ສ່ອງບາງບັນຫາທີ່ຂະແໜງແຜນການ ແລະ ການລົງທຶນເຫັນວ່າຕ້ອງແກ້ໄຂເລັ່ງດ່ວນ

75

ປະເທດເຮົາ ຈາກສະພາບເສດຖະກິດທີ່ອ່ອນນ້ອຍຢູ່ແລ້ວ ແລະບໍທັນເຂັ້ມແຂງພໍ ພັດມາພົບກັບມໍລະສຸມຈາກເຊື້ອພະຍາດລະບາດເຮັດໃຫ້ທົ່ວໂລກບໍໄດ້ທຳມາຫາກິນຄ້າຂາຍໃນໄລຍະ 2 ປີກວ່າມານີ້ ເຮັດໃຫ້ຍິ່ງໜັກເຂົ້າໄປຕື່ມ ເຊິ່ງບັນຫາທັງໝົດຈະບໍສາມາດແກ້ໄຂໄດ້ໃນເວລາດຽວກັນ ແຕ່ຂະແໜງແຜນການ ແລະການລົງທຶນເຫັນວ່າ ມີບາງໜ້າວຽກທີ່ຕ້ອງຮີບຮ້ອນແກ້ໃຫ້ດີຂຶ້ນໃນປີ 2023 ນີ.

No photo description available.
ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນ ກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈຳປີ 2022 ແລະ ທິດທາງປີ 2023 ຄັ້ງວັນທີ 17-18 ມັງກອນ 2023 ນີ້ວ່າບາງຂໍ້ຄົງຄ້າງທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂຄື: ການຕອບສະຫນອງຂໍ້ມູນດ້ານການວາງແຜນ, ການລົງທຶນ, ທີ່ດິນ ແລະ ອື່ນໆ ຍັງບໍ່ທັນສົມຄູ່ກັບຄວາມຕ້ອງການໃນເງື່ອນໄຂໃຫມ່; ວິທີການເກັບກຳ, ເນື້ອໃນ, ເຄື່ອງມືການເກັບກຳ, ການລາຍງານຂໍ້ມູນຍັງບໍ່ທັນສາມາດລວມສູນ, ເປັນເອກະພາບ ແລະ ທັນເວລາ.

May be an image of 1 person and standing
ການຄຸ້ມຄອງໂຄງການລົງທຶນຂອງລັດ ຂອງບາງຂະແໜງການ ແລະ ທ້ອງຖິ່ນ ຍັງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ ໂດຍສະເພາະການຕິດຕາມການຄຸ້ມຄອງໂຄງການລົງທຶນຂອງລັດ ຢູ່ຂັ້ນທ້ອງຖິ່ນ, ຍັງບໍ່ທັນສາມາດເກັບກໍາຂໍ້ມູນການປະມູນໂຄງການ, ການຢັ້ງຢືນການຈັດຕັ້ງປະຕິບັດໂຄງການ ແລະ ອື່ນໆ. ການຄົ້ນ ຄວ້ານະໂຍບາຍສໍາລັບການຕໍ່ສັນຍາ, ການດັດແກ້ມູນຄ່າໂຄງການທີ່ຕິດພັນກັບການເໜັງຕີງຂອງລາຄາວັດສະດຸກໍ່ສ້າງໃນທ້ອງຕະຫຼາດຍັງຢູ່ໃນຂັ້ນຕອນການຄົ້ນຄວ້າ ເນື່ອງຈາກບັນຫາດັ່ງກ່າວເປັນບັນຫາກວມລວມ ແລະ ຕິດພັນກັບຫຼາຍຂະແໜງການ ແລະ ທ້ອງຖິ່ນ ຕ້ອງໄດ້ປຶກສາາຫລືກັບພາກສ່ວນກ່ຽວຂ້ອງ ແລະ ລາຍງານຂໍທິດຊີ້ນໍາຈາກລັດຖະບານຕື່ມ.

May be an image of 3 people and indoor
ລະບົບການບໍລິການການລົງທຶນປະຕູດຽວຕ້ອງໃຫ້ໄດ້ນຳໃຊ້ຢ່າງມີປະສິດທິຜົນ ການພິຈາລະນາອະນຸມັດຕົວຈິງ ຍັງຜ່ານຫຼາຍຂັ້ນຕອນ ແລະ ໃຊ້ເວລາຫຼາຍ ໂດຍສະເພາະ ໃນຂອດການຂໍຄໍາເຫັນກັບຂະແໜງ ແລະ ທ້ອງຖິ່ນສ່ວນຫຼາຍ ຍັງບໍ່ສາມາດດຳເນີນໄດ້ຕາມກຳນົດເວລາ.

May be an image of 9 people, people standing and people sitting
ການນຳໃຊ້ນະໂຍບາຍສົ່ງເສີມການລົງທຶນ ເພື່ອເປັນເຄື່ອງມືໃນການສົ່ງເສີມການພັດທະນາ ຍັງບໍ່ທັນມີປະສິດທິພາບ ແລະ ບໍ່ມີຈຸດສຸມ, ຍັງບໍ່ທັນໄດ້ກໍານົດຂະແໜງການຍ່ອຍ ແລະ ກິດຈະການທີ່ຕ້ອງການສົ່ງເສີມ ຕາມແຜນຍຸດທະສາດຂອງຂະແໜງການໃນແຕ່ລະໄລຍະອອກເປັນນິຕິກໍາ ແລະ ມີລະບຽບການໃນການປະຕິບັດ ລວມທັງບັນຫາການຊົດເຊີຍເນື້ອທີ່ດິນຍັງປະຕິບັດໄດ້ຊັກຊ້າ.
ນອກຈາກນີ້ ວຽກງານການຊ່ວຍເຫຼືອທາງການເພື່ອການພັດທະນາ: ການຈັດຕັ້ງປະຕິບັດບາງໂຄງການບໍ່ໄປ ຕາມຂອບເວລາທີ່ກຳນົດໄວ້, ມີການຕໍ່ອາຍຸການປະຕິບັດໂຄງການ ແລະ ການເບີກຈ່າຍເງິນໂຄງການບໍ່ໄດ້ຕາມແຜນ ການລາຍງານຊັກຊ້າ ແລະ ບາງຄັ້ງຂໍ້ມູນຍັງບໍ່ແທດຕົວຈິງ; ການສັງລວມຄວາມຕ້ອງການທຶນສົມທົບຂອງລັດຖະບານຍັງມີຄວາມຫຍຸ້ງຍາກໃນການປະສານເອົາຂໍ້ມູນນໍາບັນດາກະຊວງ ຂະແໜງການ ແລະ ທ້ອງຖິ່ນ; ການຫັນເປັນທັນສະໄຫມໂດຍຫັນມານຳໃຊ້ລະບົບຖານຂໍ້ມຸນ ໂອດາມິດ ຍັງມີຄວາມຊັກຊ້າ ແລະບໍ່ທົ່ວເຖິງ; ການເບີກຈ່າຍ ແລະ ການຄາດຄະເນແຜນເບີກຈ່າຍເງິນຕົວຈິງໃນແຕ່ລະໄລຍະຂອງໂຄງການ ຍັງບໍ່ທັນເຮັດໄດ້ ເປັນຕົ້ນ ໂຄງການທີ່ບໍ່ຜ່ານລະບົບການເບີກຈ່າຍຂອງຄັງເງິນແຫ່ງຊາດ.

May be an image of 11 people, people standing, people sitting and indoor

ວຽກງານການກວດກາຍັງພົບຫຼາຍບັນຫາທີ່ເລັ່ງທວງໃຫ້ປັບປຸງແກ້ໄຂໂດຍສະເພາະ ສະພາບການລົງຕິດຕາມບັນດາໂຄງການແລະປະສານສົມທົບກັບທ້ອງຖິ່ນ ຍັງບໍ່ໄປຕາມແຜນ ແລະ ຊັກຊ້າ; ຍັງພົບຫຼາຍບັນຫາທີ່ຄ້າງຄາເຊັ່ນ: ໂຄງການໃໝ່ໃນປີ 2022 ຫຼາຍໂຄງການບໍ່ທັນໄດ້ເຊັນສັນຍາຮັບເໝົາກໍ່ສ້າງ ແລະຍັງບໍ່ທັນໄດ້ປະຕິບັດໜ້າວຽກເນື່ອງລາຄາວັດສະດຸກໍ່ສ້າງເໜັງຕິງເພີ່ມຂຶ້ນເຮັດໃຫ້ບໍລິສັດຍື່ນຊອງປະມູນເກີນມູນຄ່າສະພາຮັບຮອງ.

May be an image of 1 person, standing and indoor