“ແສງສະຫວ່າງແຫ່ງຄວາມຫວັງ” ຂອງບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນໄດ້ລິເລີ່ມຢ່າງສຳເລັດຜົນ

47

ໃນວັນທີ 14 ມັງກອນ 2023, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນໄດ້ເຮັດກິດຈະກໍາການກຸສົນ ໃນຫົວຂໍ້ “ແສງສະຫວ່າງແຫ່ງຄວາມຫວັງ” ເຊິ່ງຈັດຂຶ້ນທີ່ ໂຮງຮຽນປະຖົມສົມບູນສີວິໄລ ແລະ ໂຮງຮຽນວິຊາຊີບຄົນພິການສີເກີດຕາມລໍາດັບ. ກິດຈະກຳດັ່ງກ່າວມີເປົ້າໝາຍເພື່ອຊຸກຍູ້ຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ສົ່ງເສີມການແລກປ່ຽນວັດທະນາທໍາລະຫວ່າງລາວ-ຈີນ.

May be an image of 7 people and people standing
ອີງຕາມສະພາບຕົວຈິງຂອງໂຮງຮຽນ, ກິດຈະກຳຄັ້ງນີ້ແມ່ນສາມາດສະໜອງເຄື່ອງຂຽນ, ເຄື່ອງໃຊ້ໃນໂຮງຮຽນ, ອຸປະກອນຫ້ອງການ, ໄຟ LED ຫ້ອງຮຽນ, ອຸປະກອນຝຶກອົບຮົມ, ອຸປະກອນຕົບແຕ່ງ, ກະເປົາຂອງຂວັນ ແລະ ອຸປະກອນອື່ນໆ ໃຫ້ແກ່ໂຮງຮຽນປະຖົມສົມບູນສີວິໄລ ແລະ ໂຮງຮຽນວິຊາຊີບຄົນພິການສີເກີດ ໃນນະຄອນຫຼວງວຽງຈັນ ສປປ ລາວ.

May be an image of 6 people, child and people standing

ໃນໄລຍະດຳເນີນໂຄງການຮ່ວມມືຢູ່ລາວ, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ຈຳກັດ ຍັງໄດ້ປະກອບສ່ວນພັດທະນາຊຸມຊົນ ແລະ ສັງຄົມ, ຊຸກຍູ້​ໃຫ້ເກີດການ​ຈ້າງ​ງານ​ທ້ອງ​ຖິ່ນ ແລະ ດຳເນີນການ​ຝຶກ​ອົບຮົມ​ສີມື​ແຮງ​ງານ ຜ່ານການປະຕິບັດຕົວຈິງໃນໂຄງການ. ນອກຈາກນີ້, ຍັງໄດ້ອອກແຮງສະໜັບສະໜູນ ການສຶກສາໃນທ້ອງຖິ່ນ, ບໍລິຈາກສິ່ງຂອງໃຫ້ແກ່ໂຮງຮຽນ ແລະ ດຳເນີນໂຄງການຊ່ວຍປະຊາຊົນເພື່ອເປົ້າໝາຍ “ ສ້າງແສງສະຫວ່າງໃຫ້ທຸກຄົວເຮືອນໃນປະເທດລາວ”.

May be an image of 3 people, people standing and outdoors

ໃນອະນາຄົດ ບໍລິສັດຕາຂ່າຍໄຟຟ້າພາກໄຕ້ຂອງຈີນ ຈຳກັດ ຈະຮ່ວມມືກັບບັນດາມິດສະຫາຍເພື່ອລົງເລິກການຮ່ວມມື ແລະ ຊຸກຍູ້ກຳລັງການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ມີການສະໜອງໄຟຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີສະຖຽນລະພາບຍິ່ງຂຶ້ນ. ພ້ອມກັນນັ້ນ, ພວກເຮົາຈະເຕົ້າໂຮມກຳລັງແຮງຈາກທຸກສາຂາອາຊີບ, ສ້າງຜົນປະໂຫຍດໃຫ້ທຸກຝ່າຍ, ສົ່ງຕໍ່ຄວາມຮັກແພງ ແລະ ຮັບໃຊ້ຊຸມຊົນເພື່ອເປົ້າໝາຍ “ສ້າງແສງສະຫວ່າງໃຫ້ຫຼາຍພັນຄົວເຮືອນ” ໃນລາວດ້ວຍການລົງມືເຮັດທີ່ເປັນຮູບປະທຳຂອງພວກເຮົາ.

May be an image of 1 person, child, standing and outdoors

#ChinaSouthernPowerGrid
#CSG
#HopeVisionPhotography