ຕິດຕາມຄ່າເງິນ ຫຼັງລັດແຈ້ງປິດຮ້ານແລກປ່ຽນ ເຊື່ອຈະມີທ່າອຽງດີຂຶ້ນ

488

ຄ່າເງິນກະທົບໜັກຕໍການດຳລົງຊີວິດຂອງປະເທດເຮົາໃນປະຈຸບັນ ເພາະສິນຄ້າສ່ວນໃຫຍ່ແມ່ນນຳເຂົ້າຈາກຕ່າງປະເທດ ຕ້ອງໃຊ້ເງິນຕາໃນການຊຳລະໃນຂະນະທີ່ເລດເງິນຜັນຜວນຢູ່ບໍ່ຢຸດ ແລະຍັງແພງຂຶ້ນຕິກໆ ຫຼ້າສຸດລັດຖະບານ ຕັດສິນໃຈປະກາດປິດບັນດາຮ້ານແລກປ່ຽນຂອງທະນາຄານທຸລະກິດທັງໝົດ ໃຫ້ແຕ່ທະນາຄານເທົ່ານັ້ນທີ່ເຮັດໜ້າທີ່ແລກປ່ຽນ ເຮັດໃຫ້ 2-3ວັນມານີ້ ອັດຕາແລກປ່ຽນມີການປ່ຽນແປງຫຼາຍ ແລະຄາດເດົາໄດ້ຍາກ.

No photo description available.

ແນວໃດກໍ່ຕາມ ມາຮອດມື້ນີ້ 17 ມັງກອນ 2023 ເຫັນວ່າ ສະກຸນເງິນຫຼັກທີ່ໃຊ້ແລກປ່ຽນຊື້-ຂາຍໃນລາວແມ່ນມາຢູ່ຂາລົງທັງໝົດ ຍົກເວັ້ນແຕ່ເງິນດົງຂອງ ສສ ຫວຽດນາມແມ່ນຄົງທີ່ມາຫຼາຍວັນແລ້ວ.

No photo description available.

ເຊື່ອວ່າການຕັດສິນໃຈຂັ້ນເດັດຂາດຂອງລັດຖະບານໃນຄັ້ງນີ້ຈະສາມາດແກ້ໄຂບັນຫາອັດຕາແລກປ່ຽນໄດ້ລະດັບໜຶ່ງ ແຕ່ກໍ່ປາສະຈາກບໍໄດ້ປັດໄຈໂດຍລວມທາງເສດຖະກິດການປ່ຽນແປງຂອງໂລກ ແລະພວກເຮົາຕິດຕາມໄປພ້ອມໆກັນ.

No photo description available.

ໂດຍທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງສະບັບໜຶ່ງຫາບັນດາທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງີນຕາຕົວແທນ ລະບຸວ່າ: ເພື່ອເປັນການຜັນຂະຫຍາຍກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບ ເລກທີ 15/ສນຊ, ລົງວັນທີ 7 ກໍລະກົດ 2022, ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການບໍລິການ ແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022 ເພື່ອປ່ຽນແທນສອງຂໍ້ຕົກລົງຄື: ຂໍ້ຕົກລົງວ່າ ດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ແລະ ຂໍ້ຕົກລົງວ່າດ້ວຍການ ບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ສະບັບເລກທີ 44/ທຫລ, ລົງວັນທີ 14 ມິຖຸນາ 2022.

No photo description available.
ໃນນີ້, ຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາລະບັບດັ່ງກ່າວໄດ້ກໍານົດໃຫ້ ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນ ສາມາດໃຫ້ບໍລິການແລກປ່ຽນເງິນຕາ, ສະນັ້ນ, ເພື່ອຈັດຕັ້ງປະຕິບັດໃຫ້ ສອດຄ່ອງກັບບັນດານິຕິກໍາທີ່ມີຜົນສັກສິດໃນປັດຈຸບັນ, ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງບັນດາທະນາຄານທຸລະ ກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ດັ່ງນີ້:


1. ທະນາຄານແຫ່ງ ສປປ ລາວ ຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວ ແທນທັງຫມົດ 113 ຮ້ານ ທີ່ຂື້ນກັບ 6 ທະນາຄານທຸລະກິດ;


2.ໃຫ້ທະນາຄານທຸລະກິດທີ່ມີຮ້ານແລກປ່ຽນເງິນຕາຕົວແທນຂຶ້ນກັບ ຢຸດເຊົາການຕໍ່ອາຍຸສັນຍາ ແລະ ຍົກເລີກ ສັນຍາຕົວແທນບໍລິການແລກປ່ຽນເງິນຕາກັບຮ້ານແລກປ່ຽນເງິນຕາຕົວແທນຂອງຕົນທັງຫມົດ, ດໍາເນີນການປິດ ບັນຊີເງິນຝາກທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນ ຢູ່ທະນາຄານທຸລະກິດທີ່ກ່ຽວຂ້ອງ, ນໍາສົ່ງບົດບັນທຶກການຍົກເລີກສັນຍາການເປັນຕົວແທນແລກປ່ຽນເງິນຕາ ລະຫວ່າງ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນ ເງິນຕາຕົວແທນ ພ້ອມທັງຫນັງສືອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງີນຕາຕົວແທນທີ່ ຂຶ້ນກັບທະນາຄານທຸລະກິດຕົນ ສົ່ງຄືນໃຫ້ແກ່ກົມນະໂຍບາຍເງິນຕາ ຫຼື ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາ ພາກ ທີ່ກ່ຽວຂ້ອງ ພາຍໃນວັນທີ 31 ມັງກອນ 2023;


3. ທະນາຄານທຸລະກິດທີ່ມີຈຸດປະສົງຕ້ອງການສ້າງຕັ້ງຫນ່ວຍແລກປ່ຽນເງິນຕາ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍ ການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022.