມ​ສະຫງົບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ສືບຕໍ່​ປະຕິບັດ 2 ວາລະ​ແຫ່ງຊາດ​ໃຫ້​ເຂັ້ມ​ງວດ, ສ້າງ ແລະ ປັບປຸງ​ກົມ​ກອງ​ໄປ​ຕາມທິດ​ສ້າງ​ກອງທັບ​ມີ​ແບບແຜນ​ທັນ​ສະໄໝ​ເທື່ອ​ລະ​ກ້າວ.

May be an image of 4 people and people standing

ເຊີດ​ຊູ​ສະ ຕິ​ລະວັງຕົວ ແລະ ມີ​ສະຕິ​ໃນການ​ ປົກ​ປັກ​ຮັກສາ​ແນວທາງນະໂຍບາຍ​ຂອງ​ພັກ-ລັດ, ປົກ​ປັກ​ຮັກ ສາ​ໝາກຜົນ​ຂອງ​ການ​ປະຕິວັດ, ປົກ​ປັກ​ຮັກສາ​ລະບອບ​ໃໝ່​ປະ ຊາທິປະໄຕ​ປະຊາຊົນ​ໄວ້​ໃຫ້​ໝັ້ນຄົງ, ສືບຕໍ່​ປົກ​ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ມູນເຊື້ອ​ອັນ​ດີງາມ​ຂອງ​ກົມ​ກອງ, ຕັ້ງໜ້າ​ປັບປຸງ​ກຳ ລັງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນເຂັ້ມ ແຂງ​ໃນ​ທຸກ​ດ້ານ, ປະຕິບັດ​ລະບອບ​ການ​ອົບຮົມ-ຫັດ​ແອບ ເພື່ອ​ຍົກ​ລະດັບ​ຄວາມ​ສາມາດ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ ແລະ ວິຊາ​ສະເພາະ​ໃຫ້​ສູງ​ຂຶ້ນ, ທັງ​ຍົກ​ສູງ​ສະຕິ​ໃນ​ການຈັດຕັ້ງ​ປະຕິບັດ​ລະບຽບ​ວິ​ໄນ​ໃຫ້​ເຂັ້ມ​ງວດ. ໃນ​ໂອກາດ​ດັ່ງກ່າວ ສະຫາຍ​ຍັງໄດ້​ ມອບ​ວັດຖຸ​ປັດ​ໄຈ​ຈຳນວນ​ໜຶ່ງ​ ໃຫ້​ກອງພັນ​ໃຫຍ່ 641 ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບ ປຸງ​ພັດທະນາ​ກົມ​ກອງໃຫ້ມີ​ໂສມ ໜ້າ​ອັນ​ໃໝ່, ພ້ອມ​ທັງ​ໄດ້​ລົງ​ຢ້ຽມ ຢາມ​ພະນັກງານ-ນັກຮົບ ກົມ​ກອງ​ຮາກ​ຖານ​ທີ່​ຂຶ້ນ​ກັບ​ກອງພັນ​ໃຫຍ່​ອີກ​ດ້ວຍ.

May be an image of 2 people, people standing and military uniform