ແອບັສ ສົ່ງມອບເຮືອບິນໂດຍສານ ກວ່າ 660 ລຳ

31

ສຳນັກຂ່າວ ຊິນຫົວລາຍງານວ່າ ບໍລິສັດແອບັສ ( Airbus ) ເປີດເຜີຍວ່າ ໃນປີ 2022 ການສົ່ງມອບເຮືອບິນ ໂດຍສານໃຫ້ແກ່ ລູກຄ້າຈຳນວນ 661 ລຳ ເພີ່ມຂຶ້ນ 8% ເມື່ອທຽບໃສ່ ປີ 2021 ຜ່ານມາ.

May be an image of airplane

ເຮືອບິນ ລຸ້ນ A320 ເປັນ ລຸ້ນທີ່ໄດ້ຮັບຄວາມນິຍົມສູງສຸດ ດ້ວຍຍອດການສົ່ງມອບ ທົ່ວໂລກ ລວມມີ 516  ລຳ, ໃນຂະນະທີ່ ເຮືອບິນລຸ້ນ A350 ເຊິ່ງເປັນລຸ້ນໃຫມ່ ທີ່ມີການສົ່ງມອບພຽງ 60 ລຳ.

ເຈົ້າໜ້າທີ່ລະດັບສູງຂອງບໍລິສັດແອບັສ ກ່າວວ່າ: ຈຳນວນການສົ່ງມອບເຮືອບິນໂດຍສານນັ້ນ ຕໍ່າກວ່າເປົ້າໝາຍທີ່ກຳນົດໄວ້.

May be an image of airplane

ແນວໃດກໍຕາມບໍລິສັດແອບັສ ໄດ້ຮັບຄຳສັ່ງຊື້ເຮືອບິນໃໝ່ ໃນປີ 2022 ລວມມີ 1.078 ລຳ ຄາດວ່າຍອດຂາຍໃນອະນາຄົດ ( backlog ) ລວມມີ 7.239 ລຳ ໂດຍຍອດຄຳສັ່ງຊື້ດັ່ງກ່າວນີ້ ມີທັງເຮືອບິນໂດຍສານ ແລະ  ເຮືອບິນຂົນສົ່ງສິນຄ້າ, ສະແດງໃຫ້ເຫັນເຖິງ ຄວາມເຂັ້ມແຂງທາງດ້ານສັກກາຍະພາບການແຂ່ງຂັນຂອງຂົງເຂດການຜະລິດຂອງບໍລິສັດແອບັສ.