ມາໃຫ້ຊື່ນໃຈອີກຂ່າວ ຊາວບ້ານສາມັກຄີຂົນດິນປັ້ນຄູໃຫ້ມີນ້ຳໄປຫຼໍ່ລ້ຽງພືດຜົນ

55

ພະນັກງານຮ່ວມກັບປະຊາຊົນເມືອງຊົນນະບູລີ ສາມັກຄີກັນປ້ານເຊຊຳຊອຍ ເພື່ອເກັບນ້ຳໄວ້ສະ ໜອງການຜະລິດລະດູແລ້ງ
ເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆສູ່ການຜະລິດລະດູແລ້ງໃນປີນີ້ ໃຫ້ທ່ວງທັນຕາມລະດູການ ແລະ ບັນລຸໄດ້ຕາມແຜນການທີ່ວາງໄວ້ ທັງຮັບປະກັນການສະໜອງນ້ຳໃຫ້ພຽງພໍໃຫ້ແກ່ການຜະລິດ. ດັ່ງນັ້ນ ມາໃນວັນທີ 6 ມັງກອນ 2023, ພະນັກງານ-ລັດຖະກອນຂອງເມືອງຊົນນະບູລີ ໄດ້ຮ່ວມກັບພໍ່ແມ່ປະຊາຊົນບ້ານກອງປະທຸມວັນ ແລະບ້ານຊຽງຮົ່ມ ໄດ້ສາມັກຄີກັນປ້ານເຊຊັງຊອຍ ເພື່ອເກັບນ້ຳໄວ້ສະໜອງການຜະລິດລະດູ ແລ້ງ.

No description available.
ພາຍໃຕ້ການນໍາພາຂອງທ່ານ ນາງ ຄອນສະຫວັນ ແກ້ວດວງດີ ຮອງເລຂາພັກເມືອງ, ມີຮອງເຈົ້າ ເມືອງ, ຫົວໜ້າຫ້ອງການ, ຜູ້ຊີ້ນຳກຸ່ມບ້ານ, ຂະແໜງຊົນລະປະທານແຂວງ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ກຸ່ມຊາວນາ ຕະຫຼອດຮອດພໍ່ເເມ່ປະຊາຊົນ, ອຳນາດການປົກຄອງ ແລະນ້ອງນັກຮຽນໂຮງຮຽນມັດທະຍົມຕົ້ນກອງປະທຸມວັນເຂົ້າຮ່ວມຈໍານວນ 200 ກວ່າຄົນ.

No description available.
ໃນການສ້າງຂະບວນການຄັ້ງນີ້, ໜ້າວຽກແມ່ນໄດ້ນຳເອົາກະສອບທີ່ຮ່າຍດິນໃນຈຳນວນ 2.500 ໜ່ວຍ, ນຳມາວາງລຽນກັນເປັນຄັນຄູ ແລະຊວ້ານດິນໃສ່ລໍ້ເຂັນຍູ້ຖອກໃສ່ຕາມຫວ່າງ ເພື່ອກັ້ນນ້ຳໄຫຼຜ່ານ ເຊິ່ງມີຄວາມຍາວ 40 ເເມັດ, ກວ້າງ 3 ເເມັດ ແລະສູງ 1,50 ເເມັດ ທັງນີ້ກໍເພື່ອກັກເກັບນໍ້າໄວ້ສະໜອງການຜະລິດລະດູແລ້ງຂອງປະຊາຊົນ ແລະຮັບໃຊ້ໃນຊຸມຊົນໃນຂອບເຂດບ້ານກອງປະທຸມວັນ.

No description available.
ການສ້າງຂະບວນການໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມສາມັກຄີຂອງພະນັກງານ-ລັດຖະກອນ ແລະພໍ່ແມ່ປະຊາຊົນ. ນອກຈາກນີ້, ທາງພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືຫ້ອງການກະສິກໍາ ແລະປ່າໄມ້ເມືອງ ຍັງມີແຜນສືບຕໍ່ຊຸກຍູ້ນໍາພາປະຊາຊົນສ້າງຂະບວນການປ້ານເຊຊັງຊອຍ ໃນແຕ່ລະຈຸດທີ່ມີຄວາມເໝາະສົມຕໍ່ການຜະລິດລະດູແລ້ງຕື່ມອີກ.

No description available.