ຈຳປາສັກ – ອຸບົນຈັດກິດຈະກຳສົ່ງເສີມກິລາ ແລະ ການທ່ອງທ່ຽວ

139

ໃນຕອນເຊົ້າວັນທີ 15 ມັງກອນ 2023 ທີ່ສະຖານບູຮານວັດພູຈຳປາສັກມໍລະດົກໂລກ ແຫ່ງທີ 2 ຂອງລາວ ໄດ້ເປີດງານກິດຈະກຳສົ່ງເສີມກິລາ ແລະ ການທ່ອງທ່ຽວ ລະຫວ່າງ ແຂວງຈຳປາສັກ ສປປລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊາອານາຈັກໄທ ໂດຍເປັນປະທານກ່າວເປີດຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີທ່ານ ສົມເພັດ ສ້ອຍສະຄູ ຮອງຜູ້ວ່າລາດຊະການຈັງຫວັດອຸບົນຣາຊະທານີ ພ້ອມຄະນະ,ມີທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຈຳປາສັກ,ມີຄະນະນຳຜູ້ບໍລິຫານການສຶກສາ ມະຫາວິທະຍາໄລ ຣາຊະພັດ,ຄູອາຈານ,ນັກກິລາມະຫາວິທະຍາໄລ, ວິທະຍາໄລ,ນັກສະແດງສິລະປະວັດທະນະທຳ ຈຳປາສັກ – ອຸບົນ,ມີພະແນກການກ່ຽວຂ້ອງ,ການນຳເມືອງ ແລະ ມວນຊົນຊາວເມືອງຈຳປາສັກ ເຂົ້າຮ່ວມຢ່າງຫລວງຫລາຍ.

May be an image of 5 people, people standing and outdoors
ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກກ່າວວ່າ: ແຂວງຈຳປາສັກເປັນແຂວງໜຶ່ງທີ່ຕັ້ງຢູ່ໃຕ້ສຸດຂອງ ສປປ ລາວ ມີຊາຍແດນຕິດຈອດ ກັບບັນດາ ແຂວງ ແລະ ປະເທດໃກ້ຄຽງ ຄື: ທິດເໜືອຕິດກັບແຂວງສາລະວັນ, ທິດຕາເວັນອອກຕິດກັບແຂວງເຊກອງ ແລະ ແຂວງອັດຕະປື, ທິດໃຕ້ມີຊາຍແດນຕິດກັບຣາຊະນາຈັກກຳປູເຈຍ ແລະ ທິດຕາເວັນຕົກຕິດກັບຣາ ຊະນາຈັກໄທ; ມີເນື້ອທີ່ 15,350 ຕາກິໂລແມັດ ແບ່ງອອກເປັນສອງເຂດໃຫຍ່ຄື: ເຂດທົ່ງພຽງກວມ 74% ແລະ ເຂດພູພຽງກວມ 26%, ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຈຳ ນວນ 244 ແຫ່ງ. ພິເສດແຂວງຈຳປາສັກ ມີແຫຼ່ງທ່ອງທ່ຽວ ວັດພູຈຳປາສັກທີ່ເປັນມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ; ໃນຫລາຍປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງຈຳປາສັກ ບໍ່ຫຼຸດ 7-8 ແສນ ເທື່ອຄົນຕໍ່ປີ, ແຕ່ໃນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຫາກໍ່ຜ່ອນຄາຍ ໃນປີ 2022 ໄດ້ມີນັກ ທ່ອງທ່ຽວ ເຂົ້າມາທ່ຽວ 191.908 ເທື່ອຄົນ.

May be an image of 3 people, people standing and outdoors
ການຈັດກິດຈະກຳກິລາ ແລະ ການທ່ອງທ່ຽວໃນຄັ້ງນີ້ ແມ່ນມີຄວາມສຳຄັນ ແລະ ມີຫຼາກຫຼາຍ ກິດຈະກຳ ທີ່ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ພັດທະນາວຽກງານ ກິລາ-ກາຍຍະກຳ ແລະ ເປັນ ການຮັດແໜ້ນຄວາມສາມັກຄີ ແລະ ດຶງດູດການທ່ອງທ່ຽວ ຕິດພັນກັບການສ້າງຂະບວນການຕ້ອນຮັບງານບຸນນະມັດສະ ການຜາສາດຫີນວັດພູ ປະຈຳປີ 2023 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 3-5 ກຸມພາ ນີ້.

May be an image of 10 people, people standing and outdoors

ພ້ອມກັນນີ້ ກໍເປັນການຫັນເອົາວຽກງານ ກິລາ-ກາຍຍະກຳ ລົງສູ່ທ້ອງຖິ່ນ ເພື່ອພັດທະນາຊັບພະຍາກອນ ມະນຸດໃຫ້ມີຄວາມເຂັ້ມແຂງ, ມີພະລະນາໄມສົມບູນ, ປຸກລະດົມຊຸກຍູ້ທົ່ວສັງຄົມ, ເປັນຕົ້ນແມ່ນຊາວໜຸ່ມ ແລະ ທຸກຊັ້ນຄົນໃຫ້ກັບມາຫຼິ້ນກິລາຢ່າງກ້ວາງຂວາງ ເພື່ອຫຼີກຫ່າງຈາກສີ່ງເສບຕິດ ແລະ ເປັນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະສິ່ງສຳຄັນອັນໜຶ່ງຄື ເພື່ອສ້າງຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ແຂວງຈຳປາສັກ ແລະ ຈັງຫວັດ ອຸບົນຣາຊະທານີ ໃຫ້ນັບມື້ຮັດແໜ້ນ ແລະ ງອກງາມຂຶ້ນເລື້ອຍໆ .

May be an image of 10 people, people standing and outdoors
ບັນດາກິດຈະກຳທີ່ຈັດຮ່ວມກັນໃນຄັ້໋ງນີ້ປະກອບມີ ຫລາຍຢ່າງເຊັ່ນ: ກິດຈະກຳຕ້ອນຮັບຂະບວນຄະລາວານລົດໃຫຍ່ ຈາກຈັງຫວັດອຸບົນຣາຊະທານີ ເຂົ້າມາແຂວງຈຳປາສັກ ໄລຍະທາງ 45 ກິໂລແມັດ ຜ່ານດ່ານຊ່ອງເມັກ-ວັງເຕົ່າ ເຂົ້າເຖິງນະຄອນປາກເຊ,ກິດຈະກຳແລ່ນໄລຍະທາງ 5 ກິໂລແມັດ,ແລ່ນມີນີມາລາທອນໄລຍະທາງ 10 ກິໂລ,ຂີ່ຖີບລົດ ໄລຍະທາງ 15 ກິໂລ ແມັດເລີ່ມແຕ່ຈຸດຕ່າງໆ ຂອງເມືອງຈຳປາສັກເຂົ້າມາມາເສັ້ນໄຊ ທີ່ວັດພູຈຳປາສັກ.

May be an image of 8 people, people standing and outdoors

ຈາກນີ້ແມ່ນ ກິດຈະກຳ ແຂ່ງຂັນກິລາເປຕັງ,ກິດຈະກຳ ແຂ່ງຂັນກິລາບານເຕະ ທີມອາວຸໂສ ອາຍຸ 40 ປີ ຂື້ນໄປ ລະຫວ່າງຈຳປາສັກ – ອຸບົນ. ແລະ ກິດຈະກຳການສະແດງສີລະປະເຜີຍແຜ່ວັດທະນະທຳຂອງມະຫາວິທະຍາໄລລາດຊະພັດ ແລະ ຄະນະສິລະປະກອນແຂວງຈຳປາສັກ ສະແດງໃນພິທີເປີດງານວັນທີ 15 ມັງກອນ 2023 ທີ່ສະຖານບູຮານວັດພຸອີກດ້ວຍ.

 

May be an image of 10 people, people standing and outdoors