2 ສະມາຄົມ ຮ່ວມຫາລື ຄວາມພ້ອມໃນການເປີດຮັບນັກທ່ອງທ່ຽວຈີນ

99

ເພື່ອກະກຽມຄວາມພ້ອມ ດ້ານວຽກງານການທ່ອງທ່ຽວ ໃນຕໍ່ໜ້າ ສະມາຄົມ ສົ່ງເສີມ ຜູ້ປະກອບການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ລາວ (LAO SME) ໄດ້ຮ່ວມກັນຈັດກອງປະຊຸມ ຄັ້ງປະຖົມມະລຶກຂຶ້ນ ໃນວັນທີ 13 ມັງກອນ 2023 ຜ່ານມາ, ທີ່ຮ້ານປະຕູໄຊ ຄາເຟ. ໂດຍການເຂົ້າຮ່ວມຂອງທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມ LAO SME ແລະ ທ່ານ ສະເຫຼີມ ຄໍາແພງວົງ ຮອງປະທານສະມາຄົມ ທຸລະກິດທ່ອງທ່ຽວລາວ ພ້ອມດ້ວຍຄະນະບໍລິຫານ ແລະ ຜູ້ປະກອບການທ່ອງທ່ຽວເຂົ້າຮ່ວມ.

May be an image of 8 people, people sitting, people standing and indoor

ທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມ LAO SME ກ່າວວ່າ: ເພື່ອປຶກສາຫາລືບັນຫາຫຼາຍດ້ານທີ່ຕິດພັນກັບບັນດາວຽກງານການທ່ອງທ່ຽວ ທີ່ຕິດພັນກັບ ວຽກງານ SME, ການພັດທະນາເສດຖະກິດເພື່ອໃຫ້ເກີດຄວາມຍືນຍົງ ໜຶ່ງໃນນັ້ນແມ່ນ: ການຕ້ອນຮັບນັກທ່ອງທ່ຽວໂດຍສະເພາະແມ່ນນັກທ່ອງທ່ຽວທີ່ມາຈາກປະເທດຈີນ, ການປ້ອງກັນການລະບາດຂອງໂຄວິດ-19, ການປ້ອງກັນການເກີດອາດສະຍາກຳທີ່ຈະມີຜົນກະທົບຕໍ່ການທ່ອງທ່ຽວ ແລະ ສິ່ງສໍາຄັນກໍຄືແນວທາງເພື່ອຈະເຮັດໃຫ້ລາຍຮັບຂອງການທ່ອງທ່ຽວກະຈາຍໄປຫາບັນດາຫົວໜ່ວຍ SME ຕ່າງໆ.

May be an image of 1 person

ເຊິ່ງໃນກອງປະຊຸມມີຄະນະບໍລິຫານໄດ້ຍົກບັນຫາຕ່າງໆຂຶ້ນມາເຊັ່ນ: ການປົກປ້ອງອາຊີບສະຫງວນຂອງປະຊາຊົນລາວ ກໍຄືອາຊີບກ່ຽວກັບການທ່ອງທ່ຽວໂດຍສະເພາະແມ່ນ: ພະນັກງານພາທ່ຽວ, ດ້ານກົດໝາຍ ແລະ ການຈັດຕັ້ງປະຕິບັດກົດໝາຍ ເພື່ອບໍ່ໃຫ້ຄົນຕ່າງປະເທດໄດ້ສວຍໂອກາດມາຍາດອາຊີບຂອງຄົນລາວ.

May be an image of 16 people, people standing and indoor

ນອກຈານັ້ນ, ກໍໄດ້ນໍາສະເໜີວິທີການແກ້ໄຂ, ການຮ່ວມມືສ້າງຄວາມເຂັ້ມແຂງໃຫ້ທຸລະກິດການທ່ອງທ່ຽວໂດຍການນໍາໃຊ້ເຕັກໂນໂລຊີດີຈີຕອລແພັດຟອມຂອງຂະແໜງການທ່ອງທ່ຽວທີ່ພັດທະນາຂຶ້ນ 8Booking.Biz ທີ່ເປັນໂຄງການຮ່ວມມືລະຫວ່າງກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກັບ ສະມາຄົມ LAO SME ໃຫ້ເກີດປະໂຫຍດແກ່ບັນດາທຸລະກິດການທ່ອງທ່ຽວໂດຍສະເພາະແມ່ນສະມາຊິກສະມາຄົມທຸລະກິດທ່ອງທ່ຽວລາວ, ການຈອງລົດ, ຈອງການເດີນທາງ, ກິດຈະກຳການທ່ອງທ່ຽວ, ທີ່ພັກແຮມ, ລວມທັງການຈອງປີ້ລົດໄຟໃນອະນາຄົດ ແລະ ສອງສະມາຄົມໄດ້ໂອ້ລົມກັນວ່າຈະເຮັດແນວໃດເພື່ອຈະໄດ້ເປັນຕົວແທນຈໍາໜ່າຍປີ້ລົດໄຟເພື່ອໃຫ້ນັກທ່ອງທ່ຽວທີ່ເປັນກຸບທົວໄດ້ຮັບຜົນປະໂຫຍດ ເພື່ອກ້າວສູ່ການລາຍງານລັດຖະບານໃນການເຈລະຈາກັບທາງຜູ້ຮັບຜິດຊອບທາງລົດໄຟລາວຈີນຕາມລໍາດັບ.

No photo description available.

ຈາກນັ້ນທັງສອງສະມາຄົມໄດ້ເຊັນບົດບັນທຶກການຮ່ວມມື ເພື່ອວາງແຜນການຈັດຕັ້ງປະຕິບັດກິດຈະກຳໃນປີ 2023 ຕື່ມອີກ ແລ້ວລາຍງານຕໍ່ກະຊວງວ່າທັງສອງສະມາຄົມໄດ້ຮ່ວມມື ພ້ອມຕົກລົງເປັນທິດທາງດຽວກັນ ໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ.