ວ້າວໆໆ! ດອກຄາຍປ່າຢູ່ປາກຊ່ອງໄດ້ບັນຍາກາດຍີ່ປຸ່ນເລີຍ

111

ຍາມນີ້ເປັນລະດູການທ່ອງທ່ຽວ ແນ່ນອນສິ່ງໜຶ່ງທີ່ທຸກຄົນຢາກໄປຄືການຊົມບັນຍາກາດທີ່ສວຍງາມຂອງດອກໄມ້ໃບຫຍ້າ ທຳມະຊາດທີ່ສວຍງາມ ແລະຍິ່ງຫຼາຍປີມານີ້ ດອກຄາຍປ່າໄດ້ກາຍມາເປັນຊາກຸຣະເມືອງລາວທີ່ສັງຄົມໃຫ້ຄວາມສົນໃຈເປັນພິເສດ ແຕ່ກ່ອນໜ້ານີ້ທຸກຄົນຮັບຮູ້ພຽງວ່າ ພາກເໜືອ ຫົວພັນຊຽງຂວາງມີຫຼາຍ ສ່ວນປາກຊ່ອງເດ ກໍມີແຕ່ຄົນທ້ອງຖິ່ນທີ່ຮູ້.

May be an image of nature, road and tree

ມື້ນີ້ພາມາເບິ່ງນຳກັນເລີຍ ດອກຄາຍປ່າເມືອງປາກຊ່ອງ ແຂວງຈຳປາສັກກໍງາມບໍ່ນ້ອຍໄປກວ່າເມືອງດອກຄາຍທາງເໜືອເລີຍນະ ເຫັນບ່າວໆສາວໆໄປທ່ຽວແລ້ວບັນຍາກາດໃກ້ຄຽງຊາກຸຣະຍີ່ປຸ່ນພຸ້ນລະ!

May be an image of 4 people, people standing, stone-fruit tree and nature

ເຫັນພາບແລ້ວເປັນແນວໃດ ບໍ່ຕ້ອງໄປຮອດພາກເໜືອ ປາກຊ່ອງແດນໜາວກໍ່ຟິວຍີ່ປຸ່ນເກົາຫຼີເກົາໃຈໄດ້ ບໍ່ໄດ້ໄປໄກ ປາກຊ່ອງຈຳປະສັກລາວໃຕ້ມີໃຫ້ທຸກຄົນໄດ້ສຳຜັດຄືກັນນໍ!

May be an image of 2 people, people standing, outdoors and tree