ຈີນ ວາງແຜນສົ່ງຈະຫຼວດຂຶ້ນສູ່ອະວະກາດ ຫຼາຍກວ່າ 60 ຄັ້ງ ໃນປີ 2023

43

ສຳນັກຂ່າວ ຊິນຫົວລາຍງານວ່າ ຈີນ ໄດ້ວາງແຜນປ່ອຍຈະຫຼວດຂຶ້ນສູ່ ອະວະກາດຫຼາຍກວ່າ 60 ຄັ້ງໃນປີ 2023 ໂດຍຄາດການວ່າ ບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີການບິນ ແລະ ອະວະກາດ ແຫ່ງປະເທດ ຈີນ (CASC) ຈະປ່ອຍຈະຫຼວດຫຼາຍກວ່າ 50 ຄັ້ງ ແລະ ບໍລິສັດ ອະວະກາດຈີນ ແຫ່ງອື່ນ ຈະປ່ອຍຈະຫຼວດຫຼາຍກວ່າ 10 ຄັ້ງ.

May be an image of text

ໃນຈຳນວນນີ້ ຈະຫຼວດຂົນສົ່ງ Long March-2F ແລະ Long march-7 ຈະປະຕິບັດພາລະກິດ ສຳລັບປະຕິບັດການຂອງສະຖານີອະວະກາດຈີນ ເຊິ່ງຢູ່ໃນລະຫວ່າງດຳເນີນການຕາມປົກກະຕິ ແລະ ເຂົ້າສູ່ຂັ້ນທຳອິດຂອງການປະຍຸກໃຊ້ ແລະ ພັດທະນາແລ້ວ ໂດຍຄາດການວ່າຈະຫຼວດຂົນສົ່ງ Long March-6 ລຸ້ນປັບປຸງຈະຖືກປ່ອຍຂຶ້ນຖ້ຽວທຳອິດ ໃນປີ 2023 ໂດຍຈະຫຼວດຂັບເຄື່ອນດ້ວຍເຊື້ອໄຟແຫຼວທີ່ເຮັດຈາກອົກຊີແຊນແຫຼວ ແລະ ເຄໂຣຊິນ ຖືເປັນຈະຫຼວດຂົນສົ່ງລຸ້ນທຳອິດຂອງ ຈີນ ທີ່ໃຊ້ເຊື້ອໄຟທີ່ບໍ່ເປັນພິດ ແລະ ບໍ່ກໍ່ໃຫ້ເກີດມົນລະພິດ, PR-1 ເປັນຈະຫຼວດເຊື້ອໄຟແຂງຂະໜາດໃຫຍ່ທີ່ສຸດຂອງ ຈີນ  ໃນປັດຈຸບັນ ແລະ ສົ່ງດາວທຽມ ຈຳນວນ 6 ດວງ ຂຶ້ນສູ່ວົງໂຄຈອນທີ່ກຳນົດປະສົບຜົນສຳເລັດ ເມື່ອເດືອນກໍລະກົດທີ່ຜ່ານມາ.

May be an image of text

ສ່ວນຈະຫຼວດ PR-2 ຄາດວ່າ: ຈະປ່ອຍຂຶ້ນສູ່ອະວະກາດໃນໄລຍະ 6 ເດືອນຕົ້ນປີ 2023, ຈີນ ຈະສືບຕໍ່ສົ່ງເສີມ ໂຄງການ ສຳຫຼວດດວງຈັນ ແລະ ດາວເຄາະ ຕໍ່ໄປ. ລວມເຖິງ ການພັດທະນາ ຍານສຳຫຼວດດວງຈັນ Chang’e-7, ຍານສຳຫຼວດ ດາວອັງຄານ ທຽນເວີນ-2 (Tianwen-2) ແລະ ຍານສຳຫຼວດ ລຸ້ນອື່ນໆ ໃນປີ 2023.