ຣັດເຊຍ ກຽມນໍານັກບິນອະວະກາດກັບຄືນສູ່ໂລກ

38

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ອົງການອະວະກາດຂອງຣັດເຊຍ ( ROSCOSM -OS ) ລາຍງານວ່າ ຣັດເຊຍ ຈະປ່ອຍຍານອະວະກາດແບບບໍ່ມີຄົນຂັບ ໂຊຍຸຊ ເອັມເອສ – 23 ( Soyuz MS-23 ) ເພື່ອນຳນັກບິນອະວະກາດ 3 ຄົນ ຈາກສະຖານີອະວະກາດນານາຊາດ ( ISS ) ກັບຄືນມາສູ່ໂລກ.

May be an image of aircraft and outdoors

ທັງນີ້ ເນື່ອງຈາກເກີດເຫດສຸກເສີນຂຶ້ນ ທີ່ຍານອະວະກາດໂຊຍຸຊ ເອັມເອສ – 22 ( Soyuz MS-22 ). ນັກບິນອະວະກາດຂອງຣັດເຊຍ ທັງ 3 ຄົນ ພ້ອມດ້ວຍນັກບິນອະວະກາດຂອງອົງການບໍລິຫານ ແລະ ອະວະກາດແຫ່ງສະຫະລັດອາເມຣິກາ ( NASA ) ຈະກັບຄືນມາສູ່ໂລກດ້ວຍຍານອະວະກາດ ໂຊຍຸຊ ເອັມເອສ – 23 ໃນໄວໆນີ້, ຄາດວ່າຍານດັ່ງກ່າວ ຈະທຽບທ່າສະຖານີອະວະກາດນານາຊາດ ໃນວັນທີ 22 ກຸມພານີ້, ກ່ອນຈະພານັກບິນອະວະກາດກັບຄືນສູ່ພື້ນໂລກ.

May be an image of outdoors and text