ຟີລິບປິນ ເພີ່ມທຶນການຜະລິດກະສິກຳ ຫຼຸດຜ່ອນການນຳເຂົ້າ

51

ສຳນັກຂ່າວບລູມເບີກ ລາຍງານວ່າ: ທ່ານ ເຟີດີນານ ມາຣກອດ ຈູເນຍ ( Ferdinand Marcos Jr ) ປະທານາທິບໍດີ ຟີລິບປິນ ຄາດການວ່າ ອັດຕາເງິນເຟີ້ຂອງຟີລິບປິນ ຈະເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 14 ປີ ແຕ່ມີທ່າອ່ຽງຫຼຸດລົງ ເນື່ອງຈາກລັດຖະບານຕັ້ງເປົ້າສົ່ງເສີມໃຫ້ປະຊາຊົນຜະລິດກະສິກຳ ພ້ອມທັງຍົກລະດັບສະມັດຖະພາບຂອງການຜະລິດໃຫ້ສູງຂຶ້ນ

May be an image of 3 people and grass

ເພື່ອຫຼຸດຜ່ອນການນຳເຂົ້າໃນອະນາຄົດ, ຫຼັງຈາກທີ່ອັດຕາເງິນເຟີ້ຂອງປະເທດຢູ່ໃນລະດັບສູງ, ດັ່ງນັ້ນຜູ້ນຳຟີລິບປິນ ໄດ້ພະຍາຍາມກະຕຸ້ນການຜະລິດພາຍໃນປະເທດໃຫ້ຫຼາຍຂຶ້ນ ກາຍເປັນທ່າແຮງຂອງປະເທດ ຫວັງຫຼຸດຜ່ອນການນຳເຂົ້າຢ່າງຕໍ່ເນື່ອງ.

May be an image of 1 person and grass